ວິທີປູກໝາກນາວ ໃຫ້ມີນໍ້າຫຼາຍ ແລະ ອອກລົງດົກ ສາມາດປູກໄວ້ກິນ ແລະ ສາມາດຂາຍເປັນສິນຄ້າ ເພື່ອສ້າງລາຍໄດ້ມາສູ່ຄອບຄົວ, ເຊິ່ງສາຍພັນທີ່ຄົນມັກປູກຫຼາຍສາຍພັນຄື: ໝາກນາວແປ້ນ, ໝາກນາວຫວານ, ໝາກນາວຄະຮິຕິ, ໝາກນາວຍົກ, ໝາກນາວບໍ່ມີແກ່ນ, ໝາກນາວແປ້ນລຳໄພ, ແລະ ໝາກນາວສີ.
1. ປູກໝາກນາວລົງດິນ: ການປູກໝາກນາວລົງດິນ ຈຳເປັນທີ່ຈະຕ້ອງໃຊ້ກິ່ງພັນທີ່ສົມບູນ ແລະ ບໍ່ມີພະຍາດມາເຮັດໃຫ້ການປັກຊໍາ, ຈາກນັ້ນໃຫ້ນຳມາປັກຊໍລົງໃນຖົງດຳທີ່ມີດິນປະສົມແກບ ແລະ ໄຍເປືອກໝາກພ້າວ, ເມື່ອເລີ່ມປົ່ງ ແລະ ແຂງແຮງແລ້ວ ກໍໃຫ້ຈັດການຍ້າຍຕົ້ນໝາກນາວ ຈາກຖົງລົງປູກໃນຂຸມຂະໜາດ 50×50 ຊັງຕີແມັດ ແລະ ເລິກປະມານ 30 ຊັງຕີແມັດ ຮອງກົ້ນຂຸມດ້ວຍປຸ໋ຍຄອກ ຫາໄມ້ຫຼັກປັກໄວ້ ແລະ ມັດຕົ້ນໝາກນາວເຂົ້າຕິດກັບຫຼັກໄວ້ ເພື່ອໃຫ້ຕົ້ນແຂງແຮງ ທີ່ສຳຄັນຕຳແໜ່ງຂຸມຕ້ອງຢູ່ສູງກວ່າທາງຍ່າງເລັກໜ້ອຍ ເພື່ອປ້ອງກັນບໍ່ໃຫ້ນໍ້າຖ້ວມຂັງ.
2. ປູກໝາກນາວໃຫ້ສາມາດເກັບຂາຍໄດ້ຕະຫຼອດປີ: ຕ້ອງຫັນໃຊ້ວິທີມາປູກຕົ້ນຄູ່ ກ່ອນອື່ນຕ້ອງຄັດສັນກິ່ງພັນທີ່ແຂງແຮງ ແລະບໍ່ມີພະຍາດມາປູກ ເຊິ່ງອາດຈະເປັນພັນແປ້ນພິຈິດ ແລະ ແປ້ນວະໂຣຊາ ທີ່ເປືອກບາງນໍ້າຫຼາຍ ຈາກນັ້ນກໍຂຸດຂຸມໃຫ້ກວ້າງ 50×50 ຊັງຕີແມັດ ກົ້ນຂຸມຮອງພື້ນດ້ວຍປຸ໋ຍໝັກ ແລະ ປຸ໋ຍຄອກ ໃຫ້ນຳກິ່ງພັນຈຳນວນ 2 ກິ່ງລົງໄປປູກໃນຂຸມໃຫ້ ໄຂ່ວກັນ ຈາກນັ້ນເອົາດິນປົກຂຸມໃຫ້ແໜ້ນ ແລະ ປັກໄມ້ຫຼັກໃຫ້ຕົ້ນໝາກນາວຢຶດ ວິທີນີ້ຈະເຮັດໃຫ້ຕົ້ນໝາກນາວທັງ 2 ຍາດກັນໃຫຍ່ ແລະ ອອກໝາກໃຫ້ເກັບຂາຍໄດ້ທັງປີ.
3. ການປູກໝາກນາວໃນນໍ້າ: ຂໍ້ດີບໍ່ຕ້ອງໃຊ້ພື້ນທີ່ຫຼາຍແຖມຍັງໄດ້ຜົນຜະລິດທັງປີ ກ່ອນອື່ນຈະຕ້ອງນຳກະຖັງພາສຕິກມາເຈາະຮູຂະໜາດນ້ອຍໄວ້ໂດຍຮອບ ນຳຕົ້ນໝາກນາວໄປປູກໃນກະຖັງເຈາະຮູທີ່ມີໄຍ ຫຼື ຫຼື ຂຸຍໝາກພ້າວຮອງກົ້ນໃຫ້ສູງປະມານ 5-10 ຊັງຕີແມັດ ຕາມດ້ວຍດິນທີ່ປະສົມປຸ໋ຍຄອກ ແລະ ປົກເທິງດ້ວຍໄຍ ຫຼື ຂຸຍໝາກພ້າວໃຫ້ແໜ້ນ ຈາກນັ້ນກໍກຽມເຈາະຮູຖັງນໍ້າຂະໜາດ 100 ລິດ ໃຫ້ມີຂະໜາດເທົ່າກັບກະຖັງທີ່ເຈາະຮູໄວ້ ເພື່ອໃຫ້ໃສ່ກະຖັງລົງໄປໄດ້ພໍດີ ແລ້ວປະສົມນໍ້າ 20 ລິດ ກັບນໍ້າໝັກຊີວະພາບ 10 ລິດ ແລ້ວຫົດລົງໄປທີ່ຕົ້ນແລ້ວຍ້າຍໄປໄວ້ບ່ອນຮົ່ມປ່ຽນຖ່າຍນໍ້າໃນຖັງ ແລະ ປຸ໋ຍໃນກະຖັງທຸກ 3 ເດືອນ ຫຼັງ 3 ເດືອນທຳອິດ ໃຫ້ນໍ້າຜ້າຢາງດຳມາປົກຄຸມຕົ້ນປະໄວ້ 20 ມື້ ແລ້ວຄ່ອຍເອົາອອກ ຈະເຮັດໃຫ້ໄດ້ຜົນຜະລິດຕະຫຼອດທັງປີ.
4. ປູກໝາກນາວໃນແທ່ງຊີມັງ: ສາມາດປູກໄດ້ທັງປີ ເຖິງຈະເປັນໄລຍະນອກລະດູກໍໃຫ້ຜົນດີ ໂດຍບໍ່ຕ້ອງເພິ່ງພາການແຕ່ງ ຫຼື ຕໍ່ເຕີມຫຍັງຫຼາຍ ໂດຍເລີ່ມຈາກການກຽມກິ່ງພັນທີ່ສົມບູນມາຊໍາລົງໃນຖົງດຳທີ່ມີດິນປະສົມແກບ ແລະ ຖ້າໃຫ້ຮາກແຂງແຮງໃນລະຫວ່າງນັ້ນກໍມາກຽມສ່ວນຂອງພື້ນທີ່ປູກ ໂດຍການເລືອກໃຊ້ບໍ່ຊີມັງ ຂະໜາດ 80×40 ຊັງຕີແມັດ ມາວາງລຽນກັນ ໂດຍໃຫ້ຫ່າງກັນປະມານ 2 -3 ແມັດ ເຊິ່ງແຕ່ລະແທ່ງຕ້ອງຮອງພື້ນດ້ວຍຝາຊີມັງ ຂະໜາດ 100 ຊັງຕີແມັດ ຈາກນັ້ນນຳໜ້າດິນທີ່ມີແຮ່ທາດ ແລະ ສານອາຫານມາປະສົມກັບປຸ໋ຍຄອກໃນອັດຕາສ່ວນເທົ່າໆກັນ ປະສົມແກບເພື່ອໃຫ້ດິນເປັນພຸຜົງ ຫຼື ດິນຮ່ວນ ເມື່ອຮາກຕົ້ນໝາກນາວໃນຖົງດຳເລີ່ມແຂງແຮງແລ້ວກໍ່ຍ້າຍລົງມາປູກໃນອ່າງຊີມັງປົກ ຫຼື ກົບດິນບໍລິເວນຕົ້ນໃຫ້ແໜ້ນ ແລະ ປັກໄມ້ຫຼັກ ເພື່ອໃຫ້ຢຶດຕົ້ນໃຫ້ທົນທານບໍ່ຫງ່ຽງເອນ.
5. ປູກໝາກນາວໃນເຂັ້ງ: ເປັນອີກວິທີທີ່ຊ່ວຍປະຢັດພື້ນທີ່ ແລະ ບົວລະບັດງ່າຍ ເລີ່ມຈາກການຊໍາກິ່ງພັນທີ່ຕ້ອງການລົງໃນຖົງດຳ ຫຼື ກະຖັງ ເພື່ອໃຫ້ຮາກແຂງແຮງ ຈາກນັ້ນກໍເອົາເຂັ້ງພາສຕິກຂະໜາດ 14 ນີ້ວ ມາເຈາະຮູລະບາຍນໍ້າໄວ້ທີ່ກົ້ນເຂັ້ງກ່ອນ ແລ້ວຍ້າຍຕົ້ນໝາກນາວທີ່ມີຮາກແຂງແຮງລົງໃນເຂັ້ງທີ່ຮອງດ້ວຍດິນທີ່ປະສົມແກບ ແລະ ປຸ໋ຍຄອກ ປົກດິນທີ່ເຫງົ້າລຳຕົ້ນໃຫ້ແໜ້ນ ແລະ ປັກໄມ້ໃຫ້ຕົ້ນຢຶດບໍ່ໃຫ້ຫງ່ຽງ ຫຼື ເອນ.
ຂໍ້ມູນ: kapook