ກອງປະຊຸມໃຫຍ່ໜ່ວຍພັກຮາກຖານກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ

10 Dec 2025

ຄລິກແຊຣ໌ 0 Facebook WhatsApp

ກອງປະຊຸມໃຫຍ່ສະມາຊິກພັກ ໜ່ວຍພັກຮາກຖານກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ ຄັ້ງທີ I ຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ເປີດຂຶ້ນ ແລະ ປິດລົງໃນວັນທີ 08 ທັນວາ ທີ່ຫ້ອງປະຊຸມຊັ້ນ 05 (ສໍຳນັກງານບ້ານຝາຍ), ໂດຍການເປັນທານຂອງສະຫາຍ ນາງ ສັນຕິສຸກ ພິມພະຈັນ, ກໍາມະການຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານກົມນະໂຍບາຍ,ແຜນພັດທະນາ ແລະ ປະເມີນຜົນ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທ່ານ ປອ. ມະໂນທອງ ວົງໄຊ, ກໍາມະການປະຈໍາພັກ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ມີຜູ້ແທນສົມບູນຂອງໜ່ວຍພັກ ເຂົ້າຮ່ວມ 39 ສະຫາຍ, ແລະ ລວມທັງແຂກເຂົ້າຮ່ວມທັງໝົດ 62 ສະຫາຍ, ຍິງ 23 ສະຫາຍ.

ໃນກອງປະຊຸມ ສະຫາຍ ເລຂາໜ່ວຍພັກຮາກຖານກົມນະໂຍບາຍ,ແຜນພັດທະນາ ແລະ ປະເມີນຜົນ ໄດ້ກ່າວເປີດກອງປະຊຸມໃຫຍ່ສະມາຊິກພັກ ໜ່ວຍພັກຮາກຖານກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ ຢ່າງເປັນທາງການ ແລະ ໄດ້ຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ເພື່ອທົບທວນຕີລາຄາຄືນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ I ຂອງຕົນ ຕະຫຼອດໄລຍະ 05 ປີທີ່ຜ່ານມາ ແລະ ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຕ້ອງປັບປຸງແກ້ໄຂ ລວມທັງບົດຮຽນທີ່ຖອດຖອນໄດ້ຈາກພຶດຕິກໍາແຫ່ງການນໍາພາ-ຊີ້ນໍາ ໃນຄັ້ງທີ່ 01 ຜ່ານມາ, ພ້ອມທັງ ກຳນົດທິດທາງ, ຄາດໝາຍ ແລະ ໜ້າທີ່ແຕ່ລະດ້ານ ເພື່ອເປັນບ່ອນອີງໃນການນໍາພາ-ຊີ້ນຳຂອງໜ່ວຍພັກຕົນ ແຕ່ນີ້ ຮອດປີ 2030 ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ອຸດສາຫະກຳ ແລະ ການຄ້າ ຄັ້ງທີ VI ແລະ ແຜນພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ 05 ປີໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ. ພ້ອມນີ້, ສະຫາຍ ນາງ ໂຄຕະມິ ຈັນທະມາລິນ, ຮອງເລຂາໜ່ວຍພັກ ກໍໄດ້ຂຶ້ນຜ່ານຮ່າງບົດສຳຫຼວດການນຳພາລວມ ຕໍ່ທີ່ປະຊຸມ.

ກອງປະຊຸມ ໄດ້ດໍາເນີນໄປຢ່າງຖືກຕ້ອງ ຕາມລະບຽບຂັ້ນຕອນຂອງພັກວາງອອກ ແລະ ບັນດາສະຫາຍຜູ້ແທນກອງປະຊຸມ ໄດ້ເປັນເອກະພາບຕໍ່ຮ່າງລາຍງານການເມືອງ ແລະ ຮ່າງບົດສຳຫລວດການນຳພາລວມຂອງໜ່ວຍພັກຮາກຖານຫ້ອງການ ແລະ ພ້ອມກັນທີ່ຈະຈັດຕັ້ງຜັນຂະຫຍາຍທິດທາງ, ຄາດໝາຍ ແລະ ໜ້າທີ່ແຕ່ລະດ້ານທີ່ໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງນີ້.

ພາຍຫລັງການກ່າວອຳລາໜ້າທີ່ຂອງຄະນະໜ່ວຍພັກຮາກຖານຊຸດເກົ່າ, ຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ໃນການເລືອກຕັ້ງເອົາຄະນະໜ່ວຍພັກຮາກຖານກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ ສະໄໝທີ I, ຊຶ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 7 ສະຫາຍ, ເລືອກເອົາ 5 ສະຫາຍ.

​ຜົນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບ ແລະ ເລືອກເອົາຄະນະໜ່ວຍພັກຮາກຖານກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ ຊຸດໃໝ່ ຈຳນວນ 5 ສະຫາຍ ລວມທັງເລຂາ, ຮອງເລຂາ ແລະ ປະທານກວດກາພັກ ປະກອບມີ:

1. ສະຫາຍ ນາງ ສັນຕິສຸກ ພິມພະຈັນ, ກໍາມະການຄະນະບໍລິຫານງານພັກ, ເປັນເລຂາໜ່ວຍພັກຮາກຖານກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ.

2. ສະຫາຍ ນາງ ໂຄຕະມິ ຈັນທະມາລິນ, ເປັນຮອງເລຂາໜ່ວຍພັກຮາກຖານກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ.

3. ສະຫາຍ ດາວເພັດ ໂພທິວັນ, ​ເປັນຄະນະໜ່ວຍພັກ.

4. ສະຫາຍ ບົວລອມ ໄຊຊະນະວົງ​ເປັນຄະນະໜ່ວຍພັກ.

5. ສະຫາຍ ສອນທະນູ ສິງດາລາ​ເປັນຄະນະໜ່ວຍພັກ.

ກອງປະຊຸມ ໄດ້ແຕ່ງຕັ້ງປະທານ ແລະ ຮອງປະທານກວດກາພັກ ປະກອບມີ:

1. ສະຫາຍ ດາວເພັດ ໂພທິວັນ , ​ເປັນປະທານຄະນະກວດກາພັກ.

2. ສະຫາຍ ສອນທະນູ ສິງດາລາ,​ເປັນຮອງປະທານຄະນະກວດກາພັກ.

3. ສະຫາຍ ວິລັດ ພົງພິຈິດ, ​ເປັນຮອງປະທານຄະນະກວດກາພັກ.

ພາບ-ຂ່າວ: ນາງ ລັດສະໝີ ເຮືອງທະວົງ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ