ສຳນັກຂ່າວຊິນຮວາ ລາຍງານຈາກນະຄອນຫຼວງເລີແກ ປະເທດເອຢິບ ເມື່ອບໍ່ດົນມານີ້ວ່າ: ກະຊວງ ປິໂຕຣລຽມ ຂອງເອຢິບ ລາຍງານວ່າ: ຄັລຄາ ປິໂຕຣລຽມ ຄອມປານີ (ເຄພີຊີ) ເຊິ່ງເປັນບໍລິສັດຂະໜາດໃຫຍ່ ໃນຂະແໜງທຸລະກິດພະລັງງານຂອງເອຢິບ ໄດ້ຄົ້ນພົບແຫຼ່ງແກັສທຳມະຊາດແຫ່ງໃໝ່ໃນທະເລຊາຍຕາເວັນຕົກ ເຊິ່ງຜົນການທົດລອງເບື້ອງຕົ້ນໄດ້ລະບຸວ່າ ມີຜົນຜະລິດປະມານ 36 ລ້ານແມັດກ້ອນຕໍ່ວັນຕາມມາດຕະຖານ.
ຄຽງຄູ່ກັນນັ້ນ ຍັງໄດ້ຂຸດເຈາະ ບໍ່ສຳຫຼວດ ໂກມານາ-1 (Gomana-1) ຫຼັງຈາກນັ້ນ ເຄື່ອງມືວັດຄ່າຄວາມຕ້ານທານໄຟຟ້າ ໂດຍບົ່ງຊີ້ຈຸດທີ່ມີແກັສທຳມະຊາດຢູ່ປະລິມານຫຼວງຫຼາຍ.
ການຄົ້ນພົບດັ່ງກ່າວ ເປັນໜຶ່ງໃນການຄົ້ນພົບຮອບຫຼ້າສຸດ ຂອງຄັລຄາ ແລະ ຫຸ້ນສ່ວນຕ່າງປະເທດ ເຊັ່ນ: ອາປາເຊ ຄອບປໍເຣຊັນ ໂດຍຈະສືບຕໍ່ພັດທະນາແຫຼ່ງທຳມະຊາດ ແລະ ນໍ້າມັນ ໃນພື້ນທີ່ທະເລຕາເວັນຕົກ. ນອກຈາກນັ້ນ, ກະຊວງປີໂຕຣ ລ່ຽມຂອງເອຢິບ ໄດ້ສະແດງ ຄວາມເຊື່ອໝັ້ນວ່າ: ຜົນຜະລິດ ເພີ່ມເຕີມຈະຊ່ວຍສະໜັບສະໜູນຍຸດທະສາດ ເພື່ອຊຸກຍູ້ສັກກາຍະພາບການຜະລິດພາຍໃນປະເທດ ໃຫ້ກ້າວໄປສູ່ລະດັບສູງສຸດ ແລະ ເສີມສ້າງບົດບາດ ການເປັນສູນກາງລະດັບພາກພື້ນຂອງເອຢິບ.