ມິນິໂຣ ຈະຍົກລະດັບຄວາມສາມາດຕອບສະໜອງຕະຫຼາດພາຍໃນ ແລະ ຕ່າງປະເທດ

17 Oct 2025

ຄລິກແຊຣ໌ 0 Facebook WhatsApp

ນໍ້າດື່ມແຮ່ທາດ ມີນີໂຣ (Mineral) ເປັນທີ່ຍອມຮັບ ແລະ ກໍາລັງເປັນທີ່ນິຍົມຂອງຜູ້ບໍລິໂພກພາຍໃນ ແລະ ຕ່າງປະເທດ ຈິ່ງຕັດສິນໃຈທີ່ຈະສັ່ງຊື້ເຄື່ອງຈັກລາຍຜະລິດເຂົ້າມາຕື່ມອີກ 1 ຊຸດ ເພີ່ມຕື່ມຈາກປັດຈຸບັນ ທີ່ຫາກໍເດີນເຄື່ອງລະບົບໃໝ່ເມື່ອຕົ້ນປີ 2024

ທ່ານ ໄຊຍະສິດ ຊະນະແກ້ວ ຜູ້ອໍານວຍການ ກຸ່ມບໍລິສັດ DSK ຈໍາກັດ ເຈົ້າຂອງໂຮງງານນໍ້າດື່ມແຮ່ທາດມິນິໂຣ ໄດ້ໃຫ້ຮູ້ວ່າ: ໂຮງງານນໍ້າດື່ມແຮ່ທາດມິນີໂຣ ສ້າງຕັ້ງມາໄດ້ 20 ກວ່າປີແລ້ວ; ຕົນເອງໃນນາມຜູ້ສືບທອດກໍໄດ້ຕໍ່ຍອດອຸດົມການຂອງຄອບຄົວ ໂດຍສະເພາະນໍ້າດື່ມແຮ່ທາດມີນີໂຣ ແມ່ນໄດ້ປັບປຸງຍົກລະດັບທັງປະລິມານ ແລະ ຄຸນນະພາບ ເມື່ອບໍ່ດົນມານີ້ເອງ; ຄຽງຄູ່ກັບການຂະຫຍາຍຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນປະເທດສິງກະໂປ ມີການສົ່ງອອກປະຈໍາທັງມີທ່າອ່ຽງເພີ່ມຂຶ້ນ.

ຍ້ອນເຫັນໄດ້ຈັງຫວະຄວາມຕ້ອງການຂອງຕະຫຼາດທີ່ນັບມື້ເພີ່ມຂຶ້ນ ຈິ່ງຕັດສິນໃຈທີ່ຈະສັ່ງຊື້ລາຍຜະລິດ ຕື່ມ 1 ຊຸດ ແລ່ນຂະໜານກັນ ແລະ ຈະເປັນສ່ວນໜຶ່ງທີ່ສ້າງວຽກເຮັດງານທໍາໃຫ້ແກ່ແຮງງານພາຍໃນ.

ປັດຈຸບັນໂຮງງານທີ່ຫາກໍເດີນເຄື່ອງເມື່ອປີ 2024 ມີກໍາລັງການຜະລິດທີ່ 12,000 ຕຸກ/ຊົ່ວໂມງ; ທ້າຍປີ 2025 ນີ້ ກໍຈະລົງທຶນຊື້ເຄື່ອງຈັກໃໝ່ຕື່ມອີກ 1 ຊຸດ ເຊິ່ງມີກໍາລັງການຜະລິດທີ່ປະມານ 15,000 ຕຸກ/ຊົ່ວໂມງ ລວມແລ້ວຈະສາມາດຜະລິດໄດ້ 27,000 ຕຸກ/ຊົ່ວໂມງ.

ທ່ານ ໄຊຍະສິດ ຊະນະແກ້ວ ຍັງໃຫ້ຮູ້ວ່າ: ການປັບປຸງຍົກລະດັບໄລຍະ 2023-2024 ມີການລົງທຶນມະຫາສານໃນການຊື້ເຄື່ອງຈັກທີ່ທັນສະໄໝ ແລະ ປຸກສ້າງອາຄານ, ຫ້ອງການ, ຫ້ອງສະແດງ…ສ່ວນການລົງທຶນເພີ່ມທ້າຍປີນີ້ກໍຈະມີມູນຄ່າຫຼາຍລ້ານໂດລາ ເຊິ່ງຈະເພີ່ມຜະລິດຕະພັນໃຫ້ມີຫຼາຍຂະໜາດບັນຈຸຕື່ມອີກ ເພື່ອເປັນທາງເລືອກໃຫ້ຜູ້ບໍລິໂພກ.

“ ທາງໂຮງງານ ນໍ້າແຮ່ທາດ ມິນີໂຣ ຂໍສະແດງຄວາມຮູ້ບຸນຄຸນ ຂອບໃຈມາຍັງການ ນໍາພັກລັດ ແລະ ສັງຄົມທີ່ໃຫ້ການສະໜັບສະໜູນ ຜະລິດຕະພັນຂອງຄົນລາວເຮົາ”, ທ່ານ ໄຊຍະສິດ ຊະນະແກ້ວ ກ່າວ.

ມິນີໂຣ ນໍ້າດື່ມແຮ່ທາດທີ່ໃຫ້ຫລາຍກວ່າຄວາມສົດຊື່ນ ມີແຮ່ທາດຈາກທໍາມະຊາດ 8 ຊະນິດ; ເປັນຜະລິດຕະພັນທີ່ຜ່ານຂະບວນການຜະລິດ ດ້ວຍເຕັກໂນໂລຊີຂັ້ນສູງນັບຈາກແຫຼ່ງນ້ຳຈົນເຖິງຂວດນ້ຳດື່ມ; ດ້ວຍແຫຼ່ງນໍ້າ ທໍາມະຊາດຈາກບໍ່ນໍ້າພູພືງ ແລະ ລົດຊາດຂອງແຮ່ທາດທີ່ເປັນເອກະລັກ ສົ່ງຜົນໃຫ້ຜະລິດຕະພັນ Mineral ໄດ້ຮັບການຢັ້ງຢືນ ມາດຕະຖານສາກົນເຊັ່ນ: GHP, HACCP, ISO22000 ແລະ ສະຖາບັນລົດຊາດສາກົນຈາກ ປະເທດ Belgium.

ນ້ຳແຮ່ທາດ Mineral ເປັນນໍ້າແຮ່ທາດເພື່ອສຸຂະພາບ ຜະລິດໃນລາວ ເປັນຂອງຄົນລາວ ຄວາມພູມໃຈຂອງສັງຄົມລາວ ມີຫຼາຍຂະໜາດບັນຈຸ ເຊັ່ນ: 250 ມລ, 500 ມລ, 600 ມລ, 1 ລິດ 1.5 ລິດ ແລະ ຈະເພີ່ມອີກໜຶ່ງຂະໜາດບັນຈຸ 330 ມລ. ໂຮງງານຕັ້ງຢູ່ເມືອງມໍລະດົກໂລກ ນະຄອນຫຼວງພະບາງ ແຂວງຫຼວງພະບາງ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ