ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 5 ທັນວາ ທ່ານ ນາເຣັນທຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ ແລະ ທ່ານ ວາລາດີ ເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ລົງນາມໃນ ຖະແຫຼງການຮ່ວມ ພາຍຫຼັງກອງປະຊຸມສຸດຍອດ ອິນເດຍ-ຣັດເຊຍ ຄັ້ງທີ 23 ທີ່ຈັດຂຶ້ນ ຢູ່ນະຄອນຫຼວງນິວເດລີຂອງອິນເດຍ.
ຖະແຫຼງການຮ່ວມ ໄດ້ເນັ້ນໜັກເຖິງ ການເພີ່ມທະວີການຮ່ວມມື ຍຸດທະສາດ ໃນຫຼາຍຂົງເຂດສຳຄັນ; ຂະນະທີ່ ດ້ານເສດຖະກິດ-ການຄ້າ, ອິນເດຍ ແລະ ຣັດເຊຍ ໄດ້ຢືນຢັນຄືນເປົ້າໝາຍ ຍົກວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນລະດັບ 100 ຕື້ໂດລາສະຫະລັດ ໃນປີ 2030 ຕາມທິດສ້າງ ຄວາມດຸ່ນດ່ຽງ ແລະ ຍືນຍົງ.
ໃນຂົງເຂດ ປ້ອງກັນຊາດ, 2 ຝ່າຍໄດ້ເນັ້ນ ໜັກເຖິງການກຳນົດທິດ ຫັນໄປສູ່ເລື່ອງພ້ອມກັນ ຄົ້ນ ຄວ້າ, ພັດທະນາ ແລະ ຜະລິດບັນດາລະບົບປ້ອງກັນຊາດຢູ່ ອິນເດຍ ສອດຄ່ອງກັບ ຂໍ້ລິເລິ່ມ “ຜະລິດຢູ່ ອິນເດຍ”, ມຸ່ງໄປເຖິງການສົ່ງອອກໄປສູ່ ປະເທດທີ 3.