ພິທີເຊັນສັນຍາສຳປະທານໂຄງການປູກກາເຟກາງ, ແມັກຄາເດເມຍ, ປູກມອນ ແລະ ໝາກຖຸລຽນ ຢູ່ເຂດບ້ານພະໜວນດົງ ເມືອງປາກຊ່ອງ ແຂວງຈຳປາສັກ ມີຂຶ້ນໃນ ວັນທີ 13 ຕຸລາ 2025 ລະ ຫວ່າງ ອົງການປົກຄອງແຂວງຈໍາປາສັກ ກັບ ບໍລິສັດ ພັດທະນາກະສິກຳ ແລະ ປ່າໄມ້ ປາກຊ່ອງ ຈຳກັດຜູ້ດຽວ.
ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ.
ໂຄງການດັ່ງກ່າວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (ເອັມໂອຢູ) ໃນວັນທີ 28 ກໍລະກົດ 2025 ເຊິ່ງ ບໍລິສັດ ໄດ້ ເອົາໃຈໃສ່ໃນການຈັດຕັ້ງໄດ້ປະຕິບັດສຳເລັດພັນທະຕ່າງໆ ຕາ ເອັມໂອຢູ ຢ່າງຖືກຕ້ອງຄົບຖ້ວນ ໂດຍໄດ້ຮັບໃບຢັ້ງຢືນ ສິ່ງແວດລ້ອມຈາກພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ໄດ້ສຳເລັດບົດວິພາກເສດຖະກິດ – ເຕັກນິກຂອງ ໂຄງການ.
ໂຄງການມີເນື້ອທີ່ການພັດທະນາ50 ເຮັກຕາ ຢູ່ເຂດບ້ານພະໜວນດົງ ເມືອງປາກຊ່ອງ ແຂວງຈຳປາສັກ,ປະກອບມີກິດຈະກຳການປູກກາເຟກາງ, ແມັກຄາເດເມຍ, ປູກມອນ ແລະ ໝາກຖຸລຽນ, ຮູບການລົງທຶນ ຕ່າງປະເທດ 100% ຈາກ ສສ ຫວຽດນາມ ດ້ວຍທຶນຈົດທະບຽນ 100 ຕື້ກີບ ມີໄລຍະເວລາສຳປະທານ30 ປີ.
ຕາງໜ້າອົງການປົກຄອງແຂວງ ລົງນາມໂດຍ ທ່ານ ບຸນມີ ຄໍາພິທູນ ຄະນະຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ. ຝ່າຍບໍລິສັດ ລົງນາມໂດຍ ທ່ານ ຟານ ແທັງ ຮຸຍ ອໍານວຍການບໍລິສັດ ພັດທະນາກະສິກຳ ແລະ ປ່າໄມ້ ປາກຊ່ອງ ຈຳກັດຜູ້ດຽວ.
ຝ່າຍອົງການປົກຄອງແຂວງ ລົງນາມເປັນພິຍານ ມີ ທ່ານ ນາງ ຍົມມະລາ ສີຫາວົງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ທ່ານ ຄໍາຂອດ ໝື່ນຫຼວງ ປະທານຄະນະກຳມະການປົກຄອງເມືອງປາກຊ່ອງ. ຝ່າຍບໍລິສັດ ລົງນາມເປັນພະຍານໂດຍ ທ່ານ ເລ ຫວຽດ ເຄື່ອງ ບໍລິສັດ ຂັນໄຊ ພັດທະນາກະສິກຳຈຳກັດຜູ້ດຽວ. ມີການນໍາພະແນກການອ້ອມຂ້າງແຂວງ, ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ຂ່າວ-ພາບ: ທູນທອງໃຈ