AI ກໍາລັງປ່ຽນບົດບາດການບໍລິຫານແນວໃດ?

05 Dec 2025

ຄລິກແຊຣ໌ 0 Facebook WhatsApp

ໃນຍຸກສະໄໝທີ່ມີເຕັກໂນໂລຊີປັນຍາປະດິດ (Artificial Intelligence: AI) ພັດທະນາກ້າວໜ້າຢ່າງວ່ອງໄວ ບົດບາດຂອງການບໍລິຫານ ຫຼື ຜູ້ບໍລິຫານ ກຳລັງປັບຕົວໃຫ້ທັນກັບສະພາບໃໝ່ ແລະ ບໍ່ແມ່ນມາປ່ຽນແທນຜູ້ບໍລິຫານ. ແຕ່ເພື່ອກຳນົດນິຍາມໃໝ່ຂອງພາລະຜູ້ນຳໃນສະຕະວັດທີ 21 ແລະ ຜູ້ບໍລິຫານທີ່ເຄີຍອາໄສປະສົບການ ແລະ ມີການຕັດສິນໃຈແບບອັດຕະວິໄສ-ຂໍ້ມູນທີ່ຈຳກັດ ແມ່ນກຳລັງເຂົ້າສູ່ຍຸກສະໄໝ ທີ່ມີຂໍ້ມູນຂ່າວສານມະຫາສານ ແລະ AI ເປັນຜູ້ຊ່ວຍໃນການຕັດສິນໃຈ, ໃຫ້ຂໍ້ມູນທີ່ຖືກຕ້ອງ, ວ່ອງໄວຂຶ້ນ ແລະ ສະຫຼາດຂຶ້ນ. ນອກນັ້ນ ຖ້າ AI ໄດ້ເຂົ້າມາມີບົດບາດໃນອົງກອນ ສິ່ງທີ່ປ່ຽນແປງ ບໍ່ແມ່ນພຽງແຕ່ເຮັດວຽກໄດ້ໄວຂຶ້ນເທົ່ານັ້ນ ແຕ່ຍັງປ່ຽນໂຄງສ້າງ ແລະ ບົດບາດຂອງການບໍລິຫານອົງກອນ ໂດຍສະເພາະບົດບາດຂອງຜູ້ບໍລິຫານ ດັ່ງນີ້:

1). ຈາກເຄີຍເປັນຜູ້ຕັດສິນໃຈຜູ້ດຽວ ໄປສູ່ຜູ້ນຳທີ່ໃຊ້ຂໍ້ມູນເປັນພື້ນຖານ: ເຊິ່ງໃນອະດີດ ຜູ້ບໍລິຫານອາໃສຄວາມຮູ້ສຶກ, ປະສົບການ ແລະ ການຄາດຄະເນເຫດການໃດໜຶ່ງແບບອັດຕະວິໄສ, ແຕ່ໃນປັດຈຸບັນ ເອໄອໄດ້ຊ່ວຍສັງລວມຂໍ້ມູນມະຫາສານ ເຮັດໃຫ້ຜູ້ບໍລິຫານສາມາດຕັດສິນໃຈບົນພື້ນຖານຂອງຂໍ້ມູນແບບທັນໃຈ (Real Time) ເຊັ່ນ: ການຄາດຄະເນຍອດຂາຍ, ວິເຄາະພຶດຕິກຳລູກຄ້າ ແລະ ເບິ່ງເຫັນຄວາມສ່ຽງລ່ວງໜ້າ. ສະນັ້ນ ຜູ້ບໍລິຫານ ຈຶ່ງຕ້ອງໄດ້ປ່ຽນຈາກການ “ເດົາເກັ່ງ” ໄປເປັນ “ຖາມຖືກຄຳຖາມ” ແລະ ນໍາໃຊ້ຂໍ້ມູນເປັນ ຍ້ອນເອໄອ ສາມາດໃຫ້ຄຳຕອບໄດ້ ແຕ່ວ່າ ຜູ້ບໍລິຫານຕ້ອງຮູ້ວ່າຈະຖາມຫຍັງ?.

2). ຈາກເຄີຍມີການບໍລິຫານຕາມປະສົບການ ໄປເປັນການບໍລິຫານແບບຄາດຄະເນອະນາຄົດ: ໃນດ້ານນີ້ ເອໄອ ສາມາດຊ່ວຍຜູ້ບໍລິຫານເຫັນອະນາຄົດໄດ້ຈະແຈ້ງຂຶ້ນ ເຊັ່ນ: ປະເມີນຄວາມຕ້ອງການ ແລະ ແນວໂນ້ມຂອງຕະຫຼາດ ແລະ ພຶດຕິກຳລູກຄ້າ, ຄວາມສ່ຽງດ້ານຜູ້ສະໜອງ, ທ່າອ່ຽງປະສິດທິພາບການເຮັດວຽກ ແລະ ຈຸດທີ່ອົງກອນພົບບັນຫາລ່ວງໜ້າ ເປັນຕົ້ນ; ໃນນັ້ນ ຜູ້ບໍລິຫານຈຶ່ງຕ້ອງມີທັກສະໃໝ່ຄື ອະທິບາຍຂໍ້ມູນໃຫ້ໄດ້ເລິກເຊິ່ງ ບວກກັບຄາດຄະເນເຫດການແບບມີຍຸດທະສາດ ແລະ ໃນອະນາຄົດ ຈະບໍ່ແມ່ນຜູ້ບໍລິຫານທີ່ແກ້ໄຂບັນຫາເກັ່ງ ແຕ່ຕ້ອງເປັນຜູ້ບໍລິຫານທີ່ເຫັນບັນຫາກ່ອນລ່ວງໜ້າ.

3). ຈາກເຄີຍເປັນຜູ້ບໍລິຫານຄົນ ໄປເປັນຜູ້ບໍລິຫານເອໄອ ແລະ ເຄື່ອງຈັກ: ເຫັນວ່າໂດຍລວມແລ້ວ ເອໄອ ບໍ່ແມ່ນລູກນ້ອງ ແຕ່ເປັນທີມງານໃໝ່ໃນອົງກອນ ໂດຍຜູ້ບໍລິຫານຍຸກໃໝ່ຕ້ອງມີການບໍລິຫານປະສົມປະສານລະຫວ່າງ ມະນຸດ (Human Capital) ແລະ ປັນຍາປະດິດ (AI). ໃນນັ້ນ ບົດບາດສໍາຄັນຂອງຜູ້ບໍລິຫານ ໃນຍຸກເອໄອ ແມ່ນການບໍລິຫານຄວາມສົມດຸນລະຫວ່າງວຽກທີ່ນຳໃຊ້ ຄົນ ກັບວຽກທີ່ນຳໃຊ້ເອໄອ. ສ້າງເງື່ອນໄຂ ແລະ ລະບົບໃຫ້ຄົນເຮັດວຽກກັບເອໄອໄດ້, ສ້າງຄວາມໝັ້ນໃຈໃຫ້ພະນັກງານວ່າ: ເອໄອ ເປັນເຄື່ອງມື ແຕ່ບໍ່ແມ່ນອຸປະສັກທີ່ຈະມາກີດ ຂວາງ ແລະ ພັດທະນາທັກສະທີມງານໃຫ້ມີຄວາມພ້ອມສຳລັບວຽກງານໃໝ່ ພາຍຫລັງ ເອໄອ ໄດ້ເຂົ້າມາມີບົດບາດສ່ວນຮ່ວມ, ສະນັ້ນ ຜູ້ບໍລິຫານ ຈຶ່ງປ່ຽນບົດບາດຈາກ “ຜູ້ສັ່ງວຽກ” ໄປເປັນ “ຜູ້ອອກແບບລະບົບວຽກ”.

4). ຈາກເຄີຍເປັນ ຜູ້ບໍລິຫານທີ່ຮູ້ຫຼາຍ ໄປເປັນຜູ້ບໍລິຫານທີ່ຕັ້ງຄຳຖາມເກັ່ງ: ໃນອະດີດຜ່ານມາ ຜູ້ບໍລິຫານຕ້ອງຮູ້ທຸກເລື່ອງ ແຕ່ມາໃນຍຸກເອໄອແລ້ວ ສິ່ງສຳຄັນບໍ່ແມ່ນການຮູ້ທຸກເລື່ອງທັງໝົດ ແຕ່ແມ່ນການຖາມຄຳຖາມທີ່ດີທີ່ສຸດ ຍ້ອນເອໄອ ຈະຊ່ວຍຊອກຫາຄຳຕອບໃຫ້ ແລະ ທັກສະສຳຄັນຂອງຜູ້ບໍລິຫານ ແມ່ນຕັ້ງຄຳຖາມແບບຍຸດທະສາດ, ມີເຫດມີຜົນ, ຖາມເພື່ອຊອກຫາຄວາມຈິງ-ໂປ່ງໃສ, ຖາມເພື່ອພາໄປສູ່ຂໍ້ມູນໃໝ່ໄອເດຍໃໝ່ທີ່ສາ ມາດນຳໃຊ້ໄດ້ ແລະ ຖາມເພື່ອເປີດຄວາມຄິດມູມມອງທີ່ມະນຸດຍັງຄິດບໍ່ໄດ້, ສະນັ້ນ ເອໄອ ຊ່ວຍຜູ້ບໍລິຫານໃຫ້ເປັນ ນັກຄິດທີ່ເປັນລະບົບຫຼາຍຂຶ້ນ.

5). ຈາກເຄີຍມີການເຮັດວຽກແບບຕາມລຳດັບຂັ້ນຕອນ ໄປເປັນການເຮັດວຽກທີ່ມີສະພາບຄ່ອງມີປະສິດທິພາບ: ໃນດ້ານນີ້ ເອໄອ ຊ່ວຍໃຫ້ອົງກອນມີການຂັບເຄື່ອນວຽກງານໄວຂຶ້ນ, ຜູ້ບໍລິຫານຈຶ່ງຕ້ອງຕັດສິນໃຈໄວຂຶ້ນ, ປັບປຸງຍຸດທະສາດອົງກອນໃຫ້ທັນສະໄໝທັນສະພາບ ເມື່ອມີຂໍ້ມູນໃໝ່ເຂົ້າມາ, ເປີດກວ້າງໃນການທົດລອງຫຼາຍຂຶ້ນ, ຍອມຮັບຄວາມຜິດພາດນ້ອຍໆໃນບາງຄັ້ງ ເພື່ອຮຽນຮູ້ໄດ້ວ່ອງໄວຂຶ້ນ. ເອໄອ ເຮັດໃຫ້ອົງກອນກາຍເປັນ Fast Organization ແລະ ຜູ້ບໍລິຫານຕ້ອງເປັນ Fast Leader.

6). ຈາກເຄີຍເປັນການປົກປ້ອງສະຖານະພາບເດີມ ໄປເປັນຜູ້ບໍລິຫານທີ່ສ້າງນະວັດຕະກຳຈາກຂໍ້ມູນ: ເຊິ່ງ ເອໄອ ແມ່ນແຫຼ່ງກຳເນີດຂອງໄອເດຍໃໝ່ໆ ແບບບໍ່ສິ້ນສຸດ, ຖ້າຜູ້ບໍລິຫານຮູ້ນຳໃຊ້ ຫຼື ໝູນໃຊ້ເອໄອ ຈະສາມາດສ້າງທຸລະກິດໃໝ່ຈາກຂໍ້ມູນທີ່ມີ, ພັດທະນາຜະລິດຕະພັນໃໝ່, ປັບປຸງແນວຄິດຂະບວນການເຮັດວຽກ ເພື່ອສ້າງ ຄວາມໄດ້ປຽບທາງການແຂ່ງຂັນ ແລະ ມີແນວຄິດນະວັດຕະກຳແບບເປັນລະບົບຄົບຊຸດ. ສະນັ້ນ ຜູ້ບໍລິຫານຍຸກໃໝ່ ບໍ່ພຽງແຕ່ຮັບມືກັບການປ່ຽນແປງ ແຕ່ຕ້ອງສ້າງການປ່ຽນແປງດ້ວຍຕົນເອງ.

ຕົວຢ່າງ: KPMG ໄດ້ນຳໃຊ້ເອໄອ ໃນການຊອກຫາຂໍ້ມູນລູກຄ້າ ຈາກເດີມໃຊ້ເວລາຫຼາຍມື້ ແຕ່ຕົວຈິງໃຊ້ເວລາເກືອບບໍ່ຮອດຊົ່ວໂມງ, ພະນັກງານລະດັບຜູ້ຊ່ວຍ (Associate) ຈຶ່ງມີເວລາຫຼາຍຂຶ້ນໃນການເຮັດວຽກ ຖ້າທຽບໃນເມື່ອກ່ອນຖືເປັນວຽກຂອງຜູ້ຈັດການ ເຊັ່ນ: ການວິເຄາະຍຸດທະສາດ ຫຼື ການອອກແບບແນວທາງແກ້ໄຂບັນຫາ. ຜົນທີ່ໄດ້ຮັບມີຄື: 1. ພະນັກງານລະດັບ Associate ສາມາດເຮັດວຽກບາງຢ່າງ ໄດ້ເທົ່າກັບບົດບາດຂອງຜູ້ບໍລິຫານ ເຊັ່ນ: ການວິເຄາະຍຸດທະສາດ ຫຼື ການສັງເຄາະຂໍ້ມູນປະຊຸມ; 2. ຜູ້ບໍລິຫານມີເວລາໄປສຸມໃສ່ວຽກລະດັບຜູ້ບໍລິຫານ ເຊັ່ນ: ການກຳນົດທິດທາງຍຸດທະສາດ, ການສ້າງຄວາມສຳພັນກັບລູກຄ້າ ແລະ ການຂັບເຄື່ອນນະວັດຕະກຳໃນອົງກອນ ເປັນຕົ້ນ, ສະນັ້ນ ວຽກທີ່ເຄີຍຈຳກັດຢູ່ໃນລະດັບຜູ້ບໍລິຫານ ສາມາດກະຈາຍກວ້າງຂວາງ ແລະ ເລີ່ມຖືກພະນັກງານລະດັບ Associate ເຮັດຊ່ວຍໄດ້ ພ້ອມກັນນັ້ນ ຜູ້ບໍລິຫານ ກໍເຄື່ອນຍ້າຍໄຕ່ເຕົ້າຂຶ້ນໄປເຮັດວຽກຍຸດທະສາດທີ່ໃກ້ຄຽງກັບຜູ້ບໍລິຫານຂັ້ນສູງຫຼາຍຂຶ້ນ.

 ໂດຍລວມແລ້ວ ເອໄອ (AI) ຈະບໍ່ໄດ້ມາທົດແທນຜູ້ບໍລິຫານ ແຕ່ຈະເຮັດໃຫ້ບົດບາດຜູ້ບໍລິຫານ ປ່ຽນແປງໄປດ້ວຍເງື່ອນ ໄຂທີ່ມີເຫດມີຜົນ, ເອໄອ ບໍ່ໄດ້ເຮັດໃຫ້ຜູ້ບໍລິຫານໝົດຄວາມສຳຄັນ ແຕ່ເຮັດໃຫ້ເກີດຄຳຖາມໃໝ່ວ່າ: “ອັນໃດຄືຄຸນຄ່າຂອງຜູ້ບໍລິຫານ ທີ່ເອໄອ ເຮັດແທນບໍ່ໄດ້?” ຄໍາຕອບຄື: ຄວາມເປັນມະນຸດ, ວິໄສທັດ, ພາວະຜູ້ນໍາ, ການບໍລິຫານອາລົມ, ການເຮັດວຽກຮ່ວມກັບຄົນ ແລະ ການຂະຫຍາຍ ຄວາມໝາຍຂໍ້ມູນ ເພື່ອກຳນົດທິດທາງທີ່ມີຄວາມໝາຍ ເປັນຕົ້ນ, ສະນັ້ນ ຜູ້ບໍລິຫານ ທີ່ມີ ຄວາມພ້ອມພັດທະນາປັບຕົວໃຫ້ທັນກັບເຕັກໂນໂລຊີ ຫຼື ເອໄອ ຈະບໍ່ພຽງແຕ່ຢູ່ລອດ ແຕ່ຈະເປັນຜູ້ນຳຮຸ່ນໃໝ່ ທີ່ມີບົດບາດອຳນາດດີຂຶ້ນນຳອີກ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ