ກຸ່ມບໍລິສັດ ເອເດນອຸດົມຜົນ ຈະລົງທຶນຫຼາຍກວ່າ 20.5 ລ້ານໂດລາສະຫະລັດ ພັດທະນາລະບົບສາງ, ຕະຫຼາດຊາຍແດນ, ຈຸດບໍລິການດ້ານການຂົນສົ່ງຫຼາຍຮູບແບບຢູ່ດ່ານສາກົນໜອງນົກຂຽນ ເມືອງໂຂງ ແຂວງຈຳປາສັກ.
ອົງການປົກຄອງຈໍາປາສັກ ໄດ້ເຊັນສັນຍາສຳປະທານ ໂຄງການລົງທຶນກໍ່ສ້າງເຂດລະບົບສາງ, ຕະຫຼາດຊາຍແດນ, ຈຸດບໍລິການດ້ານການຂົນສົ່ງຫຼາຍຮູບແບບ ເຂດ Logistics ຕາມແຜນຜັງການພັດທະນາດ່ານສາກົນໜອງນົກຂຽນ ບ້ານບຶງງາມ ເມືອງ ໂຂງ ກັບ ກຸ່ມບໍລິສັດ ເອເດນ ອຸດົມຜົນ ຈຳກັດຜູ້ດຽວ.
ພິທີເຊັນສັນຍາຈັດຂຶ້ນຢູ່ໂຮງແຮມຈໍາປາສັກແກຣນ ເມື່ອວັນທີ 24 ພະຈິກ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົມພອນ ພັນດານຸວົງ ຮອງປະທານຄະນະກຳມະການປົກຄອງແຂວງຈໍາປາສັກ ຜູ້ຊີ້ນໍາວຽກງານເສດຖະກິດ.
ການລົງນາມມີຂຶ້ນລະຫວ່າງ ທ່ານ ບຸນມີ ຄໍາພິທູນ ຄະນະຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ຈຳປາສັກ ກັບ ທ່ານ ແຫວນວົງກົດ ສຸລິວົງ ປະທານກຸ່ມບໍລິສັດ ເອເດນ ອຸດົມຜົນ ຈໍາກັດຜູ້ດຽວ.
ກຸ່ມບໍລິສັດເອເດນ ອຸດົມຜົນ ຈຳກັດຜູ້ດຽວ ໄດ້ສະເໜີລົງທຶນ ໂຄງການລົງທຶນກໍ່ສ້າງເຂດລະບົບສາງ, ຕະຫຼາດ ຊາຍແດນ, ຈຸດບໍລິການດ້ານການຂົນສົ່ງຫຼາຍຮູບແບບ ເຂດ Logistics ຕາມແຜນຜັງການພັດທະນາດ່ານສາກົນໜອງນົກຂຽນ ບ້ານບຶງງາມ ເມືອງ ໂຂງ ເຊິ່ງໄດ້ມີບັນດາກິດຈະກຳຕ່າງໆ ຄື: ລະບົບສາງພາສີທັນສະໄໝ (ສາງເກັບມ້ຽນສິນຄ້າຊົ່ວຄາວ),ລະບົບຊິງຊັ່ງທັນສະໄໝ (ໃຊ້ສໍາລັບລົດບັນທຸກເຂົ້າ – ອອກສາງ ຫຼື ລົດບັນທຸກທີ່ຈະຜ່ານດ່ານສາກົນ ໜອງນົກຂຽນທຸກໆຄັນ), ຫ້ອງການ (ສໍາລັບເຈົ້າໜ້າທີ່ພາສີໃນການກວດກາ, ບ່ອນແຈ້ງເອກະສານ ແລະ ກວດກາໃບແຈ້ງພາສີ),. ນອກນັ້ນຍັງມີ ເຂດຈອດລົດປັບຄວາມເຢັນ, ບໍລິການນໍາເຂົ້າ, ສົ່ງອອກ, ສະຖານນີຂົນສົ່ງສິນຄ້າ – ລະບົບຂົນສົ່ງລະຫວ່າງປະເທດ, ເຂດ Logistics, ການຂົນສົ່ງຫຼາຍຮູບແບບ ເຊິ່ງ ກຸມບໍລິສັດເອເດນ ອຸດົມຜົນ ຈະລົງທຶນຫຼາຍກວ່າ 20.5ໂດລາສະຫະລັດ, ມີໄລຍະເວລາສໍາປະທານ 50 ປີ, ຂອບເຂດພັດທະນາໃນເນື້ອທີ່ທັງໝົດ 4 ເຮັກຕາ ຕາມແຜນຜັງຂອງດ່ານທີ່ໄດ້ມີການຮັບຮອງຈາກກະຊວງໂຍທາທິການ ແລະ ຂົນສົ່ງ ຖືກຕ້ອງຕາມລະບຽບການ.