ຂ່າວຊີອາໄອ ລາຍງານວ່າ: ປີນີ້ແມ່ນຄົບຮອບ 15 ປີຂອງການສ້າງຕັ້ງເຂດການຄ້າເສລີຈີນ-ອາຊຽນ, ພາຍໃຕ້ການຊຸກຍູ້ຂອງນະໂຍບາຍການປອດພາສີ ແລະ ການອຳນວຍຄວາມສະດວກໃຫ້ແກ່ການຄ້າ, ອຸດສາຫະກຳຈີນ-ອາຊຽນໄດ້ເສີມຂະຫຍາຍທ່າແຮງທີ່ຊ່ວຍຊູຍູ້ໜູນກັນຢ່າງເຕັມທີ່ ແລະ ໄດ້ສ້າງລະບົບການແບ່ງງານ ແລະ ການປະສານງານທີ່ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ.
ຂະນະທີ່ຈີນ-ອາຊຽນ ກາຍເປັນຄູ່ການຄ້າໃຫຍ່ອັນດັບ 1 ຂອງກັນແລະກັນ 5 ປີລຽນຕິດ, ການແລກປ່ຽນດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍມີຊີວິດຊີວາຢ່າງຕັ້ງໜ້າ.
ອີງຕາມຕົວເລກສະຖິຕິຂອງດ່ານພາສີຈີນ, ປີ 2024 ຍອດມູນຄ່າການຄ້າສິນຄ້າລະຫວ່າງຈີນ-ອາຊຽນມີເຖິງ 982 ຕື້ 100 ລ້ານໂດລາ ເປັນສະຖິຕິສູງສຸດຄັ້ງໃໝ່ໃນປະຫວັດສາດ ເພີ່ມຂຶ້ນ 16.9 ເທົ່າ ເມື່ອທຽບໃສ່ໄລຍະເລີ່ມຕົ້ນສ້າງເຂດການຄ້າເສລີຈີນ-ອາຊຽນເມື່ອປີ 2002.
ໃນ 10 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າລະຫວ່າງຈີນ-ອາຊຽນມີເຖິງ 862 ຕື້ 700 ລ້ານໂດລາ ເພີ່ມຂຶ້ນ 8.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງໄດ້ສະແດງໃຫ້ເຫັນເຖິງກຳລັງແຮງບົ່ມຊ້ອນອັນໃຫຍ່ຫຼວງຂອງການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍ.