ໂດຍປະຕິບັດຕາມຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411/ຄລສພ ລົງວັນທີ 8 ສິງຫາ 2023 ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 211/ຄຈສພ ລົງວັນທີ 16 ສິງຫາ 2023 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ກະຊວງອຸດສາຫະກຳ ແລະ ການຄ້າເປັນອີກກະຊວງໜຶ່ງທີ່ກຳລັງຢູ່ໃນໄລຍະກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ, ດັ່ງນັ້ນ ໃນວັນທີ 10 ຕຸລາ 2025 ຈຶ່ງໄດ້ຈັດກອງປະຊຸມທາບທາມ ຄະນະບໍລິຫານງານພັກກະຊວງ ສະໄໝທີ VI ຮອບທີ III ຂຶ້ນ ຈຸດປະສົງ: ເພື່ອຜ່ານຮ່າງລາຍງານການເມືອງ; ຜ່ານຮ່າງແຜນພັດທະນາ 5 ປີ 2026-2030 ຂອງຂະແໜງການ; ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກ ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ ສະໄໝທີ VI ຮອບທີ III
ກອງປະຊຸມໃນຄັ້ງນີ້ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງລັດວິສາຫະກິດໄຟຟ້າລາວ (ໂສກປ່າຫຼວງ) ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ຜູ້ຊີ້ນໍາການ ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ຄັ້ງທີ VI, ມີ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາ ຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີສະຫາຍ ຄະນະປະຈໍາພັກ, ກໍາມະການຄະນະພັກ, ຄະນະຕິດຕາມ ຊຸກຍູ້ ຈາກຄະນະກວດກາສູນກາງພັກ ແລະ ຄະນະຈັດຕັ້ງສູນກາງ ພັກ, ບັນດາສະຫາຍເລຂາໜ່ວຍພັກຮາກຖານ ແລະ ຄະນະພັກຮາກຖານເຂົ້າຮ່ວມ
ໃນພິທີ ສະຫາຍ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຂຶ້ນຜ່ານຮ່າງລາຍງານການເມືອງໂດຍຫຍໍ້, ຈາກນັ້ນ ສະຫາຍ ຈັນທະບູນ ສຸກອາລຸນ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີ ໄດ້ຂຶ້ນຜ່ານຮ່າງ ແຜນພັດທະນາ ອຸດສາຫະກໍາ ແລະ ການຄ້າ 5 ປີ (2026-2030), ຫຼັງຈາກນັ້ນ ສະຫາຍ ປອ ຈັນສະແຫວງ ບຸນຍົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂຶ້ນຜ່ານຮ່າງ ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກກະຊວງ ອຸດສາຫະກໍາ ແລະ ການຄ້າ ຊຸດເກົ່າ.
ໃນພິທີ ບັນດາສະຫາຍຜູ້ແທນ ໄດ້ປະກອບຄໍາເຫັນໃສ່ ຮ່າງບົດລາຍງານທັງ 3 ສະບັບທີ່ລາຍງານໄປຂ້າງເທິງນັ້ນ ເພື່ອເຮັດໃຫ້ ມີເນື້ອໃນສົມບູນຍິ່ງຂຶ້ນ ແລະ ໄດ້ ຮັບຟັງການໂອ້ລົມຕໍ່ກອງປະຊຸມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ຕໍ່ການທາບທາມບຸກຄະລາກອນ ໃນຮອບທີ III. ຫຼັງຈາກນັ້ນ ຄະນະຈັດຕັ້ງສູນກາງພັກແນະນໍາລະບຽບຫຼັກການ ແລະ ວິທີລົງຄະແນນສຽງ ໃສ່ບັດທາບທາມ. ຜູ້ເຂົ້າຮ່ວມກໍ່ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດທາບທາມຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ ສະໄໝທີ VIຮອບທີ III ແລະ ຍັງມີພິທີ ທາບທາມຄະນະປະຈໍາພັກ, ເລຂາ – ຮອງເລຂາ ຄະນະບໍລິຫານງານພັກ, ປະທານ ຮອງປະທານຄະນະກວດກາພັກ ຮອບ 2.