ເຫດການນໍ້າລົ້ນເຂື່ອນນໍ້າງຽບ 2B ແລະ ຜົນກະທົບຈາກພາຍຸ ຕໍ່ໂຄງການໄຟຟ້າໃນປະເທດ

11 Oct 2025

ຄລິກແຊຣ໌ 0 Facebook WhatsApp

ໃນປີ 2025 ນີ້ ເປັນປີທີ່ປະເທດຂອງເຮົາ ແລະ ໃນພາກພື້ນອາຊຽນ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພາຍຸເຂດຮ້ອນ ຫຼາຍຫົວ ທີ່ເກີດຂຶ້ນຢ່າງຕໍ່ເນື່ອງ.

ບັນດາພາຍຸຫຼັກໆ ປະກອບມີ: ພາຍຸ ວິພາ, ຄາຈິກິ, ລາກາຊາ, ບົວລອຍ ແລະ ແມັດໂມ ເຊິ່ງເກີດຂຶ້ນໃນລະຫວ່າງ ເດືອນ ກໍລະກົດ ຫາ ເດືອນ ຕຸລາ ປີ 2025 ຊຶ່ງບັນດາພາຍຸດັ່ງກ່າວນັ້ນໄດ້ສ້າງຜົນກະທົບຕໍ່ພື້ນທີ່ຂອງຫຼາຍປະເທດເຊັ່ນ: ສປ ຈີນ, ສສ ຫວຽດນາມ, ໄທ ລວມທັງ ສປປ ລາວ.

ສໍາລັບ ສປປ ລາວ ກໍ່ໄດ້ຮັບຜົນກະທົບຫຼາຍດ້ານ ໂດຍສະເພາະການບໍລິຫານນໍ້າຂອງເຂື່ອນໄຟຟ້າ, ເຂື່ອນຊົນລະປະທານ, ພື້ນທີ່ກະສິກຳ, ຕາຂ່າຍໄຟຟ້າ ແລະ ພື້ນຖານໂຄງລ່າງຫຼາຍແຫ່ງ.

ໜຶ່ງໃນບັນດາໂຄງການທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດແມ່ນ ໂຄງການໄຟຟ້ານໍ້າງຽບ 2B ທີ່ຕັ້ງຢູ່ ບ້ານພູກາເຟ, ເມືອງຄູນ, ແຂວງຊຽງຂວາງ.

ໂຄງການນີ້ເປັນເຂື່ອນເບຕົງ ຂະໜາດນ້ອຍ ມີຄວາມສູງ 9 ແມັດ ແລະ ມີປະຕູລະບາຍນໍ້າ 4 ປ່ອງ. ໃນຄືນວັນທີ 29 ກັນຍາ 2025, ພາຍຸ ບົວລອຍ ໄດ້ພັດເຂົ້າໃນເຂດນັ້ນ ເຮັດໃຫ້ເກີດຝົນຕົກໜັກ ແລະ ນໍ້າໄຫຼເຂົ້າ ອ່າງເກັບນໍ້າຢ່າງໄວວາ. ນໍ້າທີ່ໄຫຼເຂົ້າອ່າງເກັບ ມີປະລິມານສູງຮອດ 1,359 ແມັດກ້ອນ/ວິນາທີ ຫຼື ເທົ່າກັບ 93% ຂອງ ຄວາມສາມາດລະບາຍນໍ້າຂອງປະຕູນໍ້າ.

ໃນຂະນະທີ່ ທີມງານຄຸ້ມຄອງໂຄງການໄດ້ດໍາເນີນມາດຕະການຄວາມປອດໄພໂດຍທັນທີ ເຊັ່ນ: ແຈ້ງເຕືອນປະຊາຊົນລຸ່ມ ໂຄງການ ແລະ ເລີ່ມເປີດປະຕູລະບາຍນໍ້າ, ແຕ່ເນື່ອງຈາກຝົນຕົກຢ່າງຕໍ່ເນື່ອງ ລະດັບນໍ້າເພີ່ມຂຶ້ນຫຼາຍ ພາຍຸລົມແຮງມີຜົນ ເຮັດໃຫ້ເສົາໄຟຟ້າລົ້ມ ລະບົບໄຟຟ້າຂັດຂ້ອງ, ຈຶ່ງຕ້ອງໃຊ້ເຄື່ອງຈັກໄຟຟ້າສໍາຮອງ ໃນການເປີດປະຕູລະບາຍນໍ້າ ແຕ່ມວນນໍ້າ ທີ່ຫຼາຍ ແລະ ໄຫຼມາໄວ ເຮັດໃຫ້ບໍ່ສາມາດຮັບມືຕໍ່ກັບເຫດການດັ່ງກ່າວໄດ້ ຈຶ່ງເຮັດໃຫ້ນໍ້າໄຫຼລົ້ນອອກທັງສອງບ່າຂ້າງຂອງ ເຂື່ອນ ແລະ ບ່າເບື້ອງຂວາເກີດການເຊາະເຈື່ອນ ຈຶ່ງເກີດນໍ້າຖ້ວມກະທັນຫັນ. ແຕ່ຍ້ອນນໍ້າງຽບ 2B ມີບໍລິມາດອ່າງນໍ້າພຽງ 123,000 ແມັດກ້ອນ ຈຶ່ງບໍ່ໄດ້ສ້າງຜົນກະທົບຫຼາຍ ເມື່ອທຽບໃສ່ປະລິມານນໍ້າຝົນໄຫຼຜ່ານເຂື່ອນໃນມື້ດຽວນັ້ນ ທີ່ສູງເຖິງ 117 ລ້ານ ແມັດກ້ອນ ຫຼື ພຽງ 0.1%

ປະຈຸບັນ ຜູ້ພັດທະນາໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍາລັງດໍາເນີນການປະເມີນຄວາມເສຍຫາຍ ແລະ ວາງແຜນຟື້ນ ຟູໂຄງການດັ່ງກ່າວໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ພ້ອມກັນນັ້ນ ບັນດາພາກສ່ວນທີ່ກ່ຽວຂ້ອງ ກໍ່ຈະນໍາເອົາບົດຮຽນ ຈາກເຫດການໃນຄັ້ງນີ້ ໄປປັບປຸງມາດຕະການ ການຄຸ້ມຄອງເຂື່ອນໃຫ້ມີຄວາມປອດໄພຫຼາຍຂຶ້ນໃນອະນາຄົດ.

ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນລາວທົ່ວປະເທດ ເຂົ້າໃຈຕໍ່ສະພາບເຫດການດັ່ງກ່າວ ແລະ ເຊື່ອວ່າ ລັດຖະບານ ແລະ ທຸກ ພາກສ່ວນກໍາລັງດໍາເນີນງານຢ່າງເຕັມທີ່ ເພື່ອຟື້ນຟູ ແລະ ຫຼຸດຜ່ອນຜົນກະທົບຈາກພາຍຸ ແລະ ນໍ້າຖ້ວມໃນທຸກໆພື້ນທີ.

ກະຊວງອຸດສາຫະກຳ ແລະ ການຄ້າ

(ແຈ້ງໃຫ້ຊາບ ເພື່ອຄວາມເຂົ້າໃຈ ແລະ ສະຫນັບສະຫນູນການແກ້ໄຂສະພາບການຮ່ວມກັນ)

ຄະນະຊີ້ນຳວຽກງານໂຄສະນາ ແລະ ປະຊາສຳພັນ ຂະແໜງອຸດສາຫະກຳ ແລະ ການຄ້າ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ