ກອງປະຊຸມໃຫຍ່ ໜ່ວຍພັກຮາກຖານກົມພະລັງງານ ຄັ້ງທີ VII ຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ເປີດຂຶ້ນ ແລະ ປິດລົງໃນວັນທີ 8 ທັນວາ ທີ່ຫ້ອງປະຊຸມຊັ້ນ 4 (ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ), ໂດຍການເປັນທານຂອງສະຫາຍ ເພັດສະຫວັນ ລັດຕະນະທົງໄຊ , ກໍາມະການຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານກົມພະລັງງານ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທ່ານ ຈັນທະບູນ ສຸກອາລຸນ, ກຳມະການປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ,

ໃນກອງປະຊຸມ ສະຫາຍ ເລຂາໜ່ວຍພັກຮາກຖານກົມພະລັງງານ ໄດ້ກ່າວເປີດກອງປະຊຸມໃຫຍ່ສະມາຊິກພັກ ໜ່ວຍພັກຮາກຖານກົມພະລັງງານ ຂື້ນຢ່າງເປັນທາງການ ແລະ ໄດ້ຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ເພື່ອທົບທວນຕີລາຄາຄືນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງຕົນ ຕະຫຼອດໄລຍະ 05 ປີທີ່ຜ່ານມາ ແລະ ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຕ້ອງປັບປຸງແກ້ໄຂ ລວມທັງບົດຮຽນທີ່ຖອດຖອນໄດ້ຈາກພຶດຕິກໍາແຫ່ງການນໍາພາ-ຊີ້ນໍາ ໃນ 1 ສະໄໝຜ່ານມາ, ພ້ອມທັງ ກຳນົດທິດທາງ, ຄາດໝາຍ ແລະ ໜ້າທີ່ແຕ່ລະດ້ານ ເພື່ອເປັນບ່ອນອີງໃນການນໍາພາ-ຊີ້ນຳຂອງໜ່ວຍພັກຕົນ ແຕ່ນີ້ ຮອດປີ 2030, ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ອຸດສາຫະກຳ ແລະ ການຄ້າ ຄັ້ງທີ VI ແລະ ແຜນພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ 05 ປີໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ. ພ້ອມນີ້, ສະຫາຍ ສັນຍາ ສົມວິຈິດ, ຮອງເລຂາໜ່ວຍພັກ ກໍໄດ້ຂຶ້ນຜ່ານ ຮ່າງບົດສຳຫຼວດການນຳພາລວມ ຕໍ່ທີ່ປະຊຸມ.

ກອງປະຊຸມ ໄດ້ດໍາເນີນໄປຢ່າງຖືກຕ້ອງ ຕາມລະບຽບຂັ້ນຕອນຂອງພັກວາງອອກ ແລະ ບັນດາສະຫາຍຜູ້ແທນກອງປະຊຸມ ໄດ້ເປັນເອກະພາບຕໍ່ຮ່າງລາຍງານການເມືອງ ແລະ ຮ່າງບົດສຳຫລວດການນຳພາລວມຂອງໜ່ວຍພັກຮາກຖານກົມພະລັງງານ ແລະ ພ້ອມກັນທີ່ຈະຈັດຕັ້ງຜັນຂະຫຍາຍທິດທາງ, ຄາດໝາຍ ແລະ ໜ້າທີ່ແຕ່ລະດ້ານທີ່ໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງນີ້.

ພາຍຫລັງການກ່າວອຳລາໜ້າທີ່ຂອງຄະນະໜ່ວຍພັກຮາກຖານຊຸດເກົ່າ, ຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ໃນການເລືອກຕັ້ງເອົາຄະນະໜ່ວຍພັກຮາກຖານກົມພະລັງງານ ຄັ້ງທີ VII, ຊຶ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 7 ສະຫາຍ, ເລືອກເອົາ 5 ສະຫາຍ.
ຜົນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບ ແລະ ເລືອກເອົາຄະນະໜ່ວຍພັກຮາກຖານກົມພະລັງງານ ຊຸດໃໝ່ ຈຳນວນ 5 ສະຫາຍ ລວມທັງເລຂາ, ຮອງເລຂາ ແລະ ປະທານກວດກາພັກ ປະກອບມີ:
1. ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ, ເປັນເລຂາໜ່ວຍພັກຮາກຖານກົມພະລັງງານ.
2. ສະຫາຍ ສັນຍາ ສົມວິຈິດ, ເປັນຮອງເລຂາໜ່ວຍພັກຮາກຖານກົມພະລັງງານ.
3. ສະຫາຍ ວິທູນລະບັນດິດ ທຸມມະບຸດ, ເປັນຄະນະໜ່ວຍພັກ.
4. ສະຫາຍ ວຽງໄຊ ຈັນທາ ເປັນຄະນະໜ່ວຍພັກ.
5. ສະຫາຍ ເສີມສິດທິ ສຸມຸນທາ ເປັນຄະນະໜ່ວຍພັກ.
ກອງປະຊຸມ ໄດ້ແຕ່ງຕັ້ງປະທານ ແລະ ຮອງປະທານກວດກາພັກ ປະກອບມີ:
1. ສະຫາຍ ວິທູນລະບັນດິດ ທຸມມະບຸດ, ເປັນປະທານຄະນະກວດກາພັກ.
2. ສະຫາຍ ວຽງໄຊ ຈັນທາ, ເປັນຮອງປະທານຄະນະກວດກາພັກ.
3. ສະຫາຍ ນ ຂັນແກ້ວ ແກ້ວນາມມະວົງ, ເປັນຮອງປະທານຄະນະກວດກາພັກ.
ພາບ-ຂ່າວ: ລຸ້ງຟ້າ
ກວດແກ້: ຄະນະບັນນາທິການຂ່າວສານ ອຄ