ດອກກະຈຽວ ເປັນພືດຕະກູນຫົວ ຄ້າຍຄືກັບ ຂີງ, ຂ່າ…. Curcuma spp & hybrid ທີ່ເປັນພືດປະເພດລົ້ມລຸກປູກງ່າຍ ໃຫຍ່ໄວ ຖ້າປູກດົນໄປ ເຫງົ້າກໍຈະໃຫຍ່ຂຶ້ນ ແລະ ແຕກໜໍ່ໄປເລື້ອຍໆ ເຊິ່ງສາມາດອອກດອກໄດ້ດົນເຖິງ 20 ປີ ແລະ ປັດຈຸບັນ ດອກກະຈຽວ ກໍເປັນທີ່ຮູ້ຈັກຫຼາຍຄົນ ຈົນກາຍເປັນທີ່ຕ້ອງການຂອງຕະຫຼາດ, ເຊິ່ງຈະອອກດອກຫຼາຍໃນຊ່ວງປາຍລະດູຮ້ອນ ຕໍ່ໃສ່ລະດູຝົນ ຈົນເຖິງເດືອນຕຸລາ. ດອກກະຈຽວຈະມີຫຼາກຫຼາຍສີ ເຊັ່ນ: ຂາວ, ແດງ, ມ່ວງ, ບົວ, ສີນໍ້າຕານ ຫຼື ສີປະສົມ.
ສາມາດປູກໄດ້ໃນພື້ນທີ່ດິນທົ່ວໄປ (ແຕ່ມັນຈະມັກເປັນພິເສດ ໃນດິນຊຸ່ມເຂດຮ້ອນຊຸ່ມ ໂດຍສະເພາະບ່ອນດິນຊຸ່ມ ແລະ ມີຕົ້ນໄມ້ຫຼາຍ ແດດສ່ອງໜ້ອຍໜຶ່ງ)
+ ກ່ອນອື່ນໃຫ້ໄຖດິນ ແລະ ຕາກດິນປະໄວ້ 10-14 ມື້ ພ້ອມໂຮຍປູນຂາວ ກ່ອນປູກເພື່ອຊ່ວຍຫຼຸດປັນຫາຈາກການເກີດພະຍາດ ເຮັດໜານປະມານ 1.5 ແມັດ, ໄລຍະການປູກ 30×30 ຊັງຕີແມັດ ເຊິ່ງຈະປູກໄດ້ 4 ແຖວ ຈະສະດວກຕໍ່ການບົວລະບັດຮັກສາ.
+ການປູກຄວນຮອງພື້ນດ້ວຍປຸ໋ຍ 15-15-15 ຫຼື 16-16-16 ແລະ ໂຮຍປຸ໋ຍຮອບຕົ້ນທຸກເດືອນ ໃນອັດຕາ 0.5-1 ບ່ວງກາເຟຕໍ່ຕົ້ນ. ຈາກນັ້ນກໍວາງເຫງົ້າແມ່ນໃຫ້ວາງ ຫຼື ປູກໃນລວງນອນສະແຄງ ຫຼື ອຽງ ຈະອອກດອກຫຼາຍ.
+ ໄລຍະ ຫຼື ລະດູການປູກ: ແມ່່ນຈະອອກງ່າຍໃນຊ່ວງລະດູແລ້ງ ຊ່ວງເດືອນມີນາ ໄປເຖິງ ພຶດສະພາ ແມ່ນຈະເໝາະແກ່ການປູກ ຈາກນັ້ນພໍຮອດເດືອນ 6-10 ກໍຈະເປັນຊ່ວງຝົນ ຈະເຮັດໃຫ້ໜໍ່ແຕກດີ.
ສິ່ງທີ່ຄວນລະວັງ: ແມ່ນພະຍາດຫົວເນົ່າ ເພາະແບັກທີເລຍ Pseudomonas solanacearum ຈະເຕີບໂຕຢູ່ພື້ນດິນ, ໃບເປັນຈຸດ, ແລະ ໃບໄໝ້ ເຊິ່ງຈະລະບາດໃນຊ່ວງຝົນຕົກ, ແຕ່ບໍ່ຄ່ອຍມີແມງໄມ້ລົບກວນ.
+ ຖ້າຫາກຈະເກັບກ່ຽວຫົວເອົາໄວ້ເຮັດແນວພັນ ແມ່ນປະໃຫ້ໃບ ແລະ ລຳຕົ້ນແຫ້ງ ແລະ ຫຍຸບຕົວລົງເຫຼືອແຕ່ເຫງົ້າ ແລະ ຮາກ ຈາກນັ້ນເຮົາກໍກົ່ນອອກມາ ລ້າງໃຫ້ສະອາດແລ້ວຕາກແຫ້ງໄວ້. ຂໍ້ມູນ: Mgronline