ລາຄາຄຳໂລກສູງຂຶ້ນສູ່ລະດັບ4,100ໂດລາຕໍ່ອອນ ໂດຍໄດ້ແຮງຍູ້ຈາກຄວາມຄາດຫວັງທີ່ເພີ່ມຂຶ້ນວ່າທະນາຄານກາງສະຫະລັດ ຈະຫຼຸດດອກເບ້ຍໃນເດືອນໜ້າ ປະກອບກັບຄ່າເງິນໂດລາທີ່ອ່ອນຄ່າລົງ.
ລາຄາຄໍາຕະຫຼາດ Spot Gold ໃນວັນຈັນທີ 24 ພະຈິກ ເພີ່ມຂຶ້ນ 1.2% ຢູ່ທີ່ 4,113 ໂດລາຕໍ່ອອນ ຂະນະທີ່ຕະຫຼາດ Gold Futures ງວດສົ່ງມອບເດືອນທັນວາປັບຂຶ້ນ 0.9% ມາຢູ່ທີ່ 4,115 ໂດລາຕໍ່ອອນ.
ທ່ານ ບາດ ເມເລກ ຫົວໜ້າກົນລະຍຸດສິນຄ້າໂພກກະພັນຂອງ TD Securities ກ່າວວ່າ: ຕະຫຼາດເລີ່ມໝັ້ນໃຈຫຼາຍຂຶ້ນວ່າເຟດ ກໍາລັງກຽມຫຼຸດອັດຕາດອກເບ້ຍໃນເດືອນທັນວາ ເຊິ່ງການຄາດການອັດຕາດອກເບ້ຍທີ່ຫຼຸດລົງ ແລະ ເງິນໂດລາທີ່ອ່ອນຄ່າຊ່ວຍຍູ້ລາລາຄໍາປັບຕົວຂຶ້ນ.
ທ່ານ ຈອນ ວິນລຽມ ປະທານເຟດນິວຍອກ ກ່າວໃນວັນສຸກຜ່ານມາວ່າ: ອັດຕາດອກເບ້ຍຂອງສະຫະລັດ ອາດປັບຫຼຸດໃນໄລຍະເວລາອັນໃກ້ ໂດຍບໍ່ສ່ຽງຕໍ່ເປົ້າໝາຍເງິນເຟີ້ຂອງເຟດ ຂະນະດຽວກັນຍັງຊ່ວຍປ້ອງກັນການຊະລໍຕົວຂອງຕະຫຼາດແຮງງານ.