ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັບມື ບໍລິສັດ China Jianxai International Economic and Technical Cooperation Co.,Ltd ເຊິ່ງເປັນຜູ້ຊະນະການແຂ່ງຂັນປະມູນວຽກກໍ່ສ້າງ ແລະ ບູລະນະຮັກສາເສັ້ນທາງ ຂອງໂຄງການກໍ່ສ້າງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 2W ສັນຍາ 3 ມີຄວາມຍາວ 15 ກວ່າກິໂລແມັດ.
ພິທີເຊັນສັນຍາ ໄດ້ຈັດຂຶ້ນໃນຕອນແລງວັນທີ 11 ພະຈິກ 2025 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍລົງນາມ ລະ ຫວ່າງ ທ່ານ ສຸລິທາ ຕັນຍາແກ້ວ ຫົວໜ້າໂຄງການ ຕາງໜ້າເຈົ້າຂອງໂຄງການ ແລະ ທ່ານ ສິວ ສືເພີ່ງ ຕາງໜ້າປະທານ ບໍລິສັດ China Jianxai International Economic and Technical Cooperation Co.,Ltd ພາຍໃຕ້ການເປັນສັກຂີພິຍານຂອງທ່ານ ເຫຼັກໄຫຼ ສິີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ; ມີ ຮອງລັດຖະມົນຕີ; ຫົວໜ້າຫ້ອງການ, ຫົວໜ້າ-ຮອງກົມ, ຮອງຫົວໜ້າພະແນກ ຍທຂ ແຂວງອຸດົມໄຊ ເຂົ້າຮ່ວມ.
ທ່ານ ສຸລິທາ ຕັນຍາແກ້ວ ເວົ້າວ່າ: ໂຄງການພັດທະນາແລວທາງ ເສດຖະກິດອາຊີຕາເວັນອອກສຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ ເປັນໂຄງການທີ່ຈັດຕັ້ງແບບມີສ່ວນຮ່ວມຂອງຫຼາຍພາກສ່ວນ ໂດຍມີກະຊວງໂຍທາທິການ ແລະ ຂົນສົ່ງເປັນເຈົ້າການ ນໍາພາການຈັດຕັ້ງປະຕິບັດໂຄງການ; ເປົ້າໝາຍການພັດທະນາໂຄງການແມ່ນເພື່ອປັບປຸງການເຊື່ອມຈອດ-ເຊື່ອມໂຍງ ດ້ານການຄ້າ ແລະ ການຂົນສົ່ງ ໃຫ້ມີຄວາມທົນທານຕໍ່ການປ່ຽນແປງຂອງສະພາບດິນຟ້າອາ ກາດ ຕາມແລວທາງເສດຖະກິດ ຢູ່ໃນພາກພື້ນຕາເວັນອອກ-ຕາເວັນຕົກ ຂົງເຂດອາຊີຕາເວັນອອກສຽງໃຕ້ ໂດຍນໍາໃຊ້ມາດຕະຖານເຕັກນິກການອອກແບບ ມາດຕາຖານອາຊຽນຊັ້ນ III ໜ້າທາງປູຢາງອັດສະພານໜາ 8 ຊັງຕີ; ໜ້າທາງກວ້າງ 7-9 ແມັດ; ປະກອບມີຂົວທັງໝົດ 4 ແຫ່ງ ມູນຄ່າສັນຍາ 10ລ້ານກວ່າໂດລາສະຫະລັດ; ຜູ້ຮັບເໝົາເປັນຜູ້ດໍາເນີນການກໍ່ສ້າງພາຍໃນ 3 ປີໃຫ້ສໍາເລັດ ແລ້ວສືບຕໍ່ບູລະນະຮັກສາຕື່ມອີກ 7 ປີ.
ເສັ້ນທາງດັ່ງກ່າວ ແມ່ນເຊື່ອມຕໍ່ລະຫວ່າງ ແຂວງອຸດົມໄຊ ແລະ ໄຊຍະບູລີ ເຊິ່ງສັນຍາກໍ່ສ້າງປັບປຸງຄັ້ງນີ້ມີຄວາມຍາວທັງໝົດ 15.03 ກິໂລແມັດ.