ຊີອີໂອ ລ້ານຊ້າງມີເດຍ ເຜີຍເທຣນຜູ້ບໍລິໂພກໃນລາວ ປີ 2025

31 Oct 2025

ຄລິກແຊຣ໌ 0 Facebook WhatsApp

ທຸລະກິດຮ້ານສະດວກຊື້ໃນລາວ ເຕີບໂຕຢ່າງແຂງແຮງໃນຊຸມປີຜ່ານມາ ຂະນະທີ່ການແຂ່ງຂັນກໍເຂັ້ມຂຸ້ນຂຶ້ນ ທັງແບຣນຈາກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາຢຶດຈຸດສຳຄັນຕາມຕົວເມືອງໃຫຍ່ ຂອງນະຄອນຫຼວງວຽງຈັນ ແລະ ເທສະບານແຂວງຕ່າງໆ.

ຫຼ້າສຸດ ທ່ານ ອະນຸຣັກ ກຣິ່ນຫອມ ຊີອີໂອ ບໍລິສັດ ລ້ານຊ້າງມີເດຍ ຈຳກັດຜູ້ດຽວ ໄດ້ເປີດເຜີຍເທຣນ ຜູ້ບໍລິໂພກໃນລາວ ປີ 2025 ໃນງານເຄຟຸດທີ່ຈັດຂຶ້ນເມື່ອອາທິດຜ່ານມາ ທີ່ນະຄອນຫຼວງວຽງຈັນ ວ່າ: ຈາກການສຳຫຼວດຮ້ານສະດວກຊື້ ແລະຮ້ານຄ້າທ້ອງຖິ່ນຫຼາຍແຫ່ງໃນລາວ ພົບວ່າເທຣນຜູ້ບໍລິໂພກປີນີ້ ລູກຄ້າທີ່ມາຊື້ສິນຄ້າຕາມຮ້ານສະດວກຊື້ກໍມີຫຼາຍປະເພດ ຕາມ ຄວາມຕ້ອງການຊົມໃຊ້ຕົວຈິງໃນຊີວິດປະຈຳວັນຂອງແຕ່ລະຄົນ ແລະຄົວເຮືອນ.

ໃນນີ້ໝວດຜະລິດຕະພັນທີ່ຂາຍດີສຸດກໍຄື ກຸ່ມສິນຄ້າອຸປະໂພກບໍລິໂພກ ເຊັ່ນ: ນໍ້າມັນພືດ, ນໍ້າປາ, ນົມ, ເນີຍ, ສະບູ, ຊີ້ນສັດ, ໄຂ່,ໝາກໄມ້, ຜັກສົດອື່ນໆ ກວມເອົາອັດຕາສ່ວນສູງເຖິງ 52.9%.

ຮອງລົງມາແມ່ນໝວດເຄື່ອງດື່ມ ນັບແຕ່ນໍ້າບັນຈຸຂວດ, ນໍ້າແຮ່, ນໍ້າອັດລົມ, ນໍ້າຊາ, ກາເຟ ກວມ 23.3%,

ກຸ່ມທີ3 ແມ່ນໝວດອາຫານ ປະເພດເຂົ້າ, ອາຫານສໍາເລັດຮູບ, ເສັ້ນໝີ່ເສັ້ນເຝີ ກຸ່ມນີ້ກວມສ່ວນແບ່ງຕະຫຼາດ 10.6%.

ອັນດັບ4 ກໍ່ຄືເບຍ, ເຄື່ອງດື່ມຊູກໍາລັງກວມ 3.8%, ອັນດັບທີ5 ແມ່ນປະເພດຜະລິດຕະພັນຂອງຫວານ, ເຂົ້າໜົມ, ຊັອກໂກແລັດ, ເຂົ້າໜົມອົບຕ່າງໆ ກຸ່ມນີ້ກວມສັດສ່ວນ 3.6%.

ທັງໝົດນີ້ເປັນຕົວເລກສ່ວນໜຶ່ງຂອງຈາກການສຳຫຼວດຄວາມຕ້ອງການຂອງລູກຄ້າຢູ່ລາວໃນປີ 2025 ຕາມການເກັບກໍາສະຖິຕິ ແລະ ສັງລວມຂໍ້ມູນຂອງບໍລິສັດລ້ານຊ້າງມີເດຍຈຳກັດຜູ້ດຽວ.

ນອກຈາກທີ່ລາຍງານມານີ້ ຈໍາພວກເຄື່ອງສໍາອາງ ເພື່ອຜິວພັນ ແລະຄວາມສວຍງາມກໍ່ໄດ້ຮັບ ຄວາມນິຍົມຫຼາຍ ພຽງແຕ່ວ່າເປັນລໍາດັບທີ່ຮອງລົງມາ ເນື່ອງຈາກຊື້ຄັ້ງໜຶ່ງກຸ້ມຫຼາຍວັນ ບໍ່ຄືໝວດສິນຄ້າອຸປະໂພກບໍລິໂພກທີ່ຕ້ອງການໃຊ້ລາຍວັນ ຫຼື ວັນໜຶ່ງຫຼາຍໆຄັ້ງ.

ນີ້ຄືບາງຂໍ້ມູນທີ່ທ່ານ ອານຸຣັກ ກຣິ່ນຫອມ ໄດ້ນຳສະເໜີໃນງານດັ່ງກ່າວ ເຊິ່ງນັບເປັນຂໍ້ມູນທີ່ສຳຄັນໃນດ້ານການຕະຫຼາດແລະການຂາຍ ເຊິ່ງປັດຈຸບັນບໍລິສັດລ້ານຊ້າງມີເດຍ ໄດ້ໃຫ້ບໍລິການດູແລການຕະຫຼາດໃຫ້ກັບຮ້ານສະດວກຊື້ ແລະ ແບຣນ ສິນຄ້າຊັ້ນນຳໃນລາວຫຼາຍກິດຈະການ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ