ວັນທີ 3 ທັນວາ ປີ 2025 ແມ່ນວັນຄົບຮອບ 4 ປີຂອງການເປີດນຳໃຊ້ທາງລົດໄຟລາວ-ຈີນ. ໃນໄລຍະ 4 ປີຜ່ານມາ, ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 62.5 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຫຼາຍກວ່າ 72.5 ລ້ານໂຕນ ພ້ອມທັງໄດ້ຮັບຜົນງານແຫ່ງ “ມາດຕະຖານຈີນ” ທີ່ດຳເນີນງານໃນລະດັບສູງ ດ້ວຍສະຖິຕິ “3 ສູນ” ຄື: ການເກີດອຸບັດເຫດດ້ານຄວາມປອດໄພເປັນສູນ, ຂໍ້ບົກຜ່ອງທີ່ຮ້າຍແຮງດ້ານຄຸນນະພາບຂອງອຸປະກອນເປັນສູນ ແລະ ຄວາມສ່ຽງທີ່ໜັກໜ່ວງດ້ານການອອກເດີນທາງຂອງຜູ້ໂດຍສານເປັນສູນ. ຂະນະດຽວກັນ, ທາງລົດໄຟລາວ-ຈີນ ບໍ່ພຽງແຕ່ໄດ້ຫັນປ່ຽນຖານະບົດບາດຂອງລາວໃນພາກພື້ນເທົ່ານັ້ນ, ຍັງເຮັດໃຫ້ປະເທດລາວຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ແລະ ໄດ້ສ້າງພະລັງແຮງຂັບເຄື່ອນຢ່າງໃຫຍ່ຫຼວງໃຫ້ແກ່ການເຊື່ອມໂຍງເຊື່ອມຈອດກັນຂອງອາຊຽນອີກດ້ວຍ, ໄດ້ກາຍເປັນແບບຢ່າງທີ່ຊີວິດຊີວາຂອງການເຊື່ອມໂຍງດ້ານພື້ນຖານໂຄງລ່າງ, ການເຊື່ອມໂຍງດ້ານລະບຽບການ ແລະ ການເຊື່ອມຈອດດ້ານຈິດໃຈປະຊາຊົນ ພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ”.

ໃນໄລຍະ 4 ປີຜ່ານມາ, ສື່ມວນຊົນ ແລະ ນັກການເມືອງຝ່າຍຕາເວັນຕົກຈຳນວນໜຶ່ງກ່າວດ້ວຍຄວາມສົງໄສກ່ຽວກັບທາງລົດໄຟລາວ-ຈີນຢ່າງບໍ່ຂາດສາຍ. ແຕ່ໃນໄລຍະດັ່ງກ່າວ, ຂະບວນລົດໄຟຂົນສົ່ງສິນຄ້າຕາມທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຈາກ 2 ຂະບວນ ເປັນ 23 ຂະບວນຕໍ່ມື້, ໄດ້ແລ່ນຂະບວນລົດໄຟຂົນສົ່ງສິນຄ້າໄດ້ທັງໝົດຫຼາຍກວ່າ 60,000 ຂະບວນ, ຂົນສົ່ງສິນຄ້າຫຼາຍກວ່າ 72.5 ລ້ານໂຕນ, ໃນນັ້ນ ສິນຄ້າຂ້າມຊາດມີເຖິງ 16 ລ້ານໂຕນ, ກວມເອົາ 19 ປະເທດ ແລະ ເຂດແຄວ້ນ ເຊັ່ນ: ລາວ, ໄທ, ຫວຽດນາມ ເປັນຕົ້ນ, ປະເພດສິນຄ້າເພີ່ມຂຶ້ນຈາກ 10 ກວ່າຊະນິດເປັນ 3,800 ກວ່າຊະນິດ. ສະຖານີຂົນຖ່າຍສິນຄ້າແບບດີຈີຕອນ ປະສານສົມທົບກັບຮູບແບບ “ຜ່ານດ່ານດ່ວນຂອງທາງລົດໄຟ” “ແຈ້ງເອກະສານລ່ວງໜ້າ”ຂອງດ່ານພາສີ, ເຮັດໃຫ້ເວລາການຜ່ານດ່ານຢູ່ດ່ານບໍ່ຫານຫຼຸດລົງຈາກ 40 ຊົ່ວໂມງເປັນ 2 ຫາ 5 ຊົ່ວໂມງ……ມາດຕະການຕ່າງໆຂອງທາງລົດໄຟລາວ-ຈີນເຮັດໃຫ້ຄ່າຂົນສົ່ງທາງບົກຈາກນະຄອນຫຼວງວຽງຈັນຂອງລາວ-ຄຸນໝິງຂອງຈີນຫຼຸດລົງ 30% ຫາ 50%. ໃນຮອບ 4 ປີຜ່ານມາ, ທາງລົດໄຟລາວ-ຈີນໄດ້ກາຍເປັນໜຶ່ງໃນບັນດາແລວທາງການຄ້າທາງບົກທີ່ມີພະລັງຊີວິດທີ່ສຸດພາຍໃຕ້ຂອບສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP . ອົງການປົກຄອງທ້ອງຖິ່ນ ແລະ ວິສາຫະກິດທີ່ກ່ຽວຂ້ອງຂອງລາວ ແລະ ຈີນໄດ້ວາງແຜນສ້າງເຂດນິຄົມອຸດສາຫະກຳ ແລະ ການຈໍລະຈອນສິນຄ້າ 40 ກວ່າແຫ່ງ ໂດຍອີງຕາມທ່າແຮງຊ່ອງທາງຂົນສົ່ງສິນຄ້າຂອງທາງລົດໄຟລາວ-ຈີນ ຊຶ່ງໄດ້ຊຸກຍູ້ການເພີ່ມທະວີຄວາມສາມາດການຜະລິດ ແລະ ການຍົກລະດັບຂອງອຸດສາຫະກຳຕ່າງໆຢູ່ລຽບຕາມທາງລົດໄຟ ກໍຄືການແລກປ່ຽນດ້ານເສດຖະກິດການຄ້າສາກົນຢ່າງແຂງແຮງ.

ດ້ານການຂົນສົ່ງຜູ້ໂດຍສານ, ໃນຮອບ 4 ປີຜ່ານມາ, ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານບັນລຸເຖິງ 62.5 ລ້ານເທື່ອຄົນ, ຂະບວນລົດໄຟໂດຍສານສາກົນລະຫວ່າງນະຄອນຄຸນໝິງຂອງຈີນກັບນະຄອນຫຼວງວຽງຈັນຂອງລາວເພີ່ມຂຶ້ນຮອດ 4 ຂະບວນ, ບ່ອນນັ່ງສຳລັບຜູ້ໂດຍສານຂ້າມຊາດໃນແຕ່ລະຂະບວນເພີ່ມຂຶ້ນຈາກ 250 ບ່ອນນັ່ງໃນເບື້ອງຕົ້ນເປັນ 420 ບ່ອນນັ່ງ, ໃຊ້ເວລາ 3 ຊົ່ວໂມງສາມາດໄປຮອດຈຸດໝາຍປາຍທາງ, ຫຼຸດລົງຫຼາຍກວ່າ 15 ຊົ່ວໂມງເມື່ອທຽບໃສ່ການເດີນທາງຜ່ານທາງຫຼວງ ຊຶ່ງໄດ້ອຳນວຍຄວາມສະດວກຢ່າງຫຼວງຫຼາຍໃຫ້ແກ່ການທ່ອງທ່ຽວ, ການສຶກສາຮ່ຳຮຽນ, ການດຳເນີນທຸລະກິດຂ້າມຊາດ ແລະອື່ນໆ. ໃນໄລຍະ 4 ປີຜ່ານມາ, ພະນັກງານຫຼັກແຫຼ່ງດ້ານເຕັກນິກທາງລົດໄຟຂອງຈີນ 1,000 ກວ່າຄົນໄດ້ເດີນທາງໄປລາວເພື່ອຈັດການຝຶກອົບຮົມ, ພະນັກງານລາວ 1,540 ຄົນໄດ້ສຳເລັດການຍົກລະດັບຄວາມສາມາດດ້ານເຕັກນິກ, ໃນນັ້ນ, 10 ຄົນໄປປະຕິບັດໜ້າທີ່ຕຳແໜ່ງການບໍລິຫານ, 14 ຄົນໄດ້ຮັບໃບຢັ້ງຢືນຂັບຂີ່ລົດໄຟຢ່າງເປັນທາງການ ແລະ 15 ຄົນຂຶ້ນເປັນຫົວໜ້າຈຸໂດຍສານຂະບວນລົດໄຟ. ທາງລົດໄຟສາຍໜຶ່ງກຳລັງບົ່ມເພາະສ້າງຄັງສາງຜູ້ມີຄວາມຮູ້ຄວາມສາມາດ ແລະ ລະບົບມາດຕະຖານທີ່ຕອບສະໜອງກັບຄວາມຕ້ອງການຂອງການເຊື່ອມໂຍງເຂົ້າກັນຂອງພາກພື້ນ.

ຂະນະດຽວກັນ, ທາງລົດໄຟລາວ-ຈີນໄດ້ສອດຫ້ອຍເອົາແຫຼ່ງທ່ອງທ່ຽວຕ່າງໆທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍແຫ່ງເຊັ່ນ: ນະຄອນຄຸນໝິງ, ສິບສອງພັ່ນນາ, ຫຼວງພະບາງ, ນະຄອນຫຼວງວຽງຈັນ ເປັນຕົ້ນ, ກາຍເປັນ “ທາງລົດໄຟການທ່ອງທ່ຽວ” ລະດັບໂລກ, ຊຸກຍູ້ໃຫ້ການບໍລິໂພກຢູ່ແຫຼ່ງທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ຕະຫຼາດກາງຄືນຢູ່ລຽບຕາມເສັ້ນທາງເພີ່ມຂຶ້ນຢ່າງຫຼວງຫຼາຍ. ການຂົນສົ່ງໃນໄລຍະ 40 ວັນຂອງບຸນກຸດຈີນ ປີ 2025, ດ່ານທາງລົດໄຟບໍ່ຫານໄດ້ກວດການັກທ່ອງທ່ຽວຂາເຂົ້າ-ຂາອອກ 42,000 ເທື່ອຄົນ, ເພີ່ມຂຶ້ນ 49% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນປີ 2024, ນັກທ່ອງທ່ຽວຈີນທີ່ໄປທ່ຽວລາວມີເຖິງ 1 ລ້ານເທື່ອຄົນ, ເພີ່ມຂຶ້ນ 56% ເມື່ອທຽບໃສ່ປີ 2023 ທີ່ມີ 640,000 ເທື່ອຄົນ ໄດ້ຊຸກຍູ້ໃຫ້ນັກທ່ອງທ່ຽວສາກົນທີ່ໄປທ່ຽວລາວໃນປີ 2024 ມີຫຼາຍກວ່າ 4 ລ້ານຄົນເປັນຄັ້ງທຳອິດ.
ຂໍ້ມູນ ຈາກ ເຟຈ ວິທະຍຸກະຈາຍສຽງແຫ່ງຊາດ