ຕະຫຼາດໂນນຄໍ້ໄດ້ຮັບໃບຢັ້ງຢືນຕະຫຼາດມາດຕະຖານແຫ່ງທີ 8 ຂອງ ນວ

21 Nov 2025

ຄລິກແຊຣ໌ 0 Facebook WhatsApp

ພິທີມອບ-ຮັບໃບຢັ້ງຢືນຕະຫຼາດມາດຕະຖານໃຫ້ວິສາຫະກິດຮຸ້ນສ່ວນຈັດສັນຕະຫຼາດໂນນຄໍ້ ຕັ້ງຢູ່ບ້ານໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ເປັນແຫ່ງທຳອິດຂອງເມືອງໄຊເສດຖາ ແລະ ເປັນແຫ່ງທີ 8 ຂອງ ນວ ຈັດຂຶ້ນວັນທີ 21 ພະຈິກ 2025 ມີທ່ານ ອັກຄະວົງ ວຽນເຮືອງໄຜ່ ຮອງຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ, ທ່ານ ຄຳສະຫວັນ ໂຄດໄຊ ປະທານຄະນະກຳມະການປົກຄອງເມືອງໄຊເສດຖາ ທ່ານ ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີທ່ານ ນາງ ປາລົມ ສ້ອຍດາລາ ຜູ້ອຳນວຍການຕະຫຼາດໂນນຄໍ້ໄດ້ຂຶ້ນລາຍງານກ່ຽວກັບການ ຈັດຕັ້ງປະຕິບັດວຽກງານຂອງວິສາຫະກິດຮຸ້ນສ່ວນຈັດສັນຕະຫຼາດວ່າ:

ວິສາຫະກິດຮຸ້ນສ່ວນຈັດສັນຕະຫຼາດໂນນຄໍ້ໃນເມື່ອກ່ອນເປັນຕະຫຼາດຂາຍຍ່ອຍຂະໜາດກາງໃນຮູບແບບວິສາຫະກິດຮຸ້ນສ່ວນສາມັນ ໂດຍແມ່ນທ່ານ ນາງ ແສງແກ້ວ ວົງພະຈັນ ສັນຊາດລາວເປັນຜູ້ອຳນວຍການຕະຫຼາດ ໄດ້ສ້າງຕັ້ງຂື້ນປີ 2016 ຈາກນັ້ນເຫັນວ່າການເຂົ້າມາຊົມໃຊ້ບໍລິການຂອງຜູ້ຊື້ ແລະ ຜູ້ຂາຍຢູ່ພາຍໃນຕະຫຼາດໄດ້ມີປະລິມານເພີ່ມຂື້ນເຮັດໃຫ້ຕະຫຼາດໄດ້ມີການເຕີບໃຫຍ່ຂະຫຍາຍຕົວຕາມແນວທາງການພັດທະນາເສດຖະກິດ-ສັງຄົມຂອງພັກ-ລັດວາງອອກ ສະນັ້ນເພື່ອຮອງຮັບຊາວຄ້າຂາຍ ແລະ ຜູ້ຊົມໃຊ້ບໍການໃຫ້ມີຄວາມສະດວກສະບາຍ ທັງເປັນການຊ່ວຍແກ້ໄຂບັນຫາຄວາມແອອັດຢູ່ພາຍໃນ ພວກຂ້າພະເຈົ້າໄດ້ລົງທຶນຊື້ທີ່ດິນບໍລິເວນຂ້າງຄຽງເພີ່ມ 18,743 ຕາແມັດ ເພື່ອຂະຫຍາຍເນື້ອທີ່ໃຫ້ການບໍລິການ ຈາກໃນເບື້ອງຕົ້ນມີ 15,715 ຕາແມັດ ປັດຈຸບັນມີເນື້ອທີ່ໃຫ້ບໍລິການທັງໝົດ 34.458 ຕາແມັດ ແລະ ຂະຫຍາຍຕຶກອາຄານໃຫ້ການບໍລິການຕື່ມ 1 ຫຼັງ ເພື່ອນຳໃຊ້ເປັນບ່ອນຈຳໜ່າຍສິນຄ້າປະເພດພືດຜັກ ໝາກໄມ້ ເຄື່ອງທະເລ ອາຫານແເຊ່ແຂງ ແລະ ຜົນຜະລິດຕາມລະດູການ ປີ 2022 ຈຶ່ງໄດ້ຍົກລະດັບຕະຫຼາດດັ່ງກ່າວມາເປັນຕະຫຼາດໃຫຍ່.   

   ຕະຫຼາດໂນນຄໍ້ມີເນື້ອທີ່ດິນທັງໝົດ 34,458 ຕາແມັດ ໃນນີ້ເປັນອາຄານກວມເນື້ອທີ່ປະມານ  6,988 ຕາແມັດ ເຊິ່ງແບ່ງອອກເປັນອາຄານຕະຫຼາດ 6,5৪8 ຕາແມັດ ອາຄານຫ້ອງການ 250 ຕາແມັດ ອາຄານສາງເຢັນ 150 ຕາແມັດ ເນື້ອທີ່ເດີ່ນຈອດລົດ 27,470 ຕາແມັດ ການຈັດສັນເນື້ອທີ່ສຳາລັບໂຊນສິນຄ້າແບ່ງເປັນ 12 ໝວດສິນຄ້າຄື:ໂຊນຂາຍຊີ້ນ ໂຊນຂາຍປາ ໂຊນຂາຍສັດປີກ ໂຊນຂາຍອາຫານທະເລ ໂຊນຂາຍອາຫານແຊ່ແຂງ ໂຊນຂາຍພືດຜັກ ໂຊນຂາຍໝາກໄມ້ ໂຊນຂາຍສິນຄ້າປະເພດເສັ້ນ ໂຊນຂາຍຊິ້ນ ຄ້າປະເພດເຄື່ອງປຸງແຕ່ງ ໂຊນຂາຍເສື້ອຜ້າ-ເຄື່ອງສຳອາງ ໂຊນຂາຍອາຫານສຸກ-ອາຫານພື້ນບ້ານ ໂຊນບໍລິການເສີມຄວາມງາມ ແລະ ອື່ນໆ. 

   ຕະຫຼາດໂນນຄໍ້ມີສະຖານທີ່ຮອງຮັບຊາວຄ້າຂາຍປະເພດຫ້ອງ 48 ຫ້ອງ ປະເພດໂຕະ 1,127 ໂຕະ ປະເພດລ໋ອກ 63 ລ່໋ອກ ລວມທັງໝົດ 1,238 ຫົວໜ່ວຍ ສະຕິຖິຈໍາໜ່າຍສິນຄ້າແຕ່ລະວັນ ປະເພດຊິ້ນງົວ 3.2ໂຕນຕໍ່ວັນ ມູນຄ່າ 334 ລ້ານກີບ, ປະເພດຊິ້ນໝູພັນ 5.5 ໂຕນຕໍ່ວັນ ມູນຄ່າ 523 ລ້ານກີບ, ປະເພດຊິ້ນໄກ່ 1,230 ກີໂລຕໍ່ວັນມູນຄ່າ 136 ລ້ານກີບ, ປະເພດປາ 3.5 ໂຕນຕໍ່ວັນ ມູນຄ່າ 133 ລ້ານກີບ, ປະເພດພືດ-ຜັກ 6.5 ໂຕນຕໍ່ວັນ ມູນຄ່າ 52 ລ້ານກີບ, ປະເພດໝາກໄມ້ 3.5ໂຕນຕໍ່ວັນ ມູນຄ່າ 105 ລ້ານກີບ, ປະເພດເຂົ້າສານ 4.5 ໂຕນຕໍ່ວັນ ມູນຄ່າ 72 ລ້ານກີບ, ປະເພດ ໄຂ່ເປັດ-ໄກ່ ລວມມູນຄ່າ 127 ລ້ານກີບ, ປະເພດອື່ນໆ ມູນຄ່າ 35 ລ້ານກີບ.

ສໍາລັບ ຕະຫຼາດມະຕະຖານ ໃນນະຄອນຫຼວງວຽງຈັນມີ

ຕະຫຼາດ ລາວອົດຊີ, ຕະຫຼາດລາວ, ຕະຫຼາດ ກະສິກໍາ ສົງເປື້ອຍ, ຕະຫຼາດ ໂຊກທະວີ ຫ້ວຍນໍ້າເຢັນ, ຕະຫຼາດໂພນຕ້ອງຈອມມະນີ, ຕະຫຼາດ ດົງຄໍາຊ້າງ, ຕະຫຼາດໜອງໜ້ຽວໃໝ່ ແລະ ຕະຫຼາດໂນນຄໍ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ