ໝາກອາໂວຄາໂດ້ ເປັນໝາກໄມ້ຊະນິດໜຶ່ງທີ່ ມີວິຕາມິນ ຫຼື ທາດບຳລຸງສູງ, ເປັນທີ່ຕ້ອງການຂອງຕະຫຼາດ ແລະ ລາຄາກໍສູງ ທີ່ສຳຄັນ ອາໂວຄາໂດ້ ແມ່ນມີຫຼາກຫຼາຍສາຍພັນ, ວິທີປູກຕົ້ນອາໂວຄາໂດ້ ແມ່ນສາມາດປູກ ຫຼື ເພາະພັນດ້ວຍແກ່ນ.
ຕົ້ນອາໂວຄາໂດ້ ແມ່ນມີລັກສະນະຄ້າຍຄືກັບຕົ້ນໝາກມີ້ ໃບກໍເຊັ່ນກັນ ແຕ່ຕົ້ນອາໂວຄາໂດ້ ຈະຜ່ອຍ ຫຼື ສາມາດຫັກງ່າຍກວ່າ. ການບົວລະບັດກໍ່ຈະຍາກກວ່າຕົ້ນໝາກມີ້. ຫາກທ່ານຈະປູກຕົ້ນອາໂວຄາໂດ້ ແມ່ນຈະໃຊ້ເວລາປະມານ 3-5 ປີ ຂຶ້ນໄປຈຶ່ງຈະອອກໝາກ (3 ປີແມ່ນກ້ານກິ່ງ) ຖ້າປູກດ້ວຍແກ່ນແທ້ໆແມ່ນຈະໃຊ້ເວລາ 5-7 ປີຈຶ່ງອອກໝາກ.
+ ການປູກຕົ້ນອາໂວຄາໂດ້: ແມ່ນເໝາະກັບສະພາບດິນ ທີ່ຮ່ວນປະສົມດິນໜຽວ ສາມາດລະບາຍນໍ້າໄດ້ດີ, ເຊິ່ງກ່ອນຈະປູກ ເວລາຂຸດຂຸມແມ່ນໃຫ້ຂຸດອ່າວກວ້າງຢ່າງໜ້ອຍ ປະມານ 50×50 ຊັງຕີແມັດ ແລະ ໃຫ້ມີການຮອງພື້ນ ຫຼື ດິນໃນຂຸມແມ່ນໃຫ້ປະສົມກັບປູ໋ຍຄອກກ່ອນ ຈຶ່ງເອົາເບ້ຍລົງປູກ.
+ ໄລຍະເໝາະແກ່ການປູກ: ຕົ້ນອາໂວຄາໂດ້ ເປັນພືດທີ່ມັກແສງແດດ ບໍ່ມັກອາກາດຮ້ອນຈັດ ດັ່ງນັ້ນ, ຈຶ່ງເໝາະແກ່ການປູກໃນຊ່ວງໜ້າໜາວ (ຖ້າຈະປູກໜ້າຝົນຢ້ານນໍ້າອັ່ງເຫງົ້າເຮັດໃຫ້ຕົ້ນຕາຍ, ຫາກປູກໃນຊ່ວງແດດຈັດ ແລະ ອາກາດຮ້ອນໜັກ ຢ້ານຕົ້ນຕາຍ ຫາກຈະປູກຕ້ອງມຸງຕາໜ່າງກັນແດດ ໃນຊ່ວງທີ່ລົງເບ້ຍທຳອິດ)
+ ການໃຫ້ນໍ້າ: ແມ່ນໃຫ້ຫົດມື້ລະ 1-2 ເທື່ອເທົ່ານັ້ນ ແລະ ບໍ່ຄວນໃຫ້ນໍ້າຈົນຖ້ວມຮາກ ເພາະຈະເຮັດໃຫ້ຮາກເນົ່າ, ຄວນຫົດນໍ້າໃຫ້ພໍດິນຊຸ່ມເທົ່ານັ້ນ.
+ ການໃຫ້ປຸ໋ຍ: ຫຼັງຈາກທີ່ເຮົາໃສ່ປຸ໋ຍຄອກ ຫຼື ຝຸ່ນຄອກ ປະສົມດິນຕອນທີ່ລົງເບ້ຍ ກໍບໍ່ຈໍາເປັນຕ້ອງໃສ່ປຸ໋ຍອີກ, ຫົດແຕ່ນໍ້າເທົ່ານັ້ນ ຫາກຈະໃສ່ຝຸ່ນ ຫຼື ປຸ໋ຍ ແມ່ນໃຫ້ໃສ່ປີລະ 1-2 ຄັ້ງເທົ່ານັ້ນ.
+ ວິທີເພາະພັນແກ່ນ ຫຼື ເບ້ຍ ຕົ້ນອາໂວຄາໂດ້: ອຸປະກອນປະກອບມີ ແກ່ນອາໂວຄາໂດ້ແກ່, ຂຸຍເປືອກໝາກພ້າວຕັດມຸ່ນ, ດິນປູກ ປະສົມ ຝຸ່ນຄອກ, ຖົງພລາສຕິກ ຫຼື ກະຕຸກ ທີ່ຈະເພາະພັນ. ເອົາດິນປະສົມໃຫ້ເຂົ້າກັນກັບໄຍໝາກພ້າວ ແລະ ຝຸ່ນຄອກ, ຈາກນັ້ນກໍເອົາຖົງພລາສຕິກ ຫຼື ກະຕຸກມາບັນຈຸດິນ ຈາກນັ້ນ ເອົາແກ່ນອາໂວຄາໂດ້ທີ່ແກ່ມີເໜັບໃສ່ປົກດ້ວຍດິນອີກຄັ້ງ (ໂດຍໃຫ້ຫັນເບື້ອງແຫຼມຂຶ້ນເທິງ) ຈາກນັ້ນກໍພຽງແຕ່ຫົດນໍ້າໃຫ້ຊຸ່ມເທົ່ານັ້ນ, ປະມານ 1 ເດືອນກໍຈະເລີ່ມແຕກໜໍ່ແລ້ວ. ຫຼັງຈາກເບ້ຍຕົ້ນອາໂວຄາໂດ້ ມີຄວາມຍາວເກີນ 3 ນີ້ວ ຫຼື ປະໃຫ້ມັນສູງ ປະມານ 15 ຊັງຕີແລ້ວ ກໍສາມາດນຳລົງໄປປູກໃນດິນໄດ້.