ເປີດງານເທດສະການຜະລິດຕະພາບແຫ່ງຊາດ ຫຼື Lao National Productivity Festival

14 Nov 2025

ຄລິກແຊຣ໌ 0 Facebook WhatsApp

ກະຊວງອຸດສາຫະກໍາ ແລະ ການຄ້າຮ່ວມກັບ ອົງການຜະລິດຕະພາບແຫ່ງອາຊີ ຈັດງານ ເທດສະການຜະລິດຕະພາບແຫ່ງຊາດຂຶ້ນໃນວັນທີ 13 ພະຈິກ 2025

ທີ່ສູນການຄ້າວຽງຈັນເຊັນເຕີ ເຂົ້າຮ່ວມຂອງທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງ ອຄ, ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ປະທານຜູ້ປະຈຳການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ; ທ່ານ Dr. Indra Pradana Singawinata, ເລຂາທິການໃຫຍ່ອົງການຜະລິດຕະພາບແຫ່ງອາຊີ; ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ;

ທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງກະຊວງ ອຄ ກ່າວວ່າ: ຈຸດປະສົງຂອງການຈັດງານເພື່ອ:

1. ເຜີຍແຜ່ຜົນສຳເລັດ ການຈັດຕັ້ງປະຕິບັດ ວຽກງານຜະລິດຕະພາບ ຢູ່ ສປປ ລາວ ເຮົາໃນໄລຍະຜ່ານມາ ແລະ ເຜີຍແຜ່ ວິໄສທັດ 2025 ແລະ ເປົ້າໝາຍທີ່ສໍາຄັນ ຂອງອົງການຜະລິດຕະພາບແຫ່ງອາຊີ (Asian Productivity Organization ຫຼື ເອີ້ນຫຍໍ້ APO)

2. ເພື່ອເຜີຍແຜ່ໃຫ້ສັງຄົມຊັບຊາບຢ່າງກວ້າງຂວາງ ກ່ຽວກັບບົດບາດຄວາມສໍາຄັນຂອງວຽກງານຜະລິດຕະພາບ ຊຶ່ງວຽກງານຜະລິດຕະພາບ ແມ່ນມີຄວາມສຳຄັນຢ່າງຍິ່ງ ຕໍ່ການພັດທະນາເສດຖະກິດ ສັງຄົມ ລວມເຖິງການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນ. ຊຶ່ງຜະລິດຕະພາບ ແມ່ນການວັດແທກຜົນສໍາເລັດ ຂອງການນໍາໃຊ້ປັດໄຈຕ່າງໆເຂົ້າໃນການຜະລິດ ໃນລະບົບເສດຖະກິດ ເພື່ອໃຫ້ໄດ້ຮັບຜົນຜະລິດໃນລະດັບທີ່ກໍານົດໝາຍ, ເພາະວ່າຖ້າຜະລິດຕະພາບສູງ ຈະເຮັດໃຫ້ການນໍາໃຊ້ຊັບພະຍາກອນໜ້ອຍ ແຕ່ສ້າງຜົນຜະລິດໄດ້ຫລາຍ, ຄຸນນະພາບດີ, ຕົ້ນທຶນຕ່ຳ ເຮັດໃຫ້ ທັງຜູ້ຜະລິດ ແລະ ຜູ້ຊົມໃຊ້ໄດ້ຮັບຜົນປະໂຫຍດສູງສຸດ.

3. ພ້ອມນີ້ ຈຸດປະສົງຂອງການຈັດງານດັ່ງກ່າວນີ້ ຍັງເປັນການຈັດງານ ພິທີມອບຮັບໃບຢັ້ງຢືນ ຮາລາລ ໃຫ້ຫົວໜ່ວຍວິສາຫະກິດ ແລະ ເປັນປະຊາສໍາພັນໃຫ້ແກ່ສິນຄ້າລາວຂອງເຮົາ ຊຶ່ງຈະເປັນການສົ່ງເສີມການຜະລິດ ແລະ ການຊົມໃຊ້ສິນຄ້າພາຍໃນ, ຫຼຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດ ແລະ ຈະເຮັດໃຫ້ການຜະລິດພາຍໃນເຕີບໃຫຍ່ເຂັ້ມແຂງ.

 ທ່ານ ຈັນທະບູນ ສຸກອາລຸນ ໄດ້ກ່າວວ່າ: ສປປ ລາວ ໄດ້ເຂົ້າເປັນສະມາຊິກ APO ໃນວັນທີ 18 ມິຖຸນາ 2002 ສປປ ລາວໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງໃນການສົ່ງເສີມການພັດທະນາຜະລິດຕະພາບໃນປະເທດ. ພ້ອມນັ້ນ ຜັນຂະຫຍາຍວຽກງານດັ່ງກ່າວໃຫ້ພາກສ່ວນທີ່ກ່ຽວຂ້ອງ, ພາກເອກະຊົນ ແລະ ສະຖາບັນການສຶກສາ ເພື່ອສົ່ງເສີມການຮັບຮູ້ການເຄື່ອນໄຫວດ້ານຜະລິດຕະພາບ, ພັດທະນາສັກກະຍະພາບບຸກຄະລາກອນ ແລະ ໃຫ້ການສະໜັບສະໜູນແກ່ວິສາຫະກິດນ້ອຍ ແລະ ຂະໜາດກາງ (SMEs) ໃນການຍົກລະດັບປະສິດທິພາບ ແລະ ຄວາມສາມາດແຂ່ງຂັນ ເພື່ອງການເຕີບໃຫຍ່ທາງເສດຖະກິດທີ່ຍືນຍົງ ແລະການພັດທະນາອຸດສາຫະກຳໃນປະເທດ.

ວຽກງານຜະລິດຕະພາບ ແມ່ນເປັນວຽກໜຶ່ງທີ່ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ເພາະການຍົກສູງພະລິດຕະພາບ ແມ່ນຈະເຮັດໃຫ້ຜົນການຜະລິດຄຸນນະພາບສູງຂຶ້ນ ແລະ ສາມາດເພີ່ມປະລິມາການການຜະລິດໃຫ້ຫຼາຍຂຶ້ນ ພ້ອມທັງເຮັດໃຫ້ຕົ້ນທຶນການຜະລິດຕໍ່າລົງ ເຮັດໃຫ້ຜູ້ໃຊ້ໄດ້ຮັບສິນຄ້າ ແລະ ບໍລິການ ທີ່ມີຄຸນນະພາບດີ, ລາຄາຖືກ ແລະ ຜູ້ສະໜອງໄດ້ກຳໄລສູງຂຶ້ນ ເຮັດໃຫ້ທຸລະກິດເຕີບໃຫຍ່ເຂັ້ມແຂງ

ການຈັດງານ ເທດສະການຜະລິດຕະພາບແຫ່ງຊາດ ປະຈໍາປີ ທີ່ຈັດຂຶ້ນໃນມື້ນີ້ ເປັນກິດຈະກໍາທີ່ມີຄວາມສຳຄັນຢ່າງຍິ່ງ ໃນການໂຄສະນາ ເຜີຍແຜ່ ຊຶ່ງຈະຊ່ວຍເສີມສ້າງການພັດທະນາວຽກງານຜະລິດຕະພາບໃນປະເທດໃຫ້ເຂັ້ມແຂງຍິ່ງຂຶ້ນ.ຜະລິດຕະພາບ ແມ່ນການພັດທະນາທີ່ຈຳເປັນ ໃນການນໍາຜົນປະໂຫຍດສູງສຸດ ໃນການເພີ່ມປະສິດທິພາບຂອງການຜະລິດ, ເປັນການຍົກລະດັບຄວາມສາມາດໃນການແຂ່ງຂັນຂອງສິນຄ້າລາວ ໃຫ້ສາມາດຂະຫຍາຍສູ່ຕະຫຼາດພາກພື້ນ ແລະ ຕະຫຼາດສາກົນ, ພ້ອມທັງຍົກລະດັບຜະລິດຕະພາບແຮງງານໃຫ້ທັນກັບບັນດາປະເທດໃນພາກພື້ນອາຊຽນ ແລະ ປະເທດສະມາຊິກ APO ໃນອະນາຄົດ.

     ໃນພິທີ ຍັງໄດ້ມອບ ໃບຢັ້ງຢືນ ຮາລາລ ໃຫ້ 3 ບໍລິສັດຂອງລາວໄດ້ແກ່ ໂຮງງານຜະລິດເກືອເວີນຄໍາ, ບໍລິສັດດາວເຮືອງ ແລະ ບໍລິສັດສົມໄຊ ສົ່ງເສີມການກະເສດຈໍາກັດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ