ອິນເທລ ລົງທຶນເພີ່ມ 200 ລ້ານໂດລາໃນມາເລເຊຍ ຂະຫຍາຍໂຮງງານປະກອບຊິບ

05 Dec 2025

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີ ອັນວາ ອິ ບຣາຮິມ ຂອງມາເລເຊຍ ເປີດເຜີຍຜ່ານແພລດຟອມໂຊຊຽວ X ວ່າ: ບໍລິສັດຜູ້ຜະລິດຊິບລາຍໃຫຍ່ຈາກສະຫະລັດ ອິນເທລ (Intel) ໄດ້ປະກາດການລົງທຶນເພີ່ມຕື່ມມູນຄ່າ 860 ລ້ານຣິງກິດ ຫຼື ປະມານ 200 ລ້ານໂດລາໃນປະເທດ ເພື່ອຂະຫຍາຍການດຳເນີນງານດ້ານການປະກອບ ແລະ ທົດສອບຊິບເຊມິຄອນດັກເຕີ ຮອງຮັບຄວາມຕ້ອງທີ່ພຸ່ງສູງ.

ການປະກາດດັ່ງກ່າວເກີດຂຶ້ນຫຼັງຈາກການພົບປະກັບ ທ່ານ ລິບ ບູ ຕັນ ປະທານເຈົ້າໜ້າທີ່ບໍລິຫານ (ຊີອີໂອ) ຂອງອິນເທລ ເຊິ່ງເປັນຄົນອາເມຣິກາເຊື້ອສາຍມາເລເຊຍ ເມື່ອວັນທີ 1 ທັນວາຜ່ານມາ.

ສື່ມາເລເຊຍລາຍງານວ່າ: ກ່ອນໜ້ານີ້ໃນປີ 2021 ອິນເທລ ເຄີຍປະກາດແຜນການສ້າງໂຮງງານບັນຈຸພັນຊິບຂັ້ນສູງ ມູນຄ່າ 7 ຕື້ໂດລາໃນມາເລເຊຍ ເຊິ່ງມີກໍານົດເລີ່ມການຜະລິດໃນປີ 2024 ແລະ ຈາກນັ້ນໃນປີ 2023 ອິນເທລ ຍັງໃຫ້ຄຳໝັ້ນວ່າຈະລົງທຶນເພີ່ມຕື່ມອີກ 3 ໝື່ນລ້ານຣິງກິດ ເປັນໄລຍະເວລາ 10 ປີ ເພື່ອຂະຫຍາຍໂຮງານໃນປີນັງ ແລະ ເຄດາ. ທ່ານນາຍົກມາເລເຊຍ ລະບຸວ່າ: ການລົງທຶນໃໝ່ມູນຄ່າ 860 ລ້ານຣິງກິດນີ້ ຈະຊ່ວຍເສີມຄວາມແຂງແກ່ນໃນການດຳເນີນງານດ້ານການຫຸ້ມຫໍ່ ແລະ ການທົດສອບຊິບຂອງອິນເທລ ໃນມາເລເຊຍ ແລະ ຈະຂະຫຍາຍການດຳເນີນງານທີ່ມີຢູ່ຂອງບໍລິສັດໃຫ້ໃຫຍ່ຂຶ້ນອີກ ແລະ ຍັງກ່າວອີກວ່າ ອິນເທລ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງລັດຖະບານ ໂດຍສະເພາະຕໍ່ໂຮງານ Advanced Packaging Factory ໃນປີນັງ ເຊິ່ງເປັນໂຄງການສໍາຄັນທີ່ມີມູນຄ່າລົງທຶນ 1.2 ໝື່ນລ້ານຣິງກິດ ແລະ ປັດຈຸບັນການກໍ່ສ້າງແລ້ວສໍາເລັດໄປເຖິງ 99% ແລ້ວ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ