ການລົງທຶນໂດຍກົງຈາກຈີນຕໍ່ຕ່າງປະເທດຢູ່ອັນດັບ 3 ຂອງໂລກ

28 Nov 2025

ຄລິກແຊຣ໌ 0 Facebook WhatsApp

ໃນ 3 ໄຕມາດທຳອິດປີ2025, ທົ່ວຂະແໜງການຂອງຈີນລົງທຶນໂດຍກົງຕໍ່ຕ່າງ ປະເທດມີມູນຄ່າປະມານ 132ຕື້ໂດລາ ທຽບໃສ່ໄລຍະດຽວກັນຂອງປີ 2024 ເພີ່ມຂຶ້ນ 4.4%.

ພາຍໃຕ້ເບື້ອງຫຼັງທີ່ສະພາບແວດລ້ອມພາຍນອກມີ ການປ່ຽນແປງຢ່າງສັບສົນ,ການລົງທຶນໂດຍກົງຈາກຈີນຕໍ່ຕ່າງປະເທດຍັງສືບຕໍ່ເພີ່ມຂຶ້ນ,ຂະໜາດການລົງທຶນໄດ້ຄອງອັນດັບ 3 ຂອງໂລກ. ວິສາຫະກິດ ຈີນໄດ້ໄປສ້າງຕັ້ງໂຮງງານຢູ່ 151 ປະເທດແລະເຂດແຄວ້ນທົ່ວໂລກ.

ນັບມາຮອດທ້າຍປີ 2024 ຈີນໄດ້ສ້າງຕັ້ງວິສາຫະກິດຢູ່ຕ່າງປະເທດຫຼາຍກວ່າ 50,000 ແຫ່ງ,ສະເລ່ຍແລ້ວສາມາດສ້າງວຽກເຮັດງານທຳໄດ້ຫຼາຍກວ່າ 2 ລ້ານຕຳແໜ່ງຕໍ່ປີ,ການປະກອບສ່ວນດ້ານການລົງທຶນຂອງຈີນທີ່ມີຕໍ່ເສດຖະກິດໂລກນັບມື້ນັບພົ້ນເດັ່ນຂຶ້ນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ