ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມ ໂຄງການກໍ່ສ້າງຕ້ານເຈື່ອນພັດທະນາແຄມນໍ້າຂອງ ແລະ ນໍ້າຄານ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໃນອາທິດຜ່ານມາ ໂດຍການຕ້ອນຮັບຂອງທ່ານ ບຼົ່ງວ່າງ ຫວ່າງເຈ່ຍຊ່າ ຫົວໜ້າພະແນກ ຍທຂ ແຂວງຫຼວງພະບາງ ແລະ ຄະນະ.
ໂອກາດດັ່ງກ່າວໄດ້ຮັບຟັງການລາຍງານໂຄງການໂດຍຫຍໍ້ໂຄງການກໍ່ສ້າງຕ້ານເຈື່ອນ ພັດທະນາແຄມແມ່ນໍ້າຂອງ ແລະ ນໍ້າຄານ ນະຄອນຫຼວງພະບາງ ແຂວງ ຫຼວງພະບາງ (ງົບປະມານເພີ່ມເຕີມ) ພາຍໃຕ້ໂຄງການຄຸ້ມຄອງ ຄວາມສ່ຽງ ໄພພິບັດນໍ້າຖ້ວມອາຊີຕາເວັນອອກ ສ່ຽງໃຕ້ (IDA ສັນຍາເລກທີ 6518-LA);ເຈົ້າຂອງໂຄງການ: ກົມທາງນໍ້າ, ກະຊວງ ໂຍທາທະການ ແລະ ຂົນສົ່ງ; ຈັດຕັ້ງປະຕິບັດໂຄງການ ຫ້ອງການ PIU ພະແນກ ຍທຂ ແຂວງ ຫຼວງພະບາງ ໂດຍແຫຼ່ງທຶນເງິນກູ້ຢືມ ຈາກທະນາຄານໂລກ; ຮັບເໝົາກໍ່ສ້າງໂດຍບໍລິສັດ Yunnan ໝາຍເລກ 3 ຈຳກັດ ສປ ຈີນ ມູນຄ່າກໍ່ສ້າງ 5.1ລ້ານກວ່າໂດລາ ໄລຍະເວລາກໍ່ສ້າງ 24 ເດືອນ (15 ພຶດສະພາ 2023 ຫາ 15 ພຶດສະພາ 2025) ຕາມແຜນແມ່ນຈະໃຫ້ສໍາເລັດ ແລະ ມອບຮັບຊົ່ວຄາວພາຍໃນເດືອນພະຈິກ 2025 ເຊິ່ງການກໍ່ສ້າງມາຮອດປັດຈຸບັນຄືບໜ້າ 93.4%. ໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ຍທຂ ໄດ້ ກ່າວສະແດງ ຄວາມຊົມເຊີຍ ຄະນະນຳພະແນກ ຍທຂ ທີ່ໄດ້ເອົາໃຈໃສ່ຕິດຕາມໂຄງການດັ່ງກ່າວມີຜົນສໍາເລັດ ຕາມລະດັບຄາດໝາຍ ພ້ອມເນັ້ນຢໍ້າໃຫ້ເອົາໃຈໃສ່ ຊຸກຍູ້ຕິດຕາມການພັດທະນາໃຫ້ສາມາດສໍາເລັດຕາມແຜນການ ຮັບປະກັນ ຄວາມສະອາດຈົບງາມໃນໄລຍະການກໍ່ສ້າງ ແລະ ຄວາມປອດໄພ ເພາະເຂດດັ່ງກ່າວມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວຈໍານວນຫຼາຍ.