ລາວ – ຫວຽດນາມ ຈະບຸກທະລຸດ້ານຍຸດທະສາດ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ

12 Dec 2025

ຄລິກແຊຣ໌ 0 Facebook WhatsApp

ລາວ – ຫວຽດນາມ ເຫັນດີເປັນເອກະພາບ ບຸກທະລຸດ້ານຍຸດທະສາດ ໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ສ້າງສິ່ງອຳນວຍຄວາມສະດວກ, ລະດົມແຫຼ່ງກຳລັງແຮງ ເພື່ອລົງທຶນໃນບັນດາໂຄງການຮ່ວມມືທີ່ເປັນຈຸດສຸມ ໃຫ້ປາກົດເປັນຮູບປະທໍາໂດຍໄວ.

ໃນຖະແຫຼງການຮ່ວມລາວ -ຫວຽດນາມ ໃນໂອກາດທີ່ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງພັກ, ລັດ ແຫ່ງ ສສ ຫວຽດນາມ ໄດ້ຢ້ຽມຢາມລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ເປັນປະທານຮ່ວມກອງປະຊຸມພົບປະ ປະຈໍາປີ 2026 ລະຫວ່າງ ສອງກົມການເມືອງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ແຕ່ວັນທີ 1 – 2 ທັນວາ 2025.

ສອງຝ່າຍ ເຫັນດີເປັນເອກະພາບ ໃນການຕັດສິນໃຈສູງທາງດ້ານການເມືອງ ເພື່ອສ້າງບາດກ້າວຫັນປ່ຽນຢ່າງແຂງແຮງ, ບຸກທະລຸດ້ານຍຸດທະສາດ ໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແລະ ພັດທະນາພື້ນຖານໂຄງລ່າງ, ເຮັດໃຫ້ການຮ່ວມມືໃນຂົງເຂດດັ່ງກ່າວ ກາຍເປັນເສົາຄ້ຳຫຼັກໜຶ່ງ ຂອງຫຸ້ນສ່ວນຍຸດທະສາດແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເພື່ອໃຫ້ສົມຄູ່ກັບລະດັບຂອງສາຍພົວພັນພິເສດ ລາວ-ຫວຽດນາມ.

ການເປີດນຳໃຊ້ທ່າທຽບເຮືອເລກ 3, ຂອງທ່າເຮືອສາກົນ ລາວ-ຫວຽດ ບໍ່ພຽງແຕ່ເປັນບາດກ້າວຜົນສຳ ເລັດດ້ານພື້ນຖານໂຄງລ່າງ ແຕ່ຍັງເປັນສັນຍາລັກ ຂອງການເປັນຫຸ້ນສ່ວນຍຸດທະສາດການພັດທະນາ, ປະກອບສ່ວນຫັນວິໄສທັດ “ນຳເອົາ ສປປ ລາວ ອອກສູ່ທະເລ” ໃຫ້ປະກົດຜົນເປັນຈິງ, ເຊື່ອມຈອດ ລາວ-ຫວຽດນາມ ກັບພາກພື້ນ ແລະ ແນວທາງການພັດທະນາແບບຍືນຍົງ.

ສອງຝ່າຍ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນຮັບປະກັນ ສະຖຽນລະພາບທາງດ້ານເສດຖະກິດ, ຄວາມໝັ້ນຄົງດ້ານພະລັງງານ ຂອງແຕ່ລະປະເທດ; ເຫັນດີເປັນເອກະພາບຊຸກຍູ້ຜັນຂະຫຍາຍບັນດາໂຄງການຍຸດທະສາດຂະໜາດໃຫຍ່ໃນຂົງເຂດພະລັງງານ, ການສໍາຫຼວດຂຸດຄົ້ນແຮ່ທາດ ແລະ ເຊື່ອມໂຍງພື້ນຖານໂຄງລ່າງຄົມມະນາຄົມ. ສອງຝ່າຍ ຢືນຢັນຄວາມຕັດສິນໃຈສູງ ເພື່ອສ້າງສິ່ງອຳນວຍ ຄວາມສະດວກ, ລະດົມແຫຼ່ງກຳລັງແຮງ ເພື່ອລົງທຶນ ໃນບັນດາໂຄງການຮ່ວມມືທີ່ເປັນຈຸດສຸມ ໃຫ້ປະກົດເປັນຮູບປະທໍາໂດຍໄວ, ເຊິ່ງປະກອບດ້ວຍ: ເສັ້ນທາງລົດໄຟ ວຽງຈັນ-ຫວຸງອາງ, ບັນດາໂຄງການສາຍສົ່ງໄຟຟ້າ ຈາກເຂດພາກເໜືອຂອງລາວໄປຫວຽດນາມ, ການຮ່ວມມືຊື້-ຂາຍຖ່ານຫີນ, ໄຟຟ້າ, ສ້າງສາງເກັບນ້ຳມັນເຊື້ອໄຟຍຸດທະສາດຢູ່ເຂດຊາຍແດນ ແລະ ຂຸດຄົ້ນແຮ່ທາດ, ຖືວ່ານີ້ແມ່ນກຳລັງຍູ້ດັນສຳຄັນ ແລະ ເປັນສິ່ງກະຕຸກຊຸກຍູ້ ແລະ ສ້າງບາດກ້າວບຸກທະລຸໃນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຕໍ່ໜ້າ.

ຫວຽດນາມ ສະແດງຄວາມຊົມເຊີຍ ຝ່າຍລາວ ທີ່ໄດ້ຕັດສິນໃຈເປັນເຈົ້າການຜັນຂະຫຍາຍໂຄງການສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໄລຍະແຕ່ ນະຄອນຫຼວງວຽງຈັນ ຫາ ດ່ານຊາຍແດນ ແທງຖຸຍ. ສ່ວນຫວຽດນາມ ກໍຈະລົງມືກໍ່ສ້າງເສັ້ນທາງ ແຕ່ ນະຄອນວີງ ເຖິງ ດ່ານຊາຍແດນ ແທງຖຸຍ ໃນຕົ້ນປີ 2026.

ສອງຝ່າຍ ສະແດງຄວາມໝາຍໝັ້ນ ເພື່ອສ້າງເສັ້ນທາງດ່ວນວຽງ ຈັນ-ຮ່າໂນ້ຍ ໃຫ້ສໍາເລັດໂດຍໄວ ທັງນີ້ ກໍເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຮ່ວມກັນ ຂອງສອງປະເທດ ໃນການເຊື່ອມໂຍງພື້ນຖານໂຄງລ່າງ, ສ້າງເງື່ອນໄຂສະດວກໃນການຊຸກຍູ້ການພັດທະນາ. ພິເສດ ແມ່ນການເຊື່ອມຕໍ່ ທ່າເຮືອຫວຸງອາງ ກັບເສັ້ນທາງສຳຄັນດັ່ງກ່າວ.

ສອງຝ່າຍ ຈະປະສານສົມທົບຄົ້ນຄວ້າ, ສະເໜີບັນດາມາດຕະການທີ່ເໝາະສົມ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ສິ່ງກີດຂວາງ, ຮັບປະກັນບັນດາໂຄງການ ຈັດຕັ້ງໃຫ້ສອດຄ່ອງກັບແຜນນະໂຍບາຍ, ເນື້ອໃນຈິດໃຈການຊີ້ນຳຂອງການນຳຂັ້ນສູງຂອງສອງພັກ, ສອງລັດ. ພ້ອມກັນນັ້ນ, ຈະສຸມໃສ່ການເປີດກວ້າງ ບັນດາແລວການຮ່ວມມືເສດຖະກິດ ໃໝ່, ເພີ່ມທະວີການເຊື່ອມຕໍ່ ແລະ ຊ່ວຍໜູນເຊິ່ງກັນ ແລະ ກັນ ລະ ຫວ່າງ ສອງພື້ນຖານເສດຖະກິດ.

ສອງຝ່າຍ ເຫັນດີເປັນເອກະພາບ ເພື່ອພະຍາຍາມຊຸກຍູ້ການເຕີບໂຕມູນຄ່າການຄ້າສອງຝ່າຍ ແລະ ສູ້ຊົນໃຫ້ບັນລຸມູນຄ່າການຄ້າສອງສົ້ນ ໃຫ້ໄດ້ 5 ຕື້ໂດລາສະຫະລັດ ໃນໄລຍະຕໍ່ໜ້າ ໂດຍໄວ; ເພີ່ມທະວີການເຊື່ອມຕໍ່, ຊ່ວຍເຫຼືອສະມາຄົມວິສາຫະກິດ, ຍູ້ແຮງບັນດາການເຄື່ອນໄຫວ ເພື່ອຍູ້ໝູນທາງດ້ານການຄ້າ, ໂຄສະນາເຜີຍແຜ່, ສ້າງເຄື່ອງໝາຍການຄ້າ ແລະ ລະບົບຈຳໜ່າຍສິນຄ້າຂອງ ລາວ ແລະ ຫວຽດນາມ ຢູ່ແຕ່ລະປະເທດ, ເຊິ່ງຈະເຮັດໃຫ້ການຈຳໜ່າຍສິນຄ້າຂອງສອງປະເທດ ມີຄວາມໝັ້ນຄົງ ແລະ ຍືນຍົງ. ພ້ອມທັງ, ຍູ້ແຮງການຜັນຂະຫຍາຍບັນດາໂຄງການຊ່ວຍເຫຼືອລ້າທີ່ໄດ້ຮັບຮອງໃຫ້ມີຄວາມຄືບໜ້າ, ກະຕຸກຊຸກຍູ້ ແລະ ເສີມຂະຫຍາຍກົນໄກຍູ້ແຮງການຊຳລະ ການຄ້າຂາຍຍ່ອຍສອງຝ່າຍ ແລະ ຫັນເປັນລະບົບດີຈີຕອນ ຢ່າງມີປະສິດທິຜົນ ເພື່ອເພີ່ມທະວີການເຊື່ອມໂຍງທາງດ້ານເສດຖະກິດ ແລະ ສ້າງກຳລັງແຮງຍູ້ດັນໃໝ່ໃຫ້ແກ່ການຮ່ວມມືດ້ານການຄ້າ ລາວ-ຫວຽດນາມ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ