ເອດີບີ ຄາດເສດຖະກິດລາວ ປີນີ້ ຈະເຕີບໂຕ 3.7%

17 Oct 2025

ຄລິກແຊຣ໌ 0 Facebook WhatsApp

ທະນາຄານພັດທະນາອາຊີ ໄດ້ປັບຫຼຸດຄາດຄະເນການເຕີບໂຕເສດຖະກິດ ສປປ ລາວ ປີ 2025 ລົງເປັນ 3.7% ທ່າມກາງສິ່ງທ້າທາຍຈາກພາຍນອກໂດຍມີຂະແໜງການທ່ອງທ່ຽວເປັນແຮງຍູ້ສຳຄັນ. ຢ່າງໃດກໍຕາມ ເອດີບີ ຍັງຄົງເຊື່ອໝັ້ນຕໍ່ກັບທ່າແຮງຂອງການເຕີບໂຕ ຄວາມພະຍາຍາມຂອງລັດຖະບານໃນການຄຸ້ມຄອງໜີ້ສິນ ແລະ ການຮັກສາສະຖຽນລະພາບທາງດ້ານເສດຖະກິດ.

ບົດລາຍງານ ການຄາດຄະເນການພັດທະນາອາຊີ ສະບັບເດືອນ ກັນຍາ 2025 ຂອງທະນາຄານພັດທະນາອາຊີ ຫລື ເອດີບີ ໄດ້ປັບຫຼຸດການເຕີບໂຕເສດຖະກິດສປປລາວ ລົງເປັນ 3.7% ໃນປີນີ້ ຈາກລະດັບ 3.9% ຂອງການຄາດຄະເນໃນເດືອນເມສາ ຈາກປັດໄຈຄວາມອ່ອນໄຫວຂອງໜີ້ສິນ, ຄວາມຕ້ອງການບໍລິໂພກຫຼຸດລົງ ແລະ ອັດຕາພາສີການຄ້າ.

ບົດລາຍງານລະບຸວ່າ ຂະແໜງບໍລິການຍັງຄົງເປັນແຮງຂັບເຄື່ອນຕົ້ນຕໍຂອງການເຕີບໂຕເສດຖະກິດ ສປປ ລາວ ໂດຍຄາດວ່າຈະເຕີບໂຕເພີ່ມຂຶ້ນໃນອັດຕາ 4.5%. ໂດຍການທ່ອງທ່ຽວ ໄດ້ຟື້ນຕົວຢ່າງແຂງແຮງ ດ້ວຍຈໍານວນນັກທ່ອງທ່ຽວທີ່ເຂົ້າມາ 2.3 ລ້ານເທື່ອຄົນ ໃນໄລຍະເຄິ່ງທໍາອິດຂອງປີ ຊຶ່ງສະທ້ອນໃຫ້ເຫັນເຖິງ ການເຊື່ອມຕໍ່ກັນໃນພາກພື້ນ ແລະ ໃນບັນດາຕະຫຼາດເປົ້າໝາຍທີ່ເພີ່ມຂຶ້ນ. ການທ່ອງທ່ຽວໄດ້ສົ່ງເສີມການຄ້າຍ່ອຍ, ການບໍລິການທີ່ພັກ, ຮ້ານອາຫານ ແລະ ການຂົນສົ່ງ.

ສ່ວນຂະແໜງອຸດສາຫະກໍາ ຄາດວ່າຈະເຕີບໂຕໃນອັດຕາ 3.6% ໂດຍໄດ້ຮັບແຮງສະໜັບສະໜູນຈາກການເຕີບໂຕຂອງຂະແໜງພະລັງງານໄຟຟ້າ ແລະ ການຜະລິດຂອງໂຮງຈັກໂຮງງານ. ຜົນການຜະລິດໄຟຟ້າທີ່ເພີ່ມຂຶ້ນ 3.2% ໃນໄລຍະເຄິ່ງທໍາອິດຂອງປີ  ແລະ ຄາດວ່າໝົດປີ ຈະເພີ່ມຂຶ້ນປະມານ 6.5%. ຂະນະທີ່ຂະແໜງກະສິກໍາ ຄາດວ່າຈະເຕີບໂຕໃນອັດຕາປານກາງທີ່ 1.3%

ເອດີບີ ຍັງໄດ້ປັບປຸງອັດຕາການຄາດຄະເນການເຕີບໂຕ ແລະ ອັດຕາເງິນເຟີ້ ເນື່ອງຈາກສິ່ງທ້າທາຍທາງເສດຖະກິດທີ່ຍັງຄົງມີຢູ່ ແລະ ຄວາມກົດດັນຕໍ່ອັດຕາເງິນເຟີ້ທີ່ຫຼຸດລົງ. ໃນຂະນະທີ່ອັດຕາເງິນເຟີ້ຫລຸດລົງ ໄດ້ຊ່ວຍເອື້ອອຳນວຍບາງຂະແຫນງການ ແຕ່ຄວາມເຄັ່ງຕຶງດ້ານການຄ້າ ແລະ ຂໍ້ຈໍາກັດດ້ານງົບປະມານ ອາດຈະເຮັດໃຫ້ການຟື້ນໂຕຂອງເສດຖະກິດຊ້າກວ່າທີ່ໄດ້ຄາດຄະເນໄວ້.

ທ່ານ ນາງ ແຊນນີ ແຄັມເບລ  ຫົວໜ້າຫ້ອງການ ເອດີບີປະຈໍາ ສປປ ລາວ  ກ່າວວ່າ: “ເຖິງແມ່ນວ່າຈະມີສິ່ງທ້າທາຍຫຼາຍກໍ່ຕາມ, ພວກເຮົາຍັງຄົງເຊື່ອໝັ້ນຕໍ່ກັບທ່າແຮງຂອງການເຕີບໂຕຂອງ ສປປ ລາວ. ຄວາມພະຍາຍາມຂອງລັດຖະບານໃນການຄຸ້ມຄອງໜີ້ສິນ ແລະ ການຮັກສາສະຖຽນລະພາບທາງດ້ານເສດຖະກິດແມ່ນເປັນສິງທີ່ຫນ້າຊົມເຊີຍ.  ເອດີບີ ຈະສືບຕໍ່ໃຫ້ການສະຫນັບສະຫນູນແກ່ ສປປ ລາວ ໃນການບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ”.

ຄວາມກົດດັນຂອງອັດຕາເງິນເຟີ້ໄດ້ຫຼຸດລົງຢ່າງຫຼວງຫຼາຍໃນປີ 2025, ດ້ວຍອັດຕາເງິນເຟີ້ຫຼຸດລົງເຖິງ 5.0% ໃນເດືອນສິງຫາ ຈາກ 11.1% ໃນເດືອນເມສາ. ອັດຕາເງິນເຟີ້ຂອງໝວດອາຫານ ໄດ້ຫຼຸດລົງຈາກ 24.3% ໃນເດືອນ ສິງຫາ 2024 ມາເປັນ 3.1% ໃນເດືອນສິງຫາປີນີ້ ເຖິງແມ່ນວ່າລາຄາສິນຄ້າ ທີ່ບໍ່ກ່ຽວກັບສະບຽງອາຫານ ຈະຍັງຄົງສືບຕໍ່ຢູ່ໃນລະດັບສູງກໍ່ຕາມ. ນອກນີ້ ທະນາຄານແຫ່ງ ສປປ ລາວ ໄດ້ຫຼຸດອັດຕາດອກເບ້ຍນະໂຍບາຍຂອງຕົນຈາກ 10.0% ໃນ ເດືອນມີນາ ມາເປັນ 9.0% ໃນເດືອນສິງຫາ ເຊິ່ງເປັນການຫຼຸດລົງຄັ້ງທີ່ 3 ຂອງປີນີ້. ອັດຕາແລກປ່ຽນແມ່ນມີຄວາມສະຖຽນລະພາບຫຼາຍຂຶ້ນ, ໂດຍເງິນກີບແຂງຄ່າ 0.5% ເມື່ອທຽບກັບເງິນໂດລາສະຫະລັດ ໃນຂະນະທີ່ອ່ອນຄ່າ 6.0% ເມື່ອທຽບໃສ່ສະກຸນເງິນບາດ. ຄັງສຳຮອງເງິນຕາຕ່າງປະເທດໄດ້ເພີ່ມຂຶ້ນເປັນ 2.7 ຕື້ໂດລາສະຫະລັດໃນເດືອນ ສິງຫາ ປີນີ້ ເພີ່ມຈາກ 2.1 ຕື້ໂດລາສະຫະລັດໃນເດືອນທັນວາປີຜ່ານມາ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ