ລາຄາຄຳ ຕະຫຼາດໂລກຫຼຸດລົງແຮງວັນອັງຄານຜ່ານມາ ຫຼັງເຮັດສະຖິຕິສູງສຸດ ໂດຍກຳລັງມຸ່ງໜ້າສູ່ການປັບຕົວລົງລາຍວັນທີ່ແຮງສຸດໃນຮອບ 5 ປີ ເນື່ອງຈາກນັກລົງທຶນເທຂາຍສ້າງກໍາໄລຈາກການປັບຂຶ້ນສ້າງຈຸດສູງສຸດໃໝ່ກ່ອນໜ້ານີ້ ໂດຍແຮງກົດດັນສຳຄັນມາຈາກການຜ່ອນຄາຍຄວາມກັງວົນກ່ຽວກັບການປິດໜ່ວຍງານລັດຖະບານສະຫະລັດ ແລະ ຄວາມຫວັງຕໍ່ ຄວາມຄືບໜ້າໃນການເຈລະຈາການຄ້າລະຫວ່າງ ສະຫະລັດ-ຈີນ.
ລາຄາຄຳຕະຫຼາດສະປອດ ລົງແຮງ 5.5% ສູ່ລະດັບຕໍ່າສຸດໃນຮອບ 1 ອາທິດທີ່ 4,115ໂດລາຕໍ່ອອນ ໃນເວລາ 13:45 ໂມງ ຕາມເວລາພາກຕາເວັນອອກສະຫະລັດ ເຊິ່ງເປັນການຫຼຸດລົງຫຼາຍທີ່ສຸດນັບຕັ້ງແຕ່ເດືອນສິງຫາ 2020.
ລາຄາຄໍາຕະຫຼາດສັນຍາຊື້-ຂາຍລ່ວງໜ້າຂອງສະຫະລັດ ຫຼື Gold Future ສົ່ງມອບເດືອນທັນວາ ປິດຕະຫຼາດຫຼຸດລົງ 5.7% ສູ່ລະດັບ 4,109 ໂດລາຕໍ່ອອນ.
ລາຄາຄໍາຈຸລະດັບສູງສຸດເປັນປະຫວັດການທີ່ 4,381.21 ໂດລາໃນວັນຈັນ ແລະ ປັບຕົວສູງຂຶ້ນປະມານ 60% ໃນປີນີ້ ໂດຍໄດ້ຮັບແຮງຍູ້ຈາກຄວາມບໍ່ແນ່ນອນທາງພູມສາດ ແລະ ເສດຖະກິດ ການຄາດການຫຼຸດອັດຕາດອກເບ້ຍ ແລະ ແຮງຊື້ຢ່າງຕໍ່ເນື່ອງຂອງທະນາຄານກາງ.