ຜູ້ແທນ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຂົນສົ່ງ ອາຊຽນ ຄັ້ງທີ 31 (31st ASEAN Transport Ministers Meeting)

20 Nov 2025

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 20 ພະຈິກ 2025 ກະຊວງ ໂຍທາທີການ ແລະ ຂົນສົ່ງ ໄດ້ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນ ຄັ້ງທີ 31 (31st ASEAN Transport Ministers Meeting) ຜ່ານວິດີໂອທາງໄກ ເຊິ່ງຫົວໜ້າຄະນະຜູ້ແທນລາວນໍາໂດຍ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ພ້ອມເຂົ້າຮ່ວມເປັນຄະນະຜູ້ແທນ ໂດຍ ທ່ານ ຫົວໜ້າກົມແຜນການ ແລະ ການເງິນ, ທ່ານຮອງຫົວໜ້າກົມຂົວທາງ, ຮອງຫົວໜ້າກົມຂົນສົ່ງ, ຮອງຫົວໜ້າກົມການບິນພົນລະເຮືອນ, ຮອງຫົວໜ້າກົມທາງລົດໄຟ, ຮອງຫົວໜ້າຫ້ອງການກະຊວງ, ຕາງໜ້າກົມທາງນໍ້າ ແລະ ຕາງໜ້າກົມອາຊຽນ, ກະຊວງການຕ່າງປະເທດ.

ກອງປະຊຸມລັດຖະມົນຕີ ຂົນສົ່ງ ອາຊຽນ ໃນຄັ້ງນີ້ ໄດ້ຜັນຂະຫຍາຍຜົນການຕົກລົງ ຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ພິຈາລະນາການຮ່ວມມືໃນຊຸມປີຕໍ່ໜ້າພາຍໃຕ້ ແຜນການຂົນສົ່ງຂະແໜງການອາຊຽນ (ATSP) 2026-2030 ເຊິ່ງໄດ້ກໍານົດກິດຈະກຳການຮ່ວມມື ດ້ານຂົນສົ່ງທາງອາກາດ, ຂົນສົ່ງທາງບົກ (ລົດໂອໂຕ ແລະ ທາງລາງ),​ ຂົນສົ່ງທາງທະເລ, ອໍານວຍຄວາມສະດວກດ້ານການຂົນສົ່ງ ແລະ ການຂົນສົ່ງທີ່ຍືນຍົງ ແລະ ທັນສະໄໝ.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຮອງ ບາງເອກກະສານສຳຄັນດັ່ງນີ້: 1) ແຜນບູລິມະສິດປະຈໍາປີ 2026 ຂອງຂະແໜງການຂົນສົ່ງອາຊຽນ, 2) ແຜນການຂົນສົ່ງຂະແໜງການອາຊຽນ (ATSP) 2026-2030, 3) ຍຸດທະສາຄຸຂົນສົ່ງທາງທະເລແບບຍືນຍົງ ຕິດພັນກັບ ການຄຸ້ມຄອງສິ່ງເສດເຫລືອ, 4) ຮັບຮອງແຜນດຳເນີນງານ ການນໍາໃຊ້ລົດໄຟຟ້າໃນອາຊຽນ, 5) ຄໍາແນະນໍາໃນການຈັດຕັ້ງປະຕິບັດ ການຂົນສົ່ງທັນສະໄໝໃນຕົວເມື່ອງ ແລະ ບໍລິການການຂົນສົ່ງດ່ວນ, ແລະ 6) ແຜນຍຸດທະສາດ ເພື່ອສົ່ງເສີມການເຊື່ອມລະບົບຂົນສົ່ງທາງລົດໄຟອາຊຽນ.

ໃນໂອກາດນີ້ ທ່ານ ຮອງລັດຖະມົນຕີ ໄດ້ມີຄວາມເຫັນຕອນໜຶ່ງໃນວາລະກອງປະຊຸມ ລະຫວ່າງ ອາຊຽນ ແລະ ສປ ຈີນ ວ່າ: ສະໜັບສະໜຸນຍຸດທະສາດການຮ່ວມມືດ້ານຄົມມະນາຄົມຂົນສົ່ງ 2026-2030, ໂດຍສະເພາະຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການທາງລົດໄຟ ລາວ-ຈີນ ແລະ ໂຄງການທາງດ່ວນ ລາວ-ຈີນ ຊ່ວງ ແຕ່ ນະຄອນຫຼວງວຽງຈັນ ຫາ ວັງວຽງ. ສປປ ລາວ ຍິນດີ ແລະ ສະໜັບສະໜຸນ ຕໍ່ການຮ່ວມມື ລະຫວ່າງ ອາຊຽນ-ຈີນ ຕາມຍຸດທະສາດການພັດທະນາແລວທາງເໜືອໃຕ້ 2 ໂດຍປະກອບມີ ແລວທາງຂົນສົ່ງທາງລົດໄຟ, ແລທາງດ່ວນ ແລະ ແລວທາງຂົນສົ່ງທາງນໍ້າຜ່ານ ສປປ ລາວ.

ການຮ່ວມມືໄດ້ກ່າວໄດ້ຮັບການລິເລີ່ມ ແລະ ກຳລັງສ້າງການເຊື່ອມໂຍງຕາມໜ່າງການຂົນສົ່ງຫລາຍຮູບແບບ ເຊື່ອມໂຍງອາຊຽນ- ສປ ຈີນ ເຮັດໃຫ້ 2 ຄູ່ຮ່ວມເຈລະຈາການເປັນ ສູນກາງການຄ້າ ແລະ ການລອງທຶນທີ່ສຳຄັນຂອງພາກພື້ນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ