ກະຊວງການຄ້າອຸດສາຫະກຳ ແລະ ພະລັງງານຂອງ ສ.ເກົາຫຼີ ເປີດເຜີຍວ່າ: ການສົ່ງອອກລົດຂອງ ສ. ເກົາຫຼີ ໄດ້ເພີ່ມຂຶ້ນ 16.8% ໃນເດືອນກັນຍາຜ່ານມາ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເປັນ 6.41 ຕື້ໂດລາ ເຊິ່ງເປັນການເພີ່ມຂຶ້ນເປັນເດືອນທີ 4 ຕິດຕໍ່ກັນ.
ການເຕີບໂຕນີ້ໄດ້ຖືກຂັບເຄື່ອນໂດຍຄວາມຕ້ອງການທີ່ເຂັ້ມແຂງຈາກເອີຣົບ ແລະ ອາຊີ, ເຊັ່ນດຽວກັນກັບຄວາມຕ້ອງການຂອງຍານພາຫະນະທີ່ເປັນມິດກັບສິ່ງແວດລ້ອມ ເຊິ່ງຊົດເຊີຍຄວາມຕ້ອງການທີ່ຫຼຸດລົງຈາກສະຫະລັດ ອາເມຣິກາ ຍ້ອນການເກັບພາສີ ຂອງລັດຖະບານ ທ່ານ ໂດໂນ ທຣໍາ.
ການສົ່ງອອກລົດໄປສະຫະລັດ ອາເມຣິກາ ຫຼຸດລົງ 7.5% ເປັນ 2.38 ຕື້ໂດລາ ໃນເດືອນກັນຍາ, ໃນຂະນະທີ່ການສົ່ງອອກໄປສະຫະພາບເອີຣົບ (EU) ແລະ ອາຊີເພີ່ມຂຶ້ນໃນອັດຕາສອງໂຕເລກ ເປັນ 958 ລ້ານໂດລາ ແລະ 823 ລ້ານໂດລາ ຕາມລໍາດັບ.
ສ່ວນການສົ່ງອອກລົດທີ່ເປັນມິດກັບສິ່ງແວດລ້ອມເພີ່ມຂຶ້ນ 22.9% ເປັນ 2.67 ຕື້ໂດລາ ໃນເດືອນກັນຍາ. ສຳລັບຈຳນວນພາຫະນະທີ່ສົ່ງອອກໃນເດືອນກັນຍາແມ່ນ 228,153 ຄັນ, ເພີ່ມຂຶ້ນ 11.0% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນຂະນະທີ່ການສົ່ງອອກອາໄຫຼ່ລົດເພີ່ມຂຶ້ນ 6% ເປັນ 1.92 ຕື້ໂດລາ.