ກຽມລົງມືກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ຮາໂນ່ຍ ຊ່ວງທີ 2 ປາກຊັນ – ຊາຍແດນ ລາວຫວຽດນາມ

17 Oct 2025

ຄລິກແຊຣ໌ 0 Facebook WhatsApp

ພິທີເຊັນສັນຍາສຳປະທານ ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ສປປລາວ -ຮາໂນ່ຍ ສສຫວຽດນາມ (ຊ່ວງທີ 2) ແຕ່ເມືອງປາກຊັນ ຫາຊາຍແດນລາວ-ຫວຽດນາມ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນ ໃນ ວັນທີ 15 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ.

ຝ່າຍລັດຖະບານຕາງໜ້າເຊັນໂດຍທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈຳການ ກັບ ທ່ານ ຄໍາເພີງ ທອງສະບາ ປະທານ ກຸ່ມບໍລິສັດ ນໍ້າທາກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ, ທ່ານ ວັນດີ ກວາລີວົງ ປະທານ ບໍລິສັດ ຊີເຄ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ, ທ່ານ ພອນປະເສີດ ອິນທະສອນ ປະທານ ບໍລິສັດ ສາມເອສ໌ ພັດທະນາ ຈໍາກັດ

ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ທ່ານ ວັນທອງ ບຸດຕະນະວົງ ຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຫົວໜ້າຫ້ອງການກະຊວງ, ຕາງໜ້າ 3 ບໍລິສັດ ພ້ອມດ້ວຍພະນັກງານ ແລະ ແຂກຮັບເຊີນເຂົ້າຮ່ວມ

ທ່ານ ພອນປະເສີດ ອິນທະສອນ ປະທານ ບໍລິສັດ ສາມເອສ໌ ພັດທະນາ ຈໍາກັດຜູ້ດຽວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ການສ້າງເສັ້ນທາງດ່ວນດັ່ງກ່າວ ແມ່ນສອດຄ່ອງຕາມທິດເຊື່ອມໂຍງເຊື່ອມຈອດຂອງລັດຖະບານ ໂດຍມິີໄລຍະທາງປະມານ 203.8 ກິໂລແມັດ ຄາດຄະເນງົບປະມານ 1.9 ຕື້ໂດລາສະຫະລັດ. ໂຄງການແມ່ນຈະເລີ່ມລົງມືປະຕິບັດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ພ້ອມນີ້ອາດຈະມີການວາງສີລາລືກຢູ່ພາກສະໜາມອີກຄັ້ງກ່ອນລົງມືກໍ່ສ້າງຕົວຈິງ ຄາດວ່າໂຄງການດັ່ງກ່າວຈະດໍາເນີນການກໍ່ສ້າງໄປຮອດປີ 2030 ໃຫ້ສຳເລັດ.

ທ່ານປະທານ ບໍລິສັດ ສາມເອສ໌ ພັດທະນາ ຍັງໃຫ້ຮູ້ຕື່ມວ່າ: ສຳລັບສິ່ງທ້າທາຍຂອງການກໍ່ສ້າງໂຄງການດັ່ງກ່າວ ຫຼື ເຮັດໃຫ້ການດຳເນີນການກໍ່ສ້າງເກີດຄວາມຫຼ້າຊ້າ ແມ່ນການຊົດເຊີຍທີ່ດິນໃຫ້ແກ່ພໍ່ແມ່ປະຊາຊົນ ຕາມຈຸດທີ່ມີການຖືຄອງກໍາມະສິດ ແລະ ເຂດດັ່ງກ່າວເປັນທາງບຸກເບີກໃໝ່ ເປັນປ່າ, ພູ ແລະ ເຫວ ທີ່ຈະຕ້ອງໃຊ້ເວລາຫຼາຍໃນການຂຸດເຈາະ, ເຊື່ອມຕໍ່ ແລະ ອື່ນໆ.

ແນວໃດກໍຕາມ ຫາກໂຄງການນີ້ສໍາເລັດເມື່ອໃດ ຈະສົ່ງຜົນດີຕໍ່ການນໍາເຂົ້າ-ສົ່ງອອກສິນຄ້າ ທີ່ອໍານວຍຄວາມສະດວກ ແລະ ປະຢັດເວລາຢ່າງຫຼາຍແນ່ນອນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ