ພາຍຫຼັງທີ່ໂຄງການດັ່ງກ່າວ ໄດ້ມີການລົງນາມໃນສັນຍາເມື່ອກາງເດືອນຕຸລາ 2025 ຜ່ານມາ ແລະ ຕົກມາໃນໄລຍະທ້າຍເດືອນ, ບໍລິສັດ ຜູ້ພັດທະນາ ກໍຄື ກຸ່ມບໍລິສັດ ນໍ້າທາ ກໍ່ສ້າງ-ຂົວ-ທາງຈຳກັດຜູ້ດຽວ ແມ່ນໄດ້ສົ່ງທີມງານພ້ອມດ້ວຍເຄື່ອງກົນຈັກ ເຂົ້າປະຈຳຢູ່ພາກສະໜາມແລ້ວ ໃນຊ່ວງທີ 2 ເຊິ່ງມີໄລຍະທາງທັງໝົດ 203.8 ກິ ໂລແມັດ ຈາກ ເມືອງປາກຊັນ ຫາ ຊາຍແດນລາວ-ຫວຽດນາມ ເຂດເມືອງໄຊຈຳພອນ ແຂວງບໍລິຄຳໄຊ.

ໂດຍ ທ່ານ ບຸນຕາ ແສງຄຳຝອງ ວິຊາການປະຈຳຢູ່ພາກສະໜາມ ຂອງບໍລິສັດ ນໍ້າທາ ກໍ່ສ້າງ-ຂົວ-ທາງຈຳກັດ ໄດ້ໃຫ້ສຳພາດຕໍ່ກັບສື່ມວນຊົນ ກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການວ່າ: ປັດຈຸບັນໂຄງການຂອງພວກເຮົາ ແມ່ນໄດ້ມີການລົງມືກໍ່ສ້າງແລ້ວ ໂດຍເລີ່ມແຕ່ກິໂລແມັດ 00 ບ້ານທົ່ງ ປາກຊັນ, ສ່ວນຈຸດທີ 2 ແມ່ນຢູ່ກິໂລແມັດທີ 22, ພ້ອມມີຈຸດກິໂລແມັດ 33-34 ແລະ ກິໂລແມັດ 96 ກິໂລແມັດທີ 106 ແມ່ນໄດ້ເອົາກົນຈັກເຂົ້າ ແມ່ນເລີ່ມທະລຸແລວທາງ ຖ້າຕີຄວາມຄືບໜ້າວຽກທະລຸແລວທາງ ປະຈຸບັນປະຕິບັດໄດ້ 20%.

ພ້ອມດຽວກັນນັ້ນ ທ່ານ ຫຼຽນທອງ ວົງຫາຈັກ ຮອງຫົວໜ້າໂຄງການກໍ່ສ້າງທາງດ່ວນວຽງຈັນ-ຮ່າໂນ້ຍ, ແຕ່ຊ່ວງ 1 ແລະ ຊ່ວງ 2 ຍັງໃຫ້ສຳພາດວ່າ: ປັດຈຸບັນ ເຫັນວ່າ ບໍລິສັດຜູ້ພັດທະນາ ແມ່ນໄດ້ມີຄວາມກະຕືລືລົ້ນໃນການຈັດຕັ້ງປະຕິບັດໂຄງການ ໂດຍໄດ້ເລີ່ມນຳເອົາກົນຈັກເຂົ້າມາປະຈຳຢູ່ໃນແຕ່ລະຈຸດ ເພື່ອລົງມີກໍ່ສ້າງໃຫ້ສຳເລັດຕາມແຜນການທີ່ວາງໄວ້.

ທາງ ກຸ່ມ ບໍລິສັດຜູ້ພັດທະນາ ແມ່ນມີແຜນຈະກໍ່ສ້າງໂຄງການດັ່ງກ່າວໃຫ້ສຳເລັດໃນ 4 ປີ ຄືປີ 2029 ໃຫ້ສຳເລັດ, ຕາມຄວາມພ້ອມ ແລະ ວາງແຜນລົງມື 3 ໜ້າວຽກໃຫຍ່ໄປພ້ອມກັນເຊັ່ນ: ວຽກດິນ, ວຽກໂຄງສ້າງ ແມ່ນຈະເອົາກົນຈັກເຂົ້າທຸກໆ 10-20 ກິໂລ ຕະຫຼອດເສັ້ນທາງ ສ່ວນວຽກຂົວ ແມ່ນຈະໄດ້ລົງມືທຸກໆຂົວໄປພ້ອມກັນ, ວຽກປູໜ້າທາງດ້ວຍເບຕົງ ແມ່ນພວກເຮົາຈະໄດ້ລົງມືຢູ່ເຂດທົ່ງພຽງຈຸດທີ່ວຽກດິນສຳເລັດແລ້ວ, ໃນການກໍ່ສ້າງຕົວຈິງແມ່ນຈະໄດ້ກໍ່ສ້າງທາງເວັ້ນທາງຄືນ ໂດຍຈະນຳແຮງງານຕ່າງປະເທດມາຊ່ວຍ ເພື່ອໃຫ້ມີປະສິດທິພາບສູງ.
