ໃນໄລຍະຜ່ານມາ ການລ້ຽງສັດຢູ່ສປປ ລາວ ແມ່ນມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງມັນສະແດງອອກໃນຕົວເລກການເພີ່ມຂຶ້ນຂອງຝູງສັດໃນແຕ່ລະປີ. ນອກຈາກນີ້ຍັງສັງເກດເຫັນວ່າ ການລົງທຶນຂອງພາກລັດ ແລະ ເອກະຊົນ ກໍໄດ້ເພີ່ມຂຶ້ນໄປຄຽງຄູ່ກັບການຂະຫຍາຍຕົວດັ່ງກ່າວນັ້ນ, ພວກເຮົາຍັງພົບບັນຫາຫຼາຍດ້ານທີ່ເປັນສິ່ງທ້າທ້າຍຕໍ່ວຽກລ້ຽງສັດ ແລະ ຜະລິດສັດ ໄດ້ແກ່:
1). ອັດຕາການຕາຍຂອງສັດລ້ຽງຍັງມີສູງມີການລະບາດໃນແຕ່ລະປີ.
2). ຂໍ້ມູນທາງດ້ານສະຖິຕິຍັງບໍ່ທັນແນ່ນອນ ແລະ ຊັດເຈນ ອັດຕາການສັກຢາປ້ອງກັນຕໍ່າ.
3). ລະບົບການລາຍງານຍັງບໍ່ທັນເປັນຕ່ອງໂສ້ ແລະ ບໍ່ທັນກັບສະພາບການ.
4). ມາດຕະຖານໃນການຄຸ້ມຄອງສັດລ້ຽງ ທາງດ້ານກົດໝາຍຍັງບໍ່ທັນເຂັ້ມແຂງ ແລະ ຮັດກຸມ.
5). ພື້ນຖານວັດຖຸເຕັກນິກ ແລະພະນັກງານຍັງອ່ອນນ້ອຍບໍ່ທັນເຂັ້ມແຂງ, ຍັງບໍ່ທັນຂະຫຍາຍບັນດາ ເຕັກນິກ, ທີ່ໄດ້ທົດສອບມາອອກໄປສູ່ຜູ້ລ້ຽງສັດຢ່າງກວ້າງຂວາງໄດ້ດີເທື່ອ.
6). ການຍອມຮັບເຕັກນິກໃໝ່ໃນດ້ານການລ້ຽງ ແລະ ຜະລິດສັດຂອງຊາວກະສິກອນຍັງຈຳກັດ.
7). ການລົງທຶນໃນການລ້ຽງສັດຍັງຕໍ່າ.
8). ແນວພັນສັດ ຍັງບໍ່ໄດ້ຮັບການປັບປຸງເທົ່າທີ່ຄວນ, ການຂະຫຍາຍພັນຍັງປະປ່ອຍໄປຕາມທຳມະຊາດ.
9). ທົ່ງຫຍ້າທຳມະຊາດມີຄຸນຄ່າທາງດ້ານອາຫານຕໍ່າ ແລະ ຍັງຂາດການສ້າງທົ່ງຫຍ້າທີ່ມີຄຸນນະພາບດີ.
▶ ຮູບແບບການລ້ຽງງົວຢູ່ໃນ ສປປ ລາວ
ໃນປັດຈຸບັນການລ້ຽງສັດຄ້ຽວເອື້ອງ ໂດຍສະເພາະແມ່ນງົວ, ຄວາຍ, ແບ້ ໄດ້ສ້າງຄວາມສົນໃຈໃຫ້ແກ່ຊາວກະສິກອນ ຫຼື ເວົ້າໄດ້ວ່າແມ່ນບັນຫາທີ່ພົ້ນເດັ່ນ ແລະ ສ້າງ ຄວາມສົນໃຈໃຫ້ແກ່ບໍລິສັດເອກະຊົນ ແລະ ບຸກຄົນ ເຊິ່ງໃຫ້ຄວາມສົນໃຈທີ່ຕ້ອງການພັດທະນາການລ້ຽງສັດ ແລະ ເລີ່ມມີການຫັນປ່ຽນຈາກການລ້ຽງແບບທຳມະຊາດ ໄປສູ່ການຜະລິດແບບເປັນສິນຄ້າ ແຕ່ມັນຍັງຂຶ້ນກັບຫຼາຍປັດໄຈ ແລະ ຫຼາຍເງື່ອນໄຂທາງທຳມະຊາດ, ເສດຖະກິດ – ສັງຄົມ ສະພາບການລ້ຽງງົວໃນປະເທດລາວ ຈະປະກອບມີ 3 ແບບຄື: 1). ການລ້ຽງແບບປ່ອຍ; 2). ການລ້ຽງແບບເຄິ່ງຂັງ-ເຄິ່ງປ່ອຍ ແລະ 3). ການລ້ຽງແບບຂັງ ( ທອມ ).
ແຕ່ສ່ວນຫຼາຍແລ້ວ ແມ່ນລ້ຽງແບບປ່ອຍໄປຕາມທຳມະຊາດໃນລະດູແລ້ງ ຫຼັງຈາກກ່ຽວເຂົ້າແລ້ວປະຊາຊົນຈະປ່ອຍງົວໃຫ້ໄປກິນຕາມທົ່ງນາ ແລະ ປ່າເຫຼົ່າເປັນເວລາ 6 ເດືອນ. ງົວມີເວລາກິນຫຍ້າ, ເຟືອງພືດອາຫານສັດທັງກາງເວັນ ແລະ ກາງຄືນ ກ່ອນຈະເຖິງລະດູເຮັດນາ ປະຊາຊົນຈະໄປຊອກຫາສັດເພື່ອນໍາມາລ້ຽງແບບຜູກມັດ.
ປັດຈຸບັນຈະສັງເກດເຫັນວ່າການລ້ຽງສັດໃນເຂດພູດອຍທີ່ມີເງື່ອນໄຂອາຫານທຳມະຊາດ, ແຫຼ່ງນໍ້າທີ່ອຸດົມສົມບູນຈະມີອັດຕາການລ້ຽງງົວ ປະມານ 2.5 ໄຮ່/ໂຕ, ເຂດພູພຽງ 3.1 ໄຮ່/ໂຕ ແລະ 5 ໄຮ່/ໂຕ ໃນເຂດທົ່ງພຽງ ໝາຍຄວາມວ່າໃນເຂດພູດອຍຍັງມີທ່າແຮງຫຼາຍໃນການຂະຫຍາຍການລ້ຽງສັດ ເຊິ່ງຜົນສໍາຫຼວດເຫັນວ່າຢູ່ເຂດພູພຽງ ປະຊາຊົນລ້ຽງງົວປະມານ 9.9 ໂຕ/ຄອບຄົວ, ເຂດພູດອຍ 7.2 ໂຕ/ຄອບຄົວ ແລະ ເຂດທົ່ງພຽງ 4.4 ໂຕ/ຄອບຄົວໜ້ອຍກວ່າເຂດອື່ນ ເພາະວ່າເນື້ອທີ່ ມີຈຳກັດ ເນື່ອງຈາກມີການຂະຫຍາຍເນື້ອທີ່ປູກພືດເພີ່ມຂຶ້ນ ແລະ ການເຮັດນາ 2 ລະດູ.
ຂໍ້ມູນ: ຄູ່ມືການລ້ຽງງົວ ທອມ