ຈັດຕັ້ງປະຕິບັດ ພື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດເລກ 9

20 Oct 2025

ຄລິກແຊຣ໌ 0 Facebook WhatsApp

ທາງຫຼວງແຫ່ງຊາດເລກ 9 ທີ່ກໍ່ສ້າງມາແຕ່ປີ 1988 ເຖິງວ່າມີການພື້ນຟູມາແລ້ວ 4 ຄັ້ງ ເນື່ອງຈາກງົບປະມານໃນແຕ່ລະປີກໍບໍ່ພຽງພໍຕໍ່ການບູລະນະຮັກສາ ແລະ ສ້ອມແປງ ຈຶ່ງເຮັດໃຫ້ເສັ້ນທາງມີການຊຸດໂຊມ, ເປ່ເພ ສະສົມຫຼາຍຂຶ້ນ ລັດຖະບານຈຶ່ງຕັດສິນໃຈ ພື້ນຟູ ແລະ ບູລະນະ ທາງຫຼວງເລກ 9 ໃນຮູບແບບສັນຍາ ປະສົມປະສານ ລະຫວ່າງ (OPBRC) ແລະ (PRTC) ໂດຍເກັບເງິນສະເພາະ ລົດບັນທຸກ 12 ໂຕນ ຂຶ້ນໄປ.

ພິທີເຊັນສັນຍາ ພື້ນຟູ ແລະ ບູລະນະຮັກສາທາງຫຼວງເລກ 9 ຈັດຂຶ້ນ ໃນວັນທີ 20 ຕຸລາ 2025 ທີ່ ໂຮງແຮມລາດຊະວົງ ວັນດາວິສຕ້າ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ,ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຮອງລັດຖະມົນຕີ ຫົວໜ້າກົມ, ຕ່າງໜ້າບໍລິສັດ  ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອັກຄະລະ ອິນທະວົງສາ ຫົວໜ້າໂຄງການ ຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດເລກ 9 ໄດ້ກ່າວວ່າ: ເສັ້ນທາງຫຼວງແຫ່ງຊາດເລກ 9 ໄດ້ກໍສ້າງສໍາເລັດໃນປີ 1988 ມາຮອດປັດຈຸບັນໄດ້ມີການຟື້ນຟູແລ້ວ 4 ໄລຍະ ແລະ ໄລຍະທີ 4 ແມ່ນຊ່ວງປີ 2015-2018 ອອກແບບຮັບນໍ້າໜັກ 11 ໂຕນ/ເພົາ; ໃນການຟື້ນຟູແຕ່ລະຄັ້ງແມ່ນໄດ້ ນໍາໃຊ້ງົບປະມານເປັນຈໍານວນຫຼວງຫຼາຍ. ຮອດປັດຈຸັນ ເສັ້ນທາງບາງຊ່ວງແມ່ນໝົດອາຍຸການນໍາໃຊ້ແລ້ວ, ພ້ອມນີ້ ປະລິມາການສັນຈອນກໍເພີ່ມຂຶ້ນໃນແຕ່ລະປີ ເຊິ່ງຈໍາເປັນຕ້ອງໄດ້ຟື້ນຟູດ່ວນ.

ທາງເລກ 9 ຊຶ່ງແມ່ນທາງຫຼວງອາຊຽນ ເລກທີ 16  ແມ່ນໜຶ່ງ ໃນ 8 ເສັ້ນທາງຫຼວງອາຊຽນ ທີ່ຜ່ານປະເທດລາວ ເປັນເສັ້ນທາງຍຸດທະສາດຮັບໃຊ້ການຂົນສົ່ງຜ່ານແດນຂອງອະນຸພາກພື້ນ ໂດຍສະເພາະການຂົນສົ່ງລະ ຫວ່າງ ລາວ-ຫວຽດນາມ-ໄທ, ຜ່ານການຄົ້ນຄວ້າໂດຍທຽບໃສ່ບັນຫາໃນປັດຈຸບັນ ດ້ານງົບປະມານໃນການນໍາໃຊ້ ບູລະນະຮັກສາ ແລະ ສ້ອມແປງທາງຫຼວງແຫ່ງຊາດເລກ 9 ແມ່ນເຫັນວ່າເພີ່ມຂຶ້ນຫຼາຍໃນແຕ່ລະປີ ແລະ ການສະ ໜອງງົບປະມານໃນແຕ່ລະປີກໍບໍ່ພຽງພໍຕໍ່ການບູລະນະຮັກສາ ແລະ ສ້ອມແປງ ຈຶ່ງເຮັດໃຫ້ເສັ້ນທາງມີການຊຸດໂຊມ, ເປ່ເພ ສະສົມຫຼາຍຂຶ້ນ.

ລັດວິສາຫະກິດ ກໍ່ສ້າງທາງເລກ 8 ໄດ້ສະເໜີເຈດຈໍານົງ ຫາ ກະຊວງ ຍທຂ, ກົມຂົວ ທາງໄດ້ຄົ້ນຄວ້າ, ຫຼັງຈາກນັ້ນ, ກະຊວງ ຍທຂ ໄດ້ມີໜັງສືລາຍງານ ຫາ ທ່ານ ນາຍົກລັດຖະມົນຕີ ໂດຍມີທິດຊີ້ນໍາ ດ້ານຫຼັກການ ເຫັນດີ ໃຫ້ກະຊວງ ຍທຂ ເກັບຄ່າບໍລິການຜ່ານທາງຫຼວງແຫ່ງຊາດເລກ 9 ໂດຍໃຫ້ເກັບສະເພາະ ລົດບັນທຸກ 12 ໂຕນ ຂຶ້ນໄປ. ສໍາລັບເງິນໄດ້ຈາກຄ່າຜ່ານທາງດັ່ງກ່າວ ແມ່ນນໍາໃຊ້ເຂົ້າໃນການສ້ອມແປງ ແລະ ບູລະນະສະເພາະທາງ ຫຼວງແຫ່ງຊາດເລກ 9

ແຕ່ກ່ອນຈະເລີມຈັດຕັ້ງປະຕິບັດໃຫ້ລາຍງານຕໍ່ຄະນະອໍານວຍຄວາມສະດວກທາງດ້ານ ການຄ້າ ໃຫ້ເບິ່ງດ້ານຕ່າງໆ ຕື່ມ ເຊັ່ນ:

  1. ການກໍານົດຈຸດເກັບເງິນ ໃຫ້ເໝາະສົມວ່າຈະກໍານຸດຈຸດໃດແດ່.
  2. ອັດຕາການເກັບເງິນໃຫ້ເໝາະສົມ.
  3. ລະບົບການເກັບຕ້ອງເປັນລະບົບທັນສະໄໝ ຜ່ານລະບົບທະນາຄານ.
  4. ພາຍຫຼັງມີຄວາມພ້ອມຮອບດ້ານແລ້ວ, ໃຫ້ເຮັດວຽກງານປະຊາສໍາພັນ ໃຫ້ຜູ້ປະກອບການ ແລະ ສັງຄົມ ຮັບຊາບຢ່າງທົ່ວເຖິງ ແລ້ວຈຶ່ງເລີ່ມຈັດຕັ້ງປະຕິບັດ.

ໂຄງການໂຄງການ ຟື້ນຟູ ແລະ ບູລະນະຮັກສາ ທາງຫຼວງແຫ່ງຊາດເລກ 9 ເລີ່ມແຕ່ ວົງວຽນໄດໂນເສົາ ນະຄອນ ໄກສອນພົມວິຫານ ຫາ  ຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດ ໃນຮູບແບບສັນຍາ ປະສົມປະສານ ລະຫວ່າງ (OPBRC) ແລະ (PRTC) ຄວາມຍາວ 233.30 ກມ, ການອອກແບບ ບູລະນະຮັກ ສາ ແລະ ສ້ອມແປງ ນໍາໃຊ້ມາດຕະຖານຕໍ່າສຸດເປັນທາງຊັ້ນ III ຮັບນໍ້າໜັກໄດ້ 11 ໂຕນ/ເພົາ, ໜ້າທາງປູອັດສະ ຟານ ຄວາມໜາ 8-10 ຊັງຕີແມັດ, ໜ້າທາງກວ້າງ 9-12 ແມັດ; ສໍາລັບຈຸດເກັບເງິນ ໜ້າທາງປູດ້ວຍເບຕົງ ຄວາມໜາ 30 ຊັງຕີແມັດ, ໜ້າທາງກວ້າງ 34 ແມັດ;  ລັດວິສາຫະກິດ ກໍ່ສ້າງ ທາງເລກ 8 ເປັນຜູ້ ຮັບເໝົາຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດເລກ 9 ໃນໄລຍະ 10ປີ ໄລຍະຟື້ນຟູ 3 ປີ, ໃນມູນຄ່າປະເມີນເບື້ອງຕົ້ນບໍ່ເກີນ 3,231,638,898,461 ກີບ, ໃນນີ້ ປະກອບມີ 4 ໜ້າວຽກໃຫຍ່ ຄື:

  1. ໜ້າວຽກສຳຫຼວດ, ທົດລອງວັດສະດຸໂຄງສ້າງທາງເດີມ, ອອກແບບ ແລະ ແບບແຕ້ມສຸດທ້າຍ;

2ໜ້າວຽກ ກໍ່ສ້າງ ແລະ ຟື້ນຟູ ໄລຍະເວລາ 3 ປີ

3 ໜ້າວຽກ ບູລະນະຮັກສາ ໄລຍະເວລາ 7 ປີ;

4 ໜ້າວຽກກໍ່ສ້າງດ່ານເກັບເງິນ ຈໍານວນ 4 ຈຸດ ພ້ອມທັງຕິດຕັ້ງອຸປະກອນທັນສະໄໝ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ