ສະຫາຍ ໄຊຊະນະ ໄຊຍະກອນ ເປັນເລຂາໜ່ວຍພັກຮາກຖານກົມເຈລະຈາ ແລະ ຮ່ວມມືສາກົນ  ກະຊວງ ອຸດສາຫະກຳ ແລະ ການຄ້າ

15 Dec 2025

ຄລິກແຊຣ໌ 0 Facebook WhatsApp

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VII ຂອງໜ່ວຍພັກຮາກຖານກົມເຈລະຈາ ແລະ ຮ່ວມມືສາກົນ ຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ເປີດຂຶ້ນ ແລະ ປິດລົງໃນວັນທີ 15ທັນວາ 2025 ທີ່ຫ້ອງປະຊຸມຊັ້ນ ກະຊວງ ອຸດສະຫະກໍາ ແລະ ການຄ້າ ໂດຍການເປັນທານຂອງສະຫາຍ ໄຊຊະນະ ໄຊຍະກອນ ກໍາມະການຄະນະບໍລິຫານງານ ພັກກະຊວງ, ເລຂາໜ່ວຍພັກຮາກຖານກົມເຈລະຈາ ແລະ ຮ່ວມມືສາກົນ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຈັນທະບູນ ສຸກອາລຸນ, ກຳມະການປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ.

ໃນພິທີ ສະຫາຍ ເລຂາໜ່ວຍພັກຮາກຖານກົມເຈລະຈາ  ແລະ ຮ່ວມມືສາກົນ  ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ໄດ້ຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ເພື່ອທົບທວນ ແລະ ຕີລາຄາຄືນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງຕົນຕະຫຼອດໄລຍະ 5 ປີທີ່ຜ່ານມາ ແລະ ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຕ້ອງໄດ້ປັບປຸງແກ້ໄຂ, ພ້ອມທັງກຳນົດທິດທາງ, ແຜນການສູ້ຊົນແຕ່ນີ້ ຮອດປີ 2030 ບົນພື້ນຖານເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ອຸດສາຫະກຳ ແລະ ການຄ້າ ຄັ້ງທີ 6 ແລະ ແຜນພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ 5 ປີໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ. ຈາກນັ້ນ, ສະຫາຍ ຂວັນໃຈ ອ່ຽມສຸທິ ຮອງເລຂາໜ່ວຍພັກ ກໍໄດ້ຂຶ້ນຜ່ານ ຮ່າງບົດສຳຫຼວດການນຳພາລວມ ຕໍ່ທີ່ປະຊຸມ.

ກອງປະຊຸມ ໄດ້ດໍາເນີນໄປຢ່າງຖືກຕ້ອງ ຕາມລະບຽບຂັ້ນຕອນຂອງພັກວາງອອກ ແລະ ບັນດາສະຫາຍຜູ້ແທນກອງປະຊຸມ ໄດ້ເປັນເອກະພາບຕໍ່ຮ່າງລາຍງານການເມືອງ ແລະ ຮ່າງບົດສຳຫຼວດການນຳພາລວມຂອງໜ່ວຍພັກຮາກຖານກົມ ເຈລະຈາ ແລະ ຮ່ວມມືສາກົນ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍທິດທາງ, ຄາດໝາຍ ແລະ ໜ້າທີ່ແຕ່ລະດ້ານທີ່ໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງນີ້.

ພາຍຫຼັງການກ່າວອຳລາໜ້າທີ່ຂອງຄະນະໜ່ວຍພັກຮາກຖານຊຸດເກົ່າ, ຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ໃນການເລືອກຕັ້ງເອົາຄະນະໜ່ວຍພັກຮາກຖານກົມເຈລະຈາ ແລະ ຮ່ວມມືສາກົນ ຄັ້ງທີ VII, ຊຶ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ  7 ສະຫາຍ, ເລືອກເອົາ 5 ສະຫາຍ.

ຜົນກອງປະຊຸມ ໄດ້ເປັນເອກະພາບ ແລະ ເລືອກເອົາຄະນະໜ່ວຍພັກຮາກຖານກົມເຈລະຈາ ແລະ ຮ່ວມມືສາກົນ ຊຸດໃໝ່ ຈຳນວນ 5 ສະຫາຍ ລວມທັງເລຂາ ຮອງເລຂາ  ແລະ ຄະນະໜ່ວຍພັກດັ່ງນີ້:

1. ສະຫາຍ ໄຊຊະນະ ໄຊຍະກອນ ເປັນເລຂາໜ່ວຍພັກ;

2. ສະຫາຍ ອິດທິລິດ ຍັງນຸວົງ ເປັນຮອງເລຂາໜ່ວຍພັກ;

3. ສະຫາຍ ແສງອາລຸນ ວິໄລສັກ ເປັນຄະນະໜ່ວຍພັກ.

4. ສະຫາຍ ຂວັນໃຈ ອ່ຽມສຸທິ ເປັນຄະນະໜ່ວຍພັກ

5. ສະຫາຍ ສຸລິຍາ ແສງດາລາວົງ ເປັນຄະນະໜ່ວຍພັກ.

     ກອງປະຊຸມຄັ້ງປະຖົມມະລຶກ ເປັນເອກະພາບແຕ່ງຕັ້ງ ປະທານ ແລະ ຮອງປະທານ ກວດກາພັກດັ່ງນີ້

1 ສະຫາຍ ແສງອາລຸນ ວິໄລສັກ ເປັນປະທານກວດກາໜ່ວຍພັກ

2 ສະຫາຍ ຂວັນໃຈ ອ່ຽມສຸດທິ ເປັນຮອງປະທານກວດກາພັກ

3 ສະຫາຍ ວັນນະໄຊ ສຸກກະເສີມ ເປັນຮອງປະທານກວດກາພັກ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ