ລັດຖະບານຄວບຄຸມເງິນເຟີ້ ຫຼຸດລົງເປັນ 4% ຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ ກວ່າ 5 ເດືອນ

07 Nov 2025

ຄລິກແຊຣ໌ 0 Facebook WhatsApp

ໃນເດືອນຕຸລາ ລັດຖະບານ ສາມາດຄວບຄຸມອັດຕາເງິນເຟີ້ ຫຼຸດລົງຈາກ 4.5% ໃນເດືອນກັນຍາ ເປັນ 4%; ຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າ 5.24 ເດືອນ; ສາມາດຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ ຕາມຂໍ້ຜູກພັນສັນຍາ. ຢ່າງໃດກໍຕາມ ຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນ ບັນຫາຄ່າຄອງຊີບ, ລາຄາສິນຄ້າ, ການຄຸ້ມຄອງການຂຸດຄົ້ນແຮ່ທາດ.

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນ ຕຸລາ 2025 ໄດ້ໄຂຂຶ້ນໃນ ວັນທີ 3 ແລະ ອັດລົງໃນຕອນເຊົ້າ ວັນທີ 4 ພະຈິກ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:

ວາລະທີ 1 ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈໍາເດືອນພະຈິກ 2025 ຂອງລັດຖະບານ; ທິດຜັນຂະຫຍາຍຜົນກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ການກະກຽມຄວາມພ້ອມ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ລາຍງານສະພາບສາກົນ ແລະ ພາກພື້ນທີ່ພົ້ນເດັ່ນ; ລາຍງານສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນຕຸລາ 2025 ເຫັນວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ, ຊຶ່ງໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາທັງທາງກົງ ແລະ ທາງອ້ອມ ຢ່າງຫຼີກລ່ຽງບໍ່ໄດ້, ແຕ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ທີ່ກໍານົດໄວ້ໃນບັນດາມະຕິຂອງສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕາມມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2025 ໄດ້ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

– ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 59,858 ຕື້ກີບ ເທົ່າກັບ 88% ຂອງແຜນປີ

– ການປະຕິບັດແຜນລາຍຈ່າຍໄດ້ 47,631 ຕື້ກີບ ເທົ່າກັບ 67% ຂອງແຜນປີ;

– ການຄວບຄຸມອັດເງິນເຟີ້ ຫຼຸດລົງຈາກ 4.5% ໃນເດືອນກັນຍາ ເປັນ 4% ໃນເດືອນຕຸລາ;

– ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 5.24 ເດືອນ;

– ສາມາດຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ ຕາມຂໍ້ຜູກພັນສັນຍາ.

ນອກນັ້ນຍັງໄດ້ສຸມໃສ່ປະຕິບັດມາດຕະການດ້ານການຄ້າ ໂດຍສະເພາະການຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າ ເຂັ້ມງວດຫຼາຍຂຶ້ນ.

ໄດ້ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ, ການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກ.

 ໄດ້ສຳເລັດການກວດກາ, ປະເມີນຄືນທັງໝົດ ບັນດາໂຄງການຂຸດຄົ້ນແຮ່ທາດ, ພ້ອມທັງ ໄດ້ແກ້ໄຂບັນດາໂຄງການທີ່ຖືກຈັດຢູ່ໃນປະເພດອ່ອນ ແລະ ຫັນໂຄງການທົດລອງ ເປັນໂຄງການຕາມກົນໄກປົກກະຕິ;

ໄດ້ສຸມໃສ່ແກ້ໄຂສະພາບຂາດເຂີນໄຟຟ້າ ໂດຍເລັ່ງສ້າງພະລັງງານແສງຕາເວັນ ຂະໜາດນ້ອຍ 5MW ລົງມາ ເສີມໃສ່ສະຖານີໄຟຟ້າໃນຈຸດທີ່ຂາດເຂີນໄຟຟ້າ, ສຸມໃສ່ຊຸກຍູ້ໂຄງການພະລັງງານໄຟຟ້າ ທີ່ໄດ້ຮັບອະນຸມັດແລ້ວ ໃຫ້ດຳເນີນການກໍ່ສ້າງສຳເລັດຕາມແຜນ; ໄດ້ແກ້ໄຂບັນຫາການຂາດເຂີນຄູສອນ ໄດ້ໂດຍພື້ນຖານ ແລະ ການປະລະການຮຽນ ມີທ່າອ່ຽງດີຂຶ້ນ, ທັງໄດ້ສຸມໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກປິ່ນອ້ອມຕ່າງໆ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນການແກ້ໄຂປະກົດການຫຍໍ້ທໍ້ທາງດ້ານສັງຄົມ, ບັນຫາຄ່າຄອງຊີບ, ລາຄາສິນຄ້າ-ໄຟຟ້າ-ນໍ້າມັນເຊື້ອໄຟ ທີ່ປັບຂຶ້ນບາງໄລຍະ, ການຄຸ້ມຄອງການຂຸດຄົ້ນແຮ່ທາດ, ການຈຳກັດການນຳເຂົ້າສິນຄ້າຟຸມເຟືອຍ, ການພັດທະນາ- ປັບປຸງພື້ນຖານໂຄງລ່າງເສັ້ນທາງ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຂ່າວບິດເບືອນ ຜ່ານສື່ສັງຄົມອອນລາຍ, ການເຄົາລົບລະບຽບ-ກົດໝາຍ ແລະ ອື່ນໆ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ