ລາຄານໍ້າມັນໂລກຫຼຸດລົງ

24 Nov 2025

ຄລິກແຊຣ໌ 0 Facebook WhatsApp

ລາຄານໍ້າມັນເວສເທັກຊັດອິນເຕີມີເດຍ (WTI) ຫຼຸດລົງເປັນວັນທີສາມຢູ່ທີ່ 58 ໂດລາຕໍ່ບາເຣລ ຂະນະທີ່ລາຄານໍ້າມັນດິບເບຣນ ປິດຕະຫຼາດໃກ້ລະດັບ 63 ໂດລາ ໃນວັນທີ 20 ພະຈິກ 2025 ຫຼັງລາຍງານຂ່າວແຜນສັນຕິພາບອູແກຣນຄືບໜ້າ ໂດຍປະທານາທິບໍດີ ແຫ່ງອູແກຣນ ຕົກລົງຮ່ວມເດີນໜ້າແຜນສັນຕິພາບດັ່ງກ່າວ.

ແຜນນີ້ຮ່າງຂຶ້ນໂດຍສະຫະລັດ ແລະ ຣັດເຊຍ ເຊິ່ງປະທານາທິບໍດີ ແຫ່ງອູແກຣນ ຄາດວ່າຈະຫາລືກັບປະທານາທິບໍດີ ໂດນັລ ທຣໍາ ໃນອີກບໍ່ເທົ່າວັນຕໍ່ໜ້າເຖິງຂໍ້ສະເໜີຕ່າງໆລວມເຖິງການຍອມຍົກດິນແດນໃຫ້ຣັດເຊຍ ແລະ ການຍົກເລີກມາດຕະການຂວໍ້າບາດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ