ທ່ານ ເຫຼັກໄຫຼ ສີວິໄລ ເນັ້ນ ຍທຂ ແຂວງສະຫວັນນະເຂດ ເອົາໃຈໃສ່ຫຼາຍບັນຫາ ພັດທະນາພື້ນຖານໂຄງລ່າງ

10 Dec 2025

ຄລິກແຊຣ໌ 0 Facebook WhatsApp

      ໃນຕອນເຊົ້າວັນທີ 6 ທັນວາ 2025 ທີ່ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ໂອ້ລົມພະນັກງານ  ຍທຂ ແຂວງ ໂດຍເນັ້ນໃຫ້ເອົາໃຈໃສ່ຫຼາຍບັນຫາສໍາຄັນ ໃນການ ປັບປຸງ ຍົກລະດັບ ໂຄງລ່າງພື້ນຖານ ພາຍໃນແຂວງ.

ໂອກາດດັ່ງກ່າວ ທ່ານ ຄໍາຜອງ ສົມວິຈິດ ຫົວໜ້າພະແນກ ຍທຂ ແຂວງສະຫວັນນະເຂດ ໄດ້ກ່າວລາຍງານໃຫ້ຮູ້ວ່າ:

ຕາໜ່າງເສັ້ນທາງ ທັງໝົດໃນທົ່ວແຂວງສະຫວັນນະເຂດມີ 5,753 ກມ ແລະ ມີຂົວຕາມເສັ້ນທາງທັງໝົດ 575 ແຫ່ງ, ລວມຄວາມຍາວ 15,930 ມ, ເຊິ່ງປະກອບມີທາງຫຼວງແຫ່ງຊາດ 765 ກມ, ທາງຫຼວງແຂວງ 732 ກມ, ທາງຫຼວງເມືອງ 633 ກມ, ທາງຕົວເມືອງ 345 ກມ, ທາງຊົນນະບົດ 3,265 ກມ, ທາງສະເພາະ 9.3 ກມ;

     ເສັ້ນທາງປູຢາງແຕ່ເທດສະບານແຂວງຫາເທດສະບານເມືອງປະຕິບັດໄດ້ແລ້ວ 13 ເມືອງ, 1 ນະ

  ຄອນ ກວມເອົາ 92 %, ຍັງ 1ເມືອງ ຄື: ທາງໄປຫາເທດສະບານເມືອງ ວິລະບູລີ ກຳລັງກໍ່ສ້າງ, ຕາມແຜນແມ່ນຈະສຳເລັດປີ 2026;

  • ເສັ້ນທາງແຕ່ເທດສະບານເມືອງ ຫາ ບ້ານ ແລະ ລະຫວ່າງບ້ານ ຫາ ບ້ານທ່ຽວໄດ້ 2 ລະດູ ປະຕິບັດ

ໄດ້ 898 ບ້ານ ເທົ່າກັບ 86% ຂອງຈໍານວນບ້ານທັງໝົດ 1,033 ບ້ານທົ່ວແຂວງ, ຍັງເຫຼືອ 136ບ້ານ; ວິທີແກ້ໄຂ ການນຳແຂວງໄດ້ສຸມງົບປະມານໃສ່ໃນການກໍ່ສ້າງຂົວ ເພື່ອແກ້ໄຂການສັນຈອນທຽວໄດ້ 2ລະດູ.

ອັນພົ້ນເດັ່ນແມ່ນ ໃນຊຸມປີຜ່ານມາການປະກອບສ່ວນຂອງພໍ່ແມ່ປະຊາຊົນໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໂດຍໄດ້ຈັດຕັ້ງປະຕິບັດຈໍານວນ 255 ເສັ້ນ ລວງຍາວ 231,475 ແມັດ ແລະ ສ້ອມແປງຂົວ ໄດ້ 18 ແຫ່ງ, ລວງຍາວ 422 ແມັດ ລວມມູນຄ່າ​​ທັງ​ໝົດ 70.88 ຕື້ກີບ ມີດັ່ງນີ້:

–  ກໍ່ສ້າງທາງເບຕົງ ໄດ້ 115 ເສັ້ນ, ຍາວ 45,920 ມ, ມູນຄ່າ 52.40 ຕື້ກີບ;

–  ກໍ່ສ້າງ ແລະ ສ້ອມແປງທາງປູຢາງ ໄດ້ 23 ເສັ້ນ, ຍາວ 49,386 ກມ, ມູນຄ່າ 2.32 ຕື້ກີບ;

–  ກໍ່ສ້າງແລະສ້ອມແປງທາງດິນແດງ 99 ເສັ້ນ, ຍາວ 135,747 ກມ, ມູນຄ່າ 14.19 ຕື້ກີບ;

–  ກໍ່ສ້າງ ແລະ ສ້ອມແປງຂົວ ໄດ້ 18 ແຫ່ງ, ຍາວ 422 ແມັດ, ມູນຄ່າ 1.95 ຕື້ກີບ.

ວຽກງານນໍ້າປະປາປະຈຸບັນ ທົ່ວແຂວງ ມີ 12 ເທດສະບານຕົວເມືອງ ແລະ 01ນະຄອນ ທີ່ມີ

ລະບົບນ້ຳປະປາໃຊ້ແລ້ວ. ວຽກປ້ອງກັນຕາຝັ່ງເຈື່ອນປີຜ່ານມາໄດ້ສຳເລັດກໍ່ສ້າງຕ້ານເຈື່ອນແຄມຂອງນະຄອນໄກສອນພົມວິຫານຊ່ວງ2ໄລຍະ1 ຄວາມຍາວ 1,198ມ, ປະຈຸບັນກຳລັງຈັດປະບັດຕິ ຊ່ວງ2ໄລຍະ2 ຄວາມຍາວ 100ມພາຍຫຼັງການຮັບຟັງ ຈາກຫົວໜ້າພະແນກ ຍທຂ ໂອກາດດັງກ່າວ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ສະແດງຄວາມເປັນເອກະພາບ ນໍາບົດສະຫຼຸບ ໂດຍຫຍໍ້ ແລະ ເນັ້ນບາງບັນຫາ ໃຫ້ ຍທຂ ແຂວງສະຫວັນນະເຂດເອົາໃຈໃສ່ຄື: ວຽກງານການເມືອງແນວຄິດ, ຄຸ້ມຄອງພະນັກງານ ສືກສາອົບຮົມ , ເອົາໃຈໃສ່ເຜີຍແຜ່ ເຊື່ອມຊືມມະຕິຄໍາສັ່ງຕ່າງໆ, ກໍາແໜ້ນກົດໝາຍ, ນິຕິກໍາກ່ຽວຂ້ອງ, ພ້ອມນັ້ນເອົາໃຈໃສ່ກວດກາພະນັກງານພາຍໃນພັກ, ຕິດພັນກັບດໍາເນີນຊີວິດການເມືອງ, ເອົາໃຈໃສ່ວຽກງານພັກ ກໍ່ສ້າງພັກ ສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ຕິດພັນກັບການສ້າງພະນັກງານ ສືບທອດປ່ຽນແທນ ສ້າງແຜນກໍານົດພະນັກງານ ສ້າງພະນັກງານເພດຍິງຄູ່ກັນໄປ. ເອົາໃຈໃສ່ຈັດຕັ້ງວຽກງານວິຊາສະເພາະ ໂດຍສະເພາະວຽກງານຂົວທາງ, ວຽກງານຄຸ້ມຄອງຜັງເມືອງເອົາໃຈໃສ່ກໍານົດແຜນພັດທະນາ ຮອງຮັບການຂະຫຍາຍຕົວເມືອງ ປະຊາກອນເພີ່ມຂຶ້ນ. ວຽກງານຂົນສົ່ງ ຄຸ້ມຄອງພາຫະນະ ການປອມແປງເອກະສານໜັງສື, ທະບຽນລົດ. ວຽກງານນໍ້າປະປາ ວາງແຜນຂະຫຍາຍນໍ້າປະປາ ຮັບປະກັນໃຫ້ໄດ້ຊົມໃຊ້ ທົ່ວເຖິງ, ວຽກງານການຄຸ້ມຄອງທາງນໍ້າ, ການຂົນສົ່ງ ໂດຍສະເພາະແມ່ນການຄຸ້ມຄອງນໍ້າໜັກລົດ, ການກວດກາຕິດຕາມ ທ່າບົກ, ການອໍານວຍຄວາມສະດວກໃນການຂົນສົ່ງໂດຍສານ ແລະ ສິນຄ້າ ທັງໝົດແມ່ນເພື່ອຮອງຮັບ ໃນການພັດທະນາໃນຕໍ່ໜ້າ ແລະ ໃຫ້ສາມາດເຊື່ອມສານ ແລະ ສອດຄ່ອງກັບມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງອົງຄະນະພັກແຂວງສະຫວັນນະເຂດ.

ສໍາລັບຄວາມຮັບຜິດຊອບຂອງກະຊວງ ຍທຂ ທ່ານ ຍັງເນັ້ນໃຫ້ ຫ້ອງການກະຊວງ ກົມກ່ຽວຂ້ອງເອົາໃຈໃສ່ຕິດຕາມ ຄົ້ນຄວ້າ ບັນດາຂໍ້ຄໍາເຫັນ ຂໍ້ສະເໜີ  ເພື່ອເອົາໃຈໃສ່ຕິດຕາມ ການພັດທະນາໃນຕໍ່ໜ້າ.

ໃນຕອນທ້າຍ ກະຊວງ ຍທຂ ຍັງໄດ້ ມອບຄອມໂນດບຸກ ແລະ ເງິນຈໍານວນໜຶ່ງ ເພື່ອໃຫ້ ຍທຂ ແຂວງສະຫວັນນະເຂດ ຮັບໃຊ້ເຂົ້າໃນວຽກງານບໍລິຫານ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ