ຜູ້ບໍລິຫານ ສະຖາບັນການເງິນ ເຕືອນນັກລົງທຶນກຽມພ້ອມຮັບຕະຫຼາດຫຸ້ນປັບຖານເກີນ 10%

07 Nov 2025

ຄລິກແຊຣ໌ 0 Facebook WhatsApp

ຜູ້ບໍລິຫານລະດັບສູງຈາກສະຖາບັນການເງິນລາຍໃຫຍ່ໃນ ວໍສະຕຣີທ ອອກມາເຕືອນນັກລົງທຶນໃຫ້ພ້ອມຮັບມືກັບການທີ່ຕະຫຼາດຫຸ້ນອາດຈະຫຼຸດລົງເກີນ 10% ພາຍໃນ 12-24 ເດືອນຂ້າງໜ້າ ແຕ່ໃນທາງກັບກັນ ພວກເຂົາເຫັນວ່າການປັບຖານຄັ້ງນີ້ເປັນສັນຍານທີ່ດີສຳລັບຕະຫຼາດໃນໄລຍະຍາວ.

ທ່ານ ໄມ ກິດລິນ ປະທານ ແລະ ຊີອີໂອຂອງ Capital Group ບໍລິສັດຈັດການລົງທຶນຊັ້ນນໍາໃຫ້ຄວາມເຫັນໃນການປະຊຸມດ້ານການເງິນທີ່ຈັດໂດຍການເງິນຮົງກົງ (Hong Kong Monetary Authority) ໃນວັນອັງຄານຜ່ານມາ.

ເມື່ອຖືກຖາມວ່າຫຸ້ນຕອນນີ້ຖືວ່າຖືກ, ເໝາະສົມ ຫຼື ແພງເກີນໄປ ທ່ານ ກິດລິນ ຕອບວ່າ: ຄົນສ່ວນໃຫຍ່ໜ້າຈະເຫັນກົງກັນວ່າຢູ່ລະຫວ່າງ ເໝາະສົມ ກັບເທົ່າມູນຄ່າຫຸ້ນທີ່ແທ້ຈິງແລ້ວ ຫຼາຍກວ່າ ຖືກ ກັບເໝາະສົມ ແລະ ຍັງເຫັນພາບດຽວກັນນີ້ໃນຕະຫຼາດພັນທະບັດນຳອີກ.

ຄວາມເຫັນຂອງລາວໄປໃນທິດທາງດຽວກັບ ທ່ານ ເທັດ ພິກ ຊີອີໂອຂອງ Morgan Stanley  ແລະ ທ່ານ ເດວິດ ໂຊໂລມອນ ຊີອີໂອຂອງ Goldman Sachs Group Inc. ເຊິ່ງຕ່າງກໍຄາດວ່າຕະຫຼາດມີໂອກາດພົບການເທຂາຍຄັ້ງໃຫຍ່ໃນໄວໆນີ້ ແລະ ເຫັນວ່າການປັບຖານລົງມາເປັນສ່ວນໜຶ່ງຕາມທຳມະຊາດຂອງວົງຈອນຕະຫຼາດ. ທ່ານ ພິກ ຊີ້ວ່າ: ເຖິງຕະຫຼາດການເງິນຈະເດີນໜ້າມາໄກຫຼາຍແລ້ວ ແຕ່ກໍຍັງມີ ຄວາມສ່ຽງຈາກນະໂຍບາຍ (policy error risk) ໃນສະຫະລັດ ແລະ ຄວາມບໍ່ແນ່ນອນທາງການເມືອງລະຫວ່າງປະເທດ, ຕະຫຼາດອາດເບິ່ງແພງ ແຕ່ຄວາມສ່ຽງໃນພາບລວມ ກໍເບິ່ງຄືວ່າຈະຫຼຸດລົງ. ພ້ອມຄາດການວ່າໃນປີ 2026 ຈຸດສຸມຈະກັບໄປຢູ່ທີ່ຜົນປະກອບການຂອງບໍລິສັດແຕ່ລະແຫ່ງ ເຊິ່ງຈະເຫັນ ຄວາມແຕກຕ່າງລະຫວ່າງບໍລິສັດທີ່ແຂງແກ່ນກັບບໍລິສັດທີ່ອ່ອນແອ/ຊັດເຈນຂຶ້ນ, ນອກຈາກນີ້ຕະຫຼາດ IPO ທົ່ວໂລກຍັງຄົງຄຶກຄັກ ແລະ ນັກລົງທຶນກໍກ້າສ່ຽງຫຼາຍຂຶ້ນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ