ເປີດຂະບວນປະຖົມມະລືກລົດໄຟສິນຄ້າ ລາວ-ໄທ ລະຫວ່າງ ສະຖານີທ່ານາແລ້ງ-ໜອງຄາຍ

02 Dec 2025

ຄລິກແຊຣ໌ 0 Facebook WhatsApp

ລັດວິສາຫະກິດລົດໄຟແຫ່ງຊາດລາວ ຮ່ວມກັບ ການລົດໄຟແຫ່ງປະເທດໄທ ໄດ້ຈັດພິທີ ເປີດຂະບວນແລ່ນ ລົດໄຟ ສິນຄ້າ ລາວ-ໄທ ຄັ້ງປະຖົມມະລຶກ ລະຫວ່າງ ສະຖານີທ່ານາແລ້ງ-ໜອງຄາຍ ຂຶ້ນໃນວັນທີ 2 ທັນວາ 2025 ທີ່ ສະຖານີທ່ານາແລ້ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫຼີມສັກ ໄຊຍະມຸງຄຸນ ຫົວໜ້າຫ້ອງການ ກະຊວງ ໂຍທາທິການ ແລະ ຂົນສົ່ງ,

ທ່ານ ອານັນ ໂພນິ້ມແດງ ຮັກສາການຜູ້ວ່າການລົດໄຟແຫ່ງປະເທດໄທ ມີຜູ່ຕ່າງນ້າຈາກພາກລັດ ທຸລະກິດ ທັງສອງປະເທດເຂົ້າຮ່ວມ.

     ທ່ານ ດາວຈິນດາ ສີຫາລາດ ຜູ້ອໍານວຍການລັດວິສາຫະກິດລົດໄຟແຫ່ງຊາດລາວ ໄດ້ກ່າວວ່າ: ການເປີດແລ່ນຂະບວນລົດໄຟສິນຄ້າ ໃນວັນຊາດຂອງ ສປປ ລາວ ຄົບຮອບ 50 ປີ ຂອງເຮົາໃນມື້ນີ້ ເປັນບາດກ້າວສຳຄັນ ຊຶ່ງຈະເປັນການອຳນວຍຄວາມສະດວກ ແລະ ສະໜັບສະໜູນ ການພັດທະນາການເຊື່ອມໂຍງ-ເຊື່ອມຈອດ ແລະ ຊ່ວຍຍົກລະດັບການຂົນສົ່ງສິນຄ້າທາງລົດໄຟ ໃຫ້ໂລ່ງລ່ຽນ ລະຫວ່າງ ສອງປະເທດ ລາວ-ໄທ ກັບບັນດາປະເທດອະນຸພາກພື້ນ ໃຫ້ເກີດຜົນປະໂຫຍດສູງສຸດຮ່ວມກັນ

ສະແດງຄວາມຂອບໃຈ ມາຍັງການລົດໄຟແຫ່ງປະເທດໄທ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ຊ່ວຍເຫຼືອໃນການຝຶກອົບຮົມພະນັກງານຂອງລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະ ການກະກຽມຄວາມພ້ອມໃນດ້ານຕ່າງໆໃນການເປີດຂະບວນປະຖົມມະລຶກລົດໄຟສິນຄ້າ ລາວ-ໄທ ລະຫວ່າງ ສະຖານີທ່ານາແລ້ງ-ໜອງຄາຍ ໂດຍຂະບວນລົດໄຟແຫ່ງຊາດລາວໃນຄັ້ງນີ້ດ້ວຍ

ທ່ານ ອານັນ ໂພນິ້ມແດງ ຮັກສາການຜູ້ວ່າການລົດໄຟແຫ່ງປະເທດໄທ ໄດ້ກ່າວວ່າ: ຖືເປັນອີກກ້າວໜຶ່ງທີ່ສໍາຄັນ ໃນເສັ້ນທາງການຮ່ວມມືລະຫວ່າງ ການລົດໄຟແຫ່ງປະເທດໄທ  ແລະ ລັດວິສາຫະກິດລົດໄຟຟແຫ່ງຊາດລາວ  ໃນການເລີ່ມຕົ້ນການຂົນສົ່ງ  ສິນຄ້າຂ້າມແດນ ເສັ້ໜທາງທ່ານາແລ້ງ – ໜອງຄາຍ  -ທ່ານາແລ້ງ  ດ້ວຍລົດຈັກ ແລະ ລໍ້ເລື່ອນ ຂອງລັດວິສາຫະກິດລົດໄຟແຫ່ງຊາດລາວ ເຊິ່ງຖືເປັນບົດໃໝ່ຂອງການ ຍົກລະດັບປະສິດທິພາບ  ແລະ ສັກກະຍະພາບ  ໃນເຄືອຂ່າຍທາງລົດໄຟ ໃນພາກພື້ນອາຊຽນຮ່ວມກັນ.

     ໃນປີ 2019 ເຊິ່ງນັບວ່າເປັນເວລາ 6 ປີທີ່ໄດ້ເປີດແລ່ນລົດຂົນສົ່ງສິນຄ້າ ຂ້າມແດນ ເສັ້ນທາງ ທ່ານາແລ້ງ-ໜອງຄາຍ – ທ່ານາແລ້ງ ໂດຍໃຊ້ລົດໄຟເຊິ່ງເປັນຈຸດເລີ່ມຕົ້ນ  ໃນການຂົນສົ່ງສິນຄ້າ ລະຫວ່າງ 2ປະເທດ ຢ່າງເປັນຮູບປະທໍາ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ