ສຄອຊ ມອບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ປີ 2025

16 Nov 2025

ຄລິກແຊຣ໌ 0 Facebook WhatsApp

ພິທີມອບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ປີ 2025 ຄົບຮອບ 35ປີ ຂອງສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ(ສຄອຊ) ໄດ້ຈັດຂຶ້ນໃນວັນທີ 14 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີຮອງລັດຖະມົນຕີ, ປະທານ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍບັນດາທ່ານຕາງໜ້າຈາກ ພາກລັດ, ສະມາຄົມທຸລະກິດ, ນັກທຸລະກິດ ຜູ້ປະກອບການ ເຂົ້າຮ່ວມ.

ທ່ານ ດາວອນ ພະຈັນທະວົງ ຮອງປະທານຜູ້ປະຈໍາການ ສຄອຊ ໄດ້ກ່າວວ່າ: ໃນຕະຫຼອດໄລຍະ 35 ປີ ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ເປັນຂົວຕໍ່ທີ່ສໍາຄັນລະຫວ່າງພາກລັດ ແລະ ພາກທຸລະກິດ ໄດ້ເຮັດໜ້າທີ່ຂອງຕົນຢ່າງຫ້າວຫັນໃນການສ້າງສະພາບແວດ ລ້ອມທີ່ເອື້ອອໍານວຍໃຫ້ແກ່ການດໍາເນີນທຸລະກິດ, ການຄ້າ, ການລົງທຶນ ແລະ ການບໍລິການຕ່າງໆ, ພ້ອມທັງ ຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດປັບປຸງຕົນເອງ, ປະຄັບປະຄອງ ແລະ ພັດທະນາໃຫ້ມີຄວາມເຂັ້ມແຂງ ຜ່ານຜ່າອຸປະສັກຕ່າງໆ ເພື່ອໃຫ້ມີການພັດທະນາແບບຍືນຍົງ ແລະ ພ້ອມກັນສ້າງຜົນງານປະກອບສ່ວນອັນສໍາຄັນໃນການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ນັບມື້ນັບຂະຫຍາຍຕົວ. ເພື່ອເປັນການຍົກຍ້ອງສັນລະເສີນຜົນງານໂດດເດັ່ນ ແລະ ເພື່ອເປັນແຮງບັນດານໃຈໃຫ້ທຸກຫົວໜ່ວຍທຸລະກິດສາມັກຄີຮັກແພງຮ່ວມກັນບຸກບືນໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງໂດຍຈິດໃຈຮັກຊາດ ແລະ ຮັກການພັດທະນາແບບຍືນຍົງໃຫ້ກັບບັນດາຫົວໜ່ວຍທຸລະກິດ; ຊຶ່ງການມອບລາງວັນຄັ້ງນີ້ ລວມທັງໝົດ 89 ຫົວໜ່ວຍທຸລະກິດ ໃນນັ້ນ ລວມມີທຸລະກິດລາວ ແລະ ທຸລະກິດທີ່ມີເຈົ້າຂອງເປັນຕ່າງປະເທດ; ປະກອບມີ 12 ຂະແໜງການຄື: ຂະແໜງອຸດສາຫະກໍາປຸງແຕ່ງ; ຂະແໜງການຄ້າ;

ຂະແໜງໄອຊທີ, ຂະແໜງພະລັງງານ ແລະ ບໍ່ແຮ່, ຂະແໜງອຸດສາຫະກໍາການຜະລິດ, ຂະແໜງການບໍລິການ, ຂະແໜງຂົນສົ່ງ, ຂະແໜງກະສິກໍາ ແລະ ປ່າໄມ້, ຂະແໜງທະນາຄານ ແລະ ສະຖາບັນການເງິນ, ຂະແໜງການທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານ, ຂະແໜງໂຄສະນາ ແລະການຈັດງານ ແລະ ຂະແໜງກໍ່ສ້າງ ແລະ ອະສັງຫາ.

ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ແນວຄວາມຄິດສ້າງສັນ, ຄວາມພາກພຽນ ແລະ ຈິດໃຈທີ່ບໍ່ຍອມ ທໍ້ຖອຍຂອງນັກທຸລະກິດລາວ. ຊຶ່ງຜົນງານຄັ້ງນີ້ ບໍ່ພຽງແຕ່ເປັນພິທີມອບລາງວັນເທົ່ານັ້ນ, ແຕ່ເປັນການສະແດງຖິງການຮັບຮູ້ຂອງສັງຄົມຕໍ່ການປະກອບສ່ວນອັນສໍາຄັນຂອງພາກທຸລະກິດ ແລະ ຜູ້ປະກອບ ການຊັ້ນນໍາຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ. ຄວາມສໍາເລັດທາງດ້ານເສດຖະກິດຂອງປະເທດຊາດ ແມ່ນມີການປະກອບສ່ວນຢ່າງຫຼວງຫຼາຍ ຈາກພວກທ່ານ. ເມື່ອຜູ້ປະກອບການສ້າງຕັ້ງທຸລະກິດໃໝ່ ຊຶ່ງຈະເປັນການສ້າງວຽກເຮັດງານທໍາ ອັນນໍາໄປສູ່ການສ້າງລາຍຮັບໃຫ້ທຸກຄົນ ແລະ ປະເທດຊາດ; ເມື່ອທຸລະກິດໃດໜຶ່ງ ມີການຂະຫຍາຍຕົວ, ມັນໄດ້ຊຸກຍູ້ການຜະລິດ ແລະ ດຶງດູດການລົງທຶນ. ສິ່ງເຫຼົ່ານີ້ ບໍ່ແມ່ນແນວຄິດທີ່ເປັນນາມມະທຳ, ແຕ່ຍັງແມ່ນກົນໄກການເຕີບໂຕຕົວຈິງ ທີ່ສ້າງວຽກເຮັດງານທໍາ, ຊ່ວຍເຫຼືອຄອບຄົວ ແລະ ຍົກສູງຖານະຂອງຊາດ. ຊຶ່ງລັດຖະບານ ເວລາໃດ ກໍໄດ້ເອົາໃຈໃສ່ປັບປຸງສະພາບແວດລ້ອມທີ່ອໍານວຍໃຫ້ແກ່ການດໍາເນີນທຸລະ ກິດຂອງຜູ້ປະກອບການ ໃຫ້ສາມາດໄດ້ຮັບການຈັດຕັ້ງປະຕິບັດເປັນຈິງ ແລະ ມີປະສິດທິຜົນສູງ. ໄດ້ວາງນະໂຍບາຍ ແລະ ກຳນົດກົດໝາຍ ແລະ ລະບຽບການ ທີ່ຮັບປະກັນ ຄວາມແນ່ນອນ, ໂປ່ງໃສ ແລະ ເປັນບ່ອນອີງໃຫ້ແກ່ການດໍາເນີນທຸລະກິດ. ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026-2030), ລັດຖະບານ ໄດ້ວາງນະໂຍບາຍພັດທະນາຕາມທິດສີຂຽວ ແລະ ຍືນຍົງ ແລະ ໄດ້ຊຸກຍູ້ໃຫ້ພາກເອກະຊົນ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໃຫ້ແຂງແຮງ ແລະ ກວ້າງຂວາງກວ່າເກົ່າ ຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຫຼື ເອີ້ນຫຍໍ້ວ່າ: “ສອຈ”. ພວກເຮົາ ມີຄວາມຄາດຫວັງສູງຈາກການປະກອບສ່ວນ ທີ່ສໍາຄັນຂອງພາກທຸລະກິດ ຕໍ່ການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍສະເພາະແມ່ນ: ການຂັບເຄື່ອນການເຕີບໂຕສີຂຽວ ແລະ ຍືນຍົງ ພາກເອກະຊົນ ໃນຖານະຜູ້ປະກອບການເປັນຈຸລັງຂອງເສດຖະກິດຂອງຊາດ ຕ້ອງຫ້າວຫັນໃນ ການດໍາເນີນທຸລະກິດຂອງຕົນໄປຕາມນະໂຍບາຍເສດຖະກິດສີຂຽວ ແລະ ຍືນຍົງ, ດໍາເນີນທຸລະກິດແຕ່ລະດ້ານ ຕ້ອງຄໍານຶງເຖິງຄວາມຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການ ພັດທະນາສັງຄົມ; ການສົ່ງເສີມການເຊື່ອມຈອດ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເພື່ອຮັບປະກັນຜົນປະໂຫຍດສູງສຸດຈາກຖານະປະເທດທີ່ເຊື່ອມຈອດ ທີ່ເປັນຍຸດທະສາດຂອງລາວ, ພາກເອກະຊົນແມ່ນມີຄວາມສໍາຄັນໃນການພັດທະນາໂຄງລ່າງພື້ນຖານທີ່ແຂງແກ່ນ. ການລົງທຶນ ໃນການເຊື່ອມຈອດ ກັບປະເທດເພື່ອນບ້ານ ເຊັ່ນ: ສປ ຈີນ, ສສ ຫວຽດນາມ ແລະ ບັນດາປະເທດໃກ້ຄຽງ ຈະຊຸກຍູ້ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.

ນອກຈາກນີ້, ບັນດາທຸລະກິດ ຈະຕ້ອງຂັບເຄື່ອນ ການພັດທະນາເຂດ ພັດທະນາເຂດໃໝ່, ນິຄົມອຸດສາຫະກຳ ເຂດເສດຖະກິດພິເສດ ໃຫ້ກາຍເປັນຖານສໍາລັບການຜະລິດຂອງພາກພື້ນ. ການລົງທຶນ ແລະ ການຄ້າ ດ້ວຍການປັບປາໂຄງລ່າງພື້ນຖານ ແລະ ການຂະຫຍາຍການຮ່ວມມືການຄ້າສາກົນ ເພື່ອສ້າງໂອກາດຫຼາຍຂຶ້ນສໍາລັບການເຕີບໂຕທາງດ້ານເສດຖະກິດ ຂອງຊາດ; ສົ່ງເສີມນະວັດຕະກຳ ແລະ ການພັດທະນາຊັບພະຍາກອນມະນຸດ ເພື່ອບັນລຸເປົ້າໝາຍ ພັດທະນາເສດຖະກິດເອກະລາດເປັນເຈົ້າຕົນເອງ, ບັນດາທຸລະກິດ ຈະຕ້ອງມີບົດບາດສໍາຄັນ ໃນການສົ່ງເສີມນະວັດຕະກຳແລະ ການພັດທະນາຊັບພະຍາກອນມະນຸດ ລວມເຖິງ ການນໍາໃຊ້ເຕັກໂນໂລຢີທີ່ທັນສະໄໝ, ການສ້າງຜະລິດຕະພັນ ແລະ ການບໍລິການທີ່ມີມູນຄ່າເພີ່ມ ແລະ ຫັນໄປສູ່ເສດຖະກິດດິຈິຕອນ.

ບັນດາຫົວໜ່ວຍທຸລະກິດທີ່ໄດ້ຮັບລາງວັນໃນຄັ້ງນີ້ ຈະກາຍເປັນນັກທຸລະກິດຕົວແບບທີ່ດີເລີດຂອງລາວ. ຄວາມໂດດເດັ່ນຂອງພວກທ່ານ ຈະເປັນແຮງບັນດານໃຈທີ່ສໍາຄັນໃຫ້ແກ່ຜູ້ປະກອບການລາວລຸ້ນຕໍ່ໆໄປ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ