ປະກາດການແຕ່ງຕັ້ງ ປະທານຄະນະກໍາມະການປົກຄອງ ແຂວງເຊກອງ

21 Nov 2025

ຄລິກແຊຣ໌ 0 Facebook WhatsApp

ພິທີປະກາດການແຕ່ງຕັ້ງ ປະທານຄະນະກໍາມະການປົກຄອງແຂວງເຊກອງ ແລະ ມອບ-ຮັບໜ້າທີ່ ລະຫວ່າງ ຮັກສາການແທນເຈົ້າແຂວງ ກັບ ປະທານຄະນະກໍາມະການປົກຄອງແຂວງ ຈັດຂຶ້ນໃນວັນທີ 18 ພະຈິກ 2025 ໂດຍມີທ່ານ ບຸນຫລາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງ ຮັກສາການແທນເຈົ້າແຂວງເຊກອງ, ທ່ານ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ດອນ ໄພວົງ ໄດ້ຂຶ້ນຜ່ານດຳລັດນາຍົກລັດຖະມົນຕີ ວ່າດ້ວຍແຕ່ງຕັ້ງປະທານຄະນະກຳມະການປົກຄອງແຂວງເຊກອງ ໃນນີ້, ໄດ້ແຕ່ງຕັ້ງທ່ານ ຂັນຕີ ສີລະວົງສາ ເປັນປະທານຄະນະກຳມະການປົກຄອງແຂວງເຊກອງ.

ໃນໂອກາດນີ້, ທ່ານ ບຸນຫລາຍ ບຸດທິ ກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບການນໍາພາ-ຊີ້ນໍາວຽກງານຕະຫລອດໄລຍະຜ່ານມາ ທີ່ໄດ້ຮັບມອບໝາຍໜ້າທີ່ ເປັນຮັກສາການແທນເຈົ້າແຂວງ. ຫລັງຈາກນັ້ນ, ກໍໄດ້ມີພິທີເຊັນມອບ-ຮັບໜ້າທີ່ ລະຫວ່າງ ຮັກສາການແທນເຈົ້າແຂວງ ແລະ ປະທານຄະນະກຳມະການປົກຄອງແຂວງ. ພ້ອມດຽວກັນນີ້, ທ່ານ ວົງເດືອນ ຈັນທະບຸດຊຽງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍແຕ່ງຕັ້ງທ່ານ ນາງ ສີສະຫງ່າ ແກ້ວດວງດີ ເປັນຮອງປະທານຄະນະກຳມະການປົກຄອງແຂວງ, ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ແລະ ແຕ່ງຕັ້ງທ່ານ ບຸນທະວີ ນະຄອນສິດ ເປັນຮອງປະທານຄະນະກຳມະການປົກຄອງແຂວງ, ຊີ້ນຳວຽກງານຂົງເຂດເສດຖະກິດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ