ເສດຖະກິດຫວຽດນາມ ຜ່ານມູມມອງຂອງສາກົນ

07 Nov 2025

ຄລິກແຊຣ໌ 0 Facebook WhatsApp

ທະນາຄານ HSBC ແລະ Standard Chartered ໄດ້ພ້ອມກັນຍົກລະດັບການຄາດຄະເນການເຕີບໂຕ ລວມຍອດຜະລິດຕະພັນພາຍໃນປະເທດ ຫລື GDP ຂອງ ຫວຽດນາມ ຂຶ້ນເປັນ 7.9% ແລະ 7.5% ສູງກວ່າ0.2% ເມື່ອທຽບໃສ່ກັບການຄາດຄະເນກ່ອນນັ້ນ.

ໃນສະພາບການເສດຖະກິດທົ່ວໂລກ ສືບຕໍ່ປະເຊີນໜ້າກັບຄວາມກົດດັນ ແລະ ໄພຄວາມສ່ຽງຫຼາຍຢ່າງ, ຫວຽດນາມ ສືບຕໍ່ປາກົດຂຶ້ນຄືຈຸດປະກາຍແຈ້ງກ່ຽວກັບການເຕີບໂຕຂອງພາກພື້ນອາຊີ, ດ້ວຍຄວາມໄວໃນການຟື້ນຟູທີ່ເປັນໜ້າປະທັບໃຈ ແລະ ຄວາມສາມາດໃນການປັບຕົວໃຫ້ເຂົ້າກັບບັນດາການຜັນແປຢ່າງມີໄຫວພິບ.

ນອກນັ້ນໃນຕົ້ນເດືອນນີ້, ບັນດາອົງການຈັດຕັ້ງສາກົນຄື ກອງທຶນເງິນຕາສາກົນ (IMF), ທະນາຄານໂລກ (WB) ແລະ ທະນາຄານພັດທະນາ ອາຊີ (ADB) ກໍ່ດັດປັບເພີ່ມການຄາດຄະເນການເຕີບໂຕຂອງ ຫວຽດນາມຂຶ້ນ ເຊິ່ງຖືເປັນການຮັກສາທ່າຟື້ນຟູໃຫ້ເປັນປົກກະຕິ ໃນທ່າມກາງສະພາບການເສດຖະກິດໂລກຍັງທີ່ເຕັມໄປດ້ວຍຫຼາຍການຜັນແປ.

ທະນາຄານ Standard Chartered ໄດ້ຍົກໃຫ້ເຫັນ ສາມປັດໄຈຫຼັກຊ່ວຍຫວຽດນາມ ຮັກສາທ່າເຕີບໂຕຢ່າງໝັ້ນແກ່ນລວມມີ ການຄ້າທີ່ເປັນປົກກະຕິ, ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແບບຍືນຍົງ ແລະ ຄວາມຕ້ອງການພາຍໃນປະເທດມີການຟື້ນຟູຢ່າງແຮງ.

ສ່ວນທະນາຄານ HSBC ຖືວ່າຫວຽດນາມ ພວມກາຍເປັນການເລືອກຍຸດທະສາດໃນວິວັດການສ້າງໂຄງປະກອບມູນຄ່າທົ່ວໂລກຄືນໃໝ່, ຍ້ອນສະພາບແວດລ້ອມມະຫາພາກເປັນປົກກະຕິ, ນະໂຍບາຍປີການເງິນທີ່ມີໄຫວພິບ ແລະ ພື້ນຖານໂຄງລ່າງອຸດສາຫະກຳໄດ້ຮັບການປັບປຸງຢ່າງວ່ອງໄວ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ