ສຳນັກຂ່າວບລູມເບີກລາຍງານວ່າ: ກະຊວງການຄ້າ ແລະ ກະຊວງປ້ອງກັນປະເທດສະຫະລັດ ປະກາດຈັດຫາເງິນທຶນ ແລະ ອາດເຂົ້າຖືຫຸ້ນໃນບໍລິສັດຜະລິດແຮ່ແຣເອີດໃນປະເທດ
ໃນວັນທີ 3 ພະຈິກ 2025 ຜ່ານມາ ກະຊວງການຄ້າສະຫະລັດລົງນາມໜັງສືສະແດງເຈດຈໍານົງເບື້ອງຕົ້ນບໍ່ມີຂໍ້ຜູກມັດຈັດຫາເງິນທຶນ 50 ລ້ານໂດລາ ຕາມກົດໝາຍຊີບ ປີ 2022 ໃຫ້ກັບບໍລິສັດ Vulcan Elements ເພື່ອຈັດຊື້ອຸປະກອນທີ່ຈໍາເປັນໃນການຜະລິດແມ່ເຫຼັກຖາວອນ ເຊິ່ງໃຊ້ໃນເຮືອບິນສູ້ຮົບ, ກັງຫັນລົມ ແລະ ສິນຄ້າສໍາຄັນອື່ນໆອີກຫຼາຍຊະນິດ.
Vulcan Elements ອອກຖະແຫຼງການຂອງຕົນເອງວ່າ: ໄດ້ຮັບສິນເຊື່ອໂດຍກົງຈາກສໍານັກງານເງິນທຶນຍຸດທະສາດ ກະຊວງປ້ອງກັນປະເທດ 620 ລ້ານໂດລາ ແລະ ເງິນທຶນຈາກເອກະຊົນ 550 ລ້ານໂດລາ ເພື່ອສ້າໂງງານແມ່ເຫຼັກ 10,000 ໂຕນໃນສະຫະລັດອາເມຣິກາ.
ສ່ວນ ReElement Technologies Corp ຫຸ້ນສ່ວນຂອງ Vulcan Elements ໄດ້ສິນເຊື່ອໂດຍກົງ 80 ລ້ານໂດລາ ຈາກສຳນັກງານເງິນທຶນຍຸດທະສາດກະຊວງປ້ອງກັນປະເທດ ເພື່ອຂະຫຍາຍຂີດຄວາມສາມາດດ້ານຣີໄຊເຄິລ ແລະ ແປຮູບ ໂດຍນັກລົງທຶນເອກະຊົນຈະສົມທົບໃນເມັດເງິນທີ່ເທົ່າກັນ.