ລັດວິສາຫະກິດລົດໄຟແຫ່ງຊາດລາວ ຮ່ວມກັບ ການລົດໄຟແຫ່ງປະເທດໄທ ໄດ້ຈັດພິທີເປີດຂະບວນແລ່ນລົດໄຟສິນຄ້າ ລາວ-ໄທ ຄັ້ງປະຖົມມະລືກ ລະຫວ່າງ ສະຖານີທ່ານາແລ້ງ-ໜອງຄາຍ ໃນວັນທີ 2 ທັນວາ 2025ທີ່ສະຖານີທ່ານາແລ້ງ ເມືອງຫາດຊາຍຟອງ ນະຄອນຫຼວງ ວຽງຈັນ
ເຂົ້າຮ່ວມຂອງ ທ່ານ ສະເຫຼີມສັກ ໄຊຍະມຸງຄຸນ ຫົວໜ້າຫ້ອງການ ກະຊວງ ໂຍທາທິການ ແລະ ຂົນສົ່ງ,ທ່ານ ອານັນ ໂພນິ້ມແດງ ຮັກສາການຜູ້ວ່າການລົດໄຟແຫ່ງປະເທດໄທ; ມີຜູ້ຕ່າງໜ້າຈາກພາກລັດ ທຸລະກິດ ທັງສອງປະເທດເຂົ້າຮ່ວມ.
ທ່ານ ດາວຈິນດາ ສີຫາລາດ ຜູ້ອໍານວຍການລັດວິສາຫະກິດລົດໄຟແຫ່ງຊາດລາວ ກ່າວວ່າ: ການເປີດແລ່ນຂະບວນລົດໄຟສິນຄ້າ ໃນວັນຊາດຂອງ ສປປ ລາວ ຄົບຮອບ 50 ປີ ຂອງເຮົາໃນມື້ນີ້ ເປັນບາດກ້າວສຳຄັນ ຊຶ່ງຈະເປັນການອຳນວຍຄວາມສະດວກ ແລະ ສະໜັບສະໜູນ ການພັດທະນາການເຊື່ອມໂຍງ-ເຊື່ອມຈອດ ແລະ ຊ່ວຍຍົກລະດັບການຂົນສົ່ງສິນຄ້າທາງລົດໄຟ ໃຫ້ໂລ່ງລ່ຽນ ລະຫວ່າງ ສອງປະເທດ ລາວ-ໄທ ກັບບັນດາປະເທດອະນຸພາກພື້ນ ໃຫ້ເກີດຜົນປະໂຫຍດສູງສຸດຮ່ວມກັນ.
ທ່ານ ອານັນ ໂພນິ້ມແດງ ຮັກສາການຜູ້ວ່າການລົດໄຟແຫ່ງປະເທດໄທ ກ່າວວ່າ: ຖືເປັນອີກກ້າວໜຶ່ງທີ່ສໍາຄັນ ໃນເສັ້ນທາງການຮ່ວມມືລະຫວ່າງ ການລົດໄຟແຫ່ງປະເທດໄທ ແລະ ລັດວິສາຫະກິດລົດໄຟແຫ່ງຊາດລາວ ໃນການເລີ່ມຕົ້ນການຂົນສົ່ງສິນຄ້າຂ້າມແດນ ເສັ້ນທາງທ່ານາແລ້ງ – ໜອງຄາຍ -ທ່ານາແລ້ງ ດ້ວຍລົດຈັກ ແລະ ລໍ້ເລື່ອນ ຂອງລັດວິສາຫະກິດລົດໄຟແຫ່ງຊາດລາວ ເຊິ່ງຖືເປັນບົດໃໝ່ຂອງການ ຍົກລະດັບປະສິດທິພາບ ແລະ ສັກກະຍະພາບ ໃນເຄືອຂ່າຍທາງລົດໄຟ ໃນພາກພື້ນອາຊຽນຮ່ວມກັນ. ໃນປີ 2019 ເຊິ່ງນັບວ່າເປັນເວລາ 6 ປີທີ່ໄດ້ເປີດແລ່ນລົດຂົນສົ່ງສິນຄ້າ ຂ້າມແດນ ເສັ້ນທາງ ທ່ານາແລ້ງ-ໜອງຄາຍ – ທ່ານາແລ້ງ ໂດຍໃຊ້ລົດໄຟເຊິ່ງເປັນຈຸດເລີ່ມຕົ້ນ ໃນການຂົນສົ່ງສິນຄ້າ ລະຫວ່າງ 2ປະເທດ ຢ່າງເປັນຮູບປະທໍາ.