ທະນາຄານກາງ ສ.ເກົາຫຼີ ສືບຕໍ່ຮັກສາອັດຕາດອກເບ້ຍທີ່ລະດັບ 2.5%

31 Oct 2025

ຄລິກແຊຣ໌ 0 Facebook WhatsApp

ກອງປະຊຸມທະນາຄານກາງ ສ.ເກົາຫຼີ (BOK) ໄດ້ມີມະຕິ ສືບຕໍ່ຮັກສາອັດຕາດອກເບ້ຍນະໂຍບາຍລະດັບ 2.5% ຕິດຕໍ່ກັນຄັ້ງທີ 3 ເພື່ອໃຫ້ສອດຄ່ອງກັບ ການຄາດການ ຂອງຕະຫຼາດ.

ຖະແຫຼງການ ຂອງ Bok ລະບຸວ່າ: ການຕັດສິນໃຈ ຮັກສາອັດຕາດອກເບ້ຍຢູ່ໃນກອງປະຊຸມຫຼ້າສຸດ ເພື່ອຈະຮັກສາສະຖຽນລະພາບທາງດ້ານການເງິນໃນໄລຍະທີ່ລາຄາອະສັງຫາລິມະຊັບໃນ ສ.ເກົາຫຼີ ເພີ່ມສູງຂຶ້ນຢ່າງຮຸນແຮງ ແລະ ສະກຸນເງິນວອນ ຫຼຸດມູນຄ່າລົງຢ່າງໜັກ.

ຢ່າງໃດກໍຕາມ Bok ກ່າວວ່າ ຄະນະ ກຳມະການດັ່ງກ່າວຍັງຫຼຸດຜ່ອນນະໂຍບາຍການເງິນດ້ວຍການປັບຫຼຸດອັດຕາດອກເບ້ຍໃນຕໍ່ໜ້າ ເພື່ອປ້ອງກັນບໍ່ໃຫ້ ເສດຖະກິດຫຼຸດລົງ ແລະ ເພື່ອຮັບມືກັບຄວາມສ່ຽງເສດຖະກິດ ທີ່ຈະໄດ້ຮັບຜົນກະທົບ ຈາກມາດຕະການພາສີ ຂອງສະຫະລັດອາເມຣິກາ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ