ຫວຽດນາມ ລົງມືກໍ່ສ້າງເສັ້ນທາງລົດໄຟເຂດຕົວເມືອງເລກ 2 ໃນນະຄອນຫຼວງຮາໂນ້ຍ ດ້ວຍເງິນລົງທຶນກວ່າ 1.3 ຕື້ໂດລາ

24 Oct 2025

ຄລິກແຊຣ໌ 0 Facebook WhatsApp

ຄະນະກຳມະການປະຊາຊົນນະຄອນ ຮາໂນ້ຍ ຂອງຫວຽດນາມ ໄດ້ເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງລົດໄຟເຂດຕົວເມືອງເລກ 2 (metro) ໄລຍະແຕ່ນາມທັງລອງ – ເຈິ່ນຮືງດ້າວ ດ້ວຍຍອດເງິນລົງທຶນກວ່າ 1.3 ຕື້ໂດລາ.

ໂຄງການດັ່ງກ່າວແມ່ນກິດຈະກຳສຳຄັນລະດັບຊາດ, ນຳໃຊ້ທຶນກູ້ຢຶມອຸປະຖຳການພັດທະນາຢ່າງເປັນທາງການ (ODA) ຂອງອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ສົມທົບກັບທຶນຈາກງົບປະມານຂອງນະຄອນ ຮາໂນ້ຍ. ຄາດວ່າ ທາງລົດໄຟ metro ເລກ 2 ຈະກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ການໃນປີ 2029.

ທ່ານ ເຢືອງດຶກຕວນ ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮາໂນ້ຍ ເນັ້ນໜັກວ່າ:   “ໂຄງການກໍ່ສ້າງເສັ້ນທາງລົດໄຟຕົວເມືອງເລກ 2 ໄລຍະ ນາມທັງລອງ – ເຈິ່ນຮືງດ້າວ ບໍ່ພຽງແຕ່ແມ່ນກິດຈະກຳຄົມມະນາຄົມຈຸດສຸມຂອງນະຄອນຫຼວງ ຮ່າໂນ້ຍ ເທົ່ານັ້ນ, ຫາກຍັງແມ່ນສັນຍາລັກຂອງວິໄສທັດ, ເຈດຈຳນົງ ແລະ ຄວາມຄາດຫວັງປ່ຽນແປງໃໝ່, ມຸ່ງໄປເຖິງຮູບແບບພັດທະນາເຂດຕົວເມືອງ ຕິດພັນກັບຄົມມະນາຄົມສາທາລະນະ  TOD. ແຕ່ລະສະຖານີລົດໄຟ ບໍ່ພຽງແຕ່ແມ່ນບ່ອນຢຸດເທົ່ານັ້ນ, ຫາກຍັງກາຍເປັນແກ່ນສານຂອງເຂດຕົວເມືອງພັດທະນາ, ອັດສະລິຍະ, ເຕົ້າໂຮມການຄົມມະນາຄົມການຄ້າ, ວັດທະນະທຳ – ທ່ອງທ່ຽວ ແລະ ການດຳລົງຊີວິດຊຸມຊົມອີກດ້ວຍ”. ຕາມແຜນການລວມຂອງນະຄອນຫຼວງ ຮາໂນ້ຍ ຮອດປີ 2045, ວິໄສທັດຮອດປີ 2065, ນະຄອນ ຮ່າໂນ້ຍ ຈະພັດທະນາເສັ້ນທາງລົດໄຟເຂດຕົວເມືອງ 15 ສາຍ, ດ້ວຍຄວາມຍາວທັງໝົດປະມານ 620 ກິໂລແມັດ ເຊື່ອມຕໍ່ລະຫວ່າງສູນກາງກັບບັນດາເຂດຕົວເມືອງ ແລະ ເຂດໃກ້ຄຽງຢ່າງຄົບຊຸດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ