ສະຫາຍ  ສີສັງຄົມ ໂຄດໂຍທາ ຮັບເລືອກເປັນເລຂາໜ່ວຍພັກຮາກຖານກົມມາດຕະຖານ ແລະ ວັດແທກ

10 Dec 2025

ຄລິກແຊຣ໌ 0 Facebook WhatsApp

ວັນທີ 1 ທັນວາ 2025 ທີ່ຜ່ານມາ ໄດ້ມີກອງປະຊຸມໃຫ່ຍຄັ້ງທີ III ຂອງ ໜ່ວຍພັກຮາກຖານກົມມາດຕະຖານ ແລະ ວັດແທກ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ພຸດທະວັນ ນັນທະວົງ ປະທານກວດກາພັກ, ທ່ານ ສີສັງຄົມ ໂຄດໂຍທາ ເລຂາໜ່ວຍພັກຮາກຖານ.

ຜົນກອງປະຊຸມ ໄດ້ສະຫລຸບດັ່ງນີ້ :

1) ທ່ານ ສີສັງຄົມ ໂຄດໂຍທາ ເປັນເລຂາຫນ່ວຍພັກຮາກຖານ

2) ທ່ານ ວຽງຄຳ ສິງສອນໄຊ, ເປັນຮອງເລຂາໜ່ວຍພັກຮາກຖານ

3) ທ່ານ ສຸກອາລົມ ໂສສຸພັນ, ເປັນຄະນະ

4) ທ່ານ ດາວເພັດ ເມືອງໂພນທອງ, ເປັນຄະນະ

5) ທ່ານ ນາງ ລັດດາວັນ ສີວົງໄຊ, ເປັນຄະນະ.

ແລະ ໄດ້ເລືອກເອົາປະທານ-ຮອງປະທານກວດກາຫນ່ວຍພັກ ດັ່ງນີ້ :

1) ທ່ານ ສຸກອາລົມ ໂສສຸພັນ ເປັນປະທານກວດກາ

2) ທ່ານ ດາວເພັດ ເມືອງໂພນທອງ, ເປັນຮອງປະທານກວດກາ

3) ທ່ານ ສູນທອນ ຈັນທະເດດ, ເປັນຮອງປະທານກວດກາ

ນອກຈາກນີ້ ຄະນະໜ່ວຍພັກຊຸດໃໝ່ ຍັງໄດ້ຮັບການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກ ທ່ານ ປອ ມະໂນທອງ ວົງໄຊ, ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອໃຫ້ຄະນະໜ່ວຍວຍພັກຊຸດໃໝ່ໄດ້ນໍາໄປຫມູນໃຊ້ໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ.

ພາບ ແລະ ຂ່າວ: ກົມມາດຕະຖານ ແລະ ວັດແທກ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ