ສຳນັກຂ່າວຕ່າງປະເທດລາຍງານວ່າ: ການສົ່ງອອກຂອງຈີນ ໃນເດືອນພະຈິກ ຟື້ນຕົວຢ່າງແຂງແຮງເກີນຄາດເຖິງ5.9% ເກີນດຸນ 1,120ຕື້ໂດລາ ທ່າມກາງສົງຄາມການຄ້າ.
ຕົວເລກການສົ່ງອອກໃນເດືອນພະຈິກ ກັບມາຂະຫຍາຍຕົວເພີ່ມຂຶ້ນ 5.9% ຈາກໄລຍະດຽວກັນຂອງປີກ່ອນ ເຊິ່ງສູງກວ່າຄ່າສະເລ່ຍທີ່ນັກເສດຖະກິດຈາກບລູມເບີກຄາດການໄວ້ທີ່ 4% ຂະນະທີ່ການນໍາເຂົ້າເພີ່ມຂຶ້ນພຽງ 1.9% ປັດໄຈດັ່ງກ່າວສົ່ງຜົນໃຫ້ດຸນບັນຊີເດີນສະພັດຂອງຈີນເກີນດຸນສູງເຖິງ 1,120 ຕື້ໂດລາ.
ຄວາມສຳເລັດຄັ້ງສໍາຄັນນີ້ເກີດຂຶ້ນໃນໄລຍະທີ່ຄວາມເຄັ່ງຕຶງທາງການຄ້າກັບລັດຖະບານສະຫະລັດ ພາຍໃຕ້ການນຳຂອງປະທານາທິບໍດີ ໂດນັລ ທຣຳ ເລີ່ມຜ່ອນຄາຍລົງ ເຖິງວ່າສະຫະລັດຈະເລີ່ມສົງຄາມການຄ້າຕັ້ງແຕ່ຕົ້ນປີ 2025 ແຕ່ເສດຖະກິດຈີນ ຍັງຄົງເຕີບໂຕຢ່າງກ້າວກະໂດດ ແບບບໍ່ໄດ້ຮັບຜົນກະທົບ ເນື່ອງຈາກຈີນ ສາມາດປັບຕົວ ແລະ ເພີ່ມການສົ່ງອອກໄປຍັງຕະຫຼາດອື່ນໆ ນອກເໜືອຈາກສະຫະລັດໄດ້ຫຼາຍຂຶ້ນ.