ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

05 Dec 2025

ຄລິກແຊຣ໌ 0 Facebook WhatsApp

ພິທີສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນຕອນເຊົ້າວັນທີ 2 ທັນວາ 2025 ທີ່ສະໜາມຫຼວງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ. ມີບັນດາການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຕົວແທນຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຕົວແທນນັກຮົບເກົ່າປະຕິວັດ, ຜູ້ຊົງຄຸນນະວຸດທິ, ຕົວແທນບັນດາເຜົ່າ, ຕົວແທນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ມວນຊົນຊາວນະຄອນຫຼວງ ກໍຄືປະຊາຊົນລາວບັນດາເຜົ່າ.

ນອກນີ້, ຍັງມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດເພື່ອນມິດຄື: ສສ ຫວຽດນາມ ນໍາໂດຍ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ສປ ຈີນ ນໍາໂດຍ ສະຫາຍ ຫວາງ ຮູໜິງ ຄະນະປະຈໍາກົມການເມືອງສູນກາງພັກກອມມູນິດຈີນ ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ; ຣາຊະອານາຈັກກໍາປູເຈຍ ນໍາໂດຍສົມເດັດ ປິໄຈ ເສນາ ເຕຍ ບັນ ທີ່ປຶກສາຂັ້ນສູງຂອງເຈົ້າຊີວິດ ຮອງປະທານຄະນະພັກປະຊາຊົນກໍາປູເຈຍ; ສ ຣັດເຊຍ ນໍາໂດຍທ່ານ ນິໂຄລາຍ ຊູຣາວະໂຣບ ຮອງປະທານສະພາສູງ ແຫ່ງ ສ ຣັດເຊຍ ແລະ ສ ກູບາ ນໍາໂດຍ ສະຫາຍ ນາງ ມາຣ໌ຕາ ອາຢາລາ ອາວິລາ ກໍາມະການກົມການເມືອງສູນກາງພັກກອມມູນິດກູບາ ຜູ້ອໍານວຍການໃຫຍ່ສູນພັນທຸກໍາ ແລະ ເຕັກໂນໂລຊີຊີວະພາບ ສ ກູບາ; ພ້ອມນີ້, ກໍມີບັນດາແຂກຖືກເຊີນ ຈາກບັນດາເອກອັກຄະລັດຖະທູດ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວເຂົ້າຮ່ວມ.

ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດ ບາງຕອນວ່າ: ກ່ອນໜ້ານີ້ 50 ປີ ນະສະຖານທີ່ນີ້ ໄດ້ເປັນບ່ອນເຕົ້າໂຮມກ້ອນກໍາລັງອັນມະຫຶມາຂອງນັກປະຕິວັດ ແລະ ປະຊາຊົນລາວຜູ້ຮັກຊາດ ເພື່ອຢຶດອໍານາດການປົກຄອງ ຢູ່ນະຄອນຫຼວງວຽງຈັນ, ອັນນໍາໄປສູ່ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ເພື່ອປະກາດລົບລ້າງລະບອບລ່າເມືອງຂຶ້ນ ແລະ ສັກດີນາ, ຂຸນເສິກ ຢ່າງສິ້ນເຊີງ; ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ຈາກເຫດການປະຫວັດສາດອັນຍິ່ງ  ໃຫຍ່ຄັ້ງນີ້ “ໄດ້ເຮັດໃຫ້ຊະຕາກໍາຂອງຊາດ ແລະ ສັງຄົມ ປະເທດເຮົາ ປ່ຽນແປງຢ່າງເລິກເຊິ່ງ ແລະ ໄດ້ໄຂສັງກາດໃໝ່ ແຫ່ງການກໍ່ສ້າງປິຕຸພູມລາວ ທີ່ແສນຮັກ ແລະ ຫວງແຫນ ຂອງພວກເຮົາ ໃຫ້ກ້າວເດີນໄປຢ່າງວ່ອງໄວ ແລະ ເຂັ້ມແຂງ ຕາມເສັ້ນທາງເອກະລາດ, ເປັນເຈົ້າຕົນເອງ, ເອກະພາບ ແລະ ວັດທະນະຖາວອນ, ຮັບປະກັນໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ດໍາລົງຊີວິດຢູ່ຢ່າງອີ່ມໜໍາສໍາລານ, ມີອິດສະຫຼະພາບ ແລະ ມີຄວາມຜາສຸກ ຕະຫຼອດກາລະນານ”.

ຕະຫຼອດໄລຍະ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ພັດທະນາ ສປປ ລາວ, ພວກເຮົາ ໄດ້ຢືນຢັນຢ່າງໜັກແໜ້ນ ເຖິງທາດແທ້, ມູນເຊື້ອປະຕິວັດ ທີ່ເປັນບົດຮຽນໃຫ້ແກ່ການສືບຕໍ່ພາປະເທດກ້າວຂຶ້ນ, ນັ້ນແມ່ນ “ຍຶດໜັ້ນອຸດົມການສັງຄົມນິຍົມ, ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນລາວທັງຊາດ ເພື່ອບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ, ສ້າງລັດ ທີ່ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ອໍານາດລັດທັງໝົດ ເປັນຂອງທົ່ວປວງຊົນລາວ ຢ່າງແທ້ຈິງ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນ” ເຊິ່ງເປັນອຸດົມການອັນເດັດດ່ຽວ, ສະເໝີຕົ້ນສະເໝີປາຍ ຂອງພັກເຮົາ ແລະ ເປັນຄວາມມຸ່ງຫວັງອັນແຮງກ້າ ຂອງປະຊາຊົນລາວ ບັນດາເຜົ່າ ທີ່ພວກເຮົາ ແລະ ຄົນຮຸ່ນໜຸ່ມຜູ້ສືບທອດ ຕ້ອງສືບຕໍ່ຍຶດໝັ້ນ ເພື່ອນໍາພາພາລະກິດປະຕິວັດ, ນໍາພາປະເທດເຮົາ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.

ພວກເຮົາຕ້ອງສູ້ຊົນບັນລຸຄາດໝາຍໃຫຍ່ ໃນການສຶບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ທີ່ລະບຸໄວ້ໃນໂຄງການການເມືອງ ຂອງພັກ ວ່າ  “ຮອດປີ 2055 ເມື່ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 100 ປີ, ສປປ ລາວ ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກໍາລັງການຜະລິດ ໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ  ໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜໍາສໍາລານ”.

ຈາກນັ້ນ ຂະບວນສວນສະໜາມ ກໍໄດ້ເລີ່ມຂຶ້ນເຊິ່ງມີ 3 ຂະບວນໃຫຍ່ ຄື: ຂະບວນທີ 1 ປະກອບມີ 5 ກ້ອນກໍາລັງ ຄື: ຈຸທຸງຊາດ-ທຸງພັກ, ກ້ອນຂະບວນ ເຄື່ອງໝາຍຊາດ; ກ້ອນກຳລັງ ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ກ້ອນກໍາລັງ ອົງການຈັດຕັ້ງຄະນະຊ່ວຍວຽກ ຂອງສູນກາງພັກ; ຂະບວນລົດ ພະນັກງານປະຕິວັດ ອາວຸດໂສ (ສະຫະພັນນັກຮົບເກົ່າແຫ່ງຊາດລາວ).

ຂະບວນທີ 2 ກ້ອນສວນສະໜາມຂອງກຳລັງປ້ອງກັນຊາດ ປ້ອງກັນ ຄວາມສະຫງົບ ປະກອບມີ 23 ກ້ອນກໍາລັງຄື: ກ້ອນທຸງໄຊ ກອງທັບປະຊາຊົນລາວ, ກ້ອນນາຍທະຫານບົກ, ກ້ອນນາຍທະຫານອາກາດ, ກ້ອນກໍາລັງໄຟເພດຍິງ 369, ກ້ອນທະຫານຮາບ, ກ້ອນທະຫານຕີພິເສດ, ກ້ອນເຫຼົ່າຮົບສືບຂ່າວ, ກ້ອນກໍາລັງທະຫານຊາຍແດນ, ກ້ອນທະຫານອາກາດຍິງ, ກ້ອນເຫຼົ່າຮົບລົດຕັງ-ຍານເກາະ, ກ້ອນເຫຼົ່າຮົບປືນໃຫຍ່ໜ້າດິນ,ກ້ອນເຫຼົ່າຮົບປ້ອງກັນອາກາດ, ກ້ອນເຫຼົ່າຮົບຊ່າງແສງ, ກ້ອນເຫຼົ່າຮົບສື່ສານ, ກ້ອນເຫຼົ່າຮົບເສນາຮັກ; ກ້ອນກໍາລັງກອງຫຼອນ, ກ້ອນກໍາລັງປ້ອງກັນຕົວ, ກ້ອນນ້ອງນ້ອຍໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ, ກ້ອນທຸງໄຊປ້ອງກັນ ຄວາມສະຫງົບ, ກ້ອນກໍາລັງປ້ອງກັນ ຄວາມສະຫງົບປະຊາຊົນ, ກ້ອນກໍາລັງປ້ອງກັນສູນກາງ, ກ້ອນກໍາລັງປ້ອງກັນເຄື່ອນທີ່.

ຂະບວນທີ 3 ກ້ອນມະຫາຊົນ (ພົນລະເຮືອນ) ປະກອບມີ 20 ກ້ອນກໍາລັງຄື: ກ້ອນເຍົາວະຊົນ 2 ທັນວາ, ກ້ອນຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ກ້ອນສະຫະພັນແມ່ຍິງລາວ, ກ້ອນສະຫະພັນກຳມະບານລາວ, ກ້ອນກຳລັງ ສູນກາງແນວລາວສ້າງຊາດ, ກ້ອນຂະແໜງການກວດກາ-ກວດສອບ, ກ້ອນກໍາລັງຂະແໜງການຕຸລາການ (ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ), ກ້ອນຂະແໜງຍຸຕິທຳ, ກ້ອນກຳລັງ ຂະແໜງການຕ່າງປະເທດ, ກ້ອນຂະແໜງສຶກສາ, ວິທະຍາສາດ ແລະ ກິລາ; ກະຊວງການເງິນ ແລະ ທະນາຄານ; ກະຊວງໂຍທາທິການ ແລະ ຂົນສົ່ງ; ກະຊວງເຕັກໂນໂລຊີ ແລະ ການສື່ສານ; ກະຊວງກະສິກຳ ແລະ ສິ່ງແລດລ້ອມ; ກ້ອນຂະແໜງອຸດສາຫະກຳ ແລະ ການຄ້າ; ກະຊວງສາທາລະນະສຸກ; ກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ກ້ອນກຳລັງ ນະຄອນຫຼວງວຽງຈັນ; ກອງແກວົງກອງທັບປະຊາຊົນລາວ; ແລະ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ.

ນອກນີ້, ໃນລະຫວ່າງການສວນສະໜາມ ຍັງໄດ້ມີການສະແດງຂອງຝູງບິນ Mi-17 ຈຳນວນ 4 ລໍາ, ປະກອບທຸງຊາດ, ທຸງພັກ, ທຸງ 50 ປີ ແລະ ປ້າຍຄໍາຂວັນນໍ້າໃຈ ທີ 2 ທັນວາ ໝັ້ນຍືນ; ມີການສະແດງບິນຂອງຍົນສູ້ຮົບ Yak-130. ສ່ວນໃນຕອນຄໍ່າກໍມີການຍິງດອກໄມ້ໄຟ, ສະແດງບິນໂດຣນ ທີ່ສະໜາມຫຼວງ ແລະ ສວນປະຕູໄຊ ຢ່າງຍິງໃຫຍ່ອະລັງການທີ່ສຸດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ