ທະນາຄານໂລກ ຫຼື WTO ປັບເພີ່ມຄາດຄະເນການເຕີບໂຕຂອງການຄ້າໂລກປີນີ້ ຫຼັງໄດ້ແຮງຍູ້ຈາກເສດຖະກິດຟື້ນຕົວ, ການເລັ່ງນໍາເຂົ້າສິນຄ້າກ່ອນຖືກພາສີ ແລະ ກະແສ AI ທີ່ເພີ່ມສູງ. ແຕ່ເຕືອນວ່າພາບລວມປີໜ້າອາດອ່ອນຕົວລົງ ຈາກແຮງກົດດັນທາງເສດຖະກິດ ແລະ ນະໂຍບາຍກີດກັນການຄ້າທີ່ເລີ່ມສະແດງຜົນ.
ອົງການການຄ້າໂລກ ໄດ້ເປີດເຜີຍລາຍງານທ່າອ່ຽງ ແລະ ສະຖິຕິການຄ້າໂລກ (Global Trade Outlook and Statistics) ໃນວັນທີ 7 ຕຸລາ ໂດຍປັບເພີ່ມຄາດຄະເນການ ເຕີບໂຕຂອງປະລິມານການຄ້າໂລກໃນປີນີ້ ແຕ່ເຕືອນວ່າພາບລວມສຳລັບປີໜ້າຈະບໍ່ສົດໃສປານໃດ.
ໃນລາຍງານດັ່ງກ່າວ WTO ຄາດວ່າປະລິມານການຄ້າໂລກປີນີ້ 2025 ຈະເຕີບໂຕ 2.4% ເພີ່ມຂຶ້ນຫຼາຍຈາກຄາດຄະເນເກົ່າທີ່ 0.9% ຂອງການລາຍງານໃນເດືອນສິງຫາທີ່ຜ່ານມາ. ຢ່າງໃດກໍຕາມ, ສຳລັບປີ 2026 WTO ໄດ້ປັບຫຼຸດຄາດການເຕີບໂຕຂອງປະລິມານ ການຄ້າຈາກ 1.8% ເຫຼືອພຽງ 0.5% ໂດຍລະບຸວ່າ: ການເຕີບໂຕຂອງການຄ້າ ຄາດວ່າຈະອ່ອນແອລົງໃນປີ 2026 ເນື່ອງຈາກເສດຖະກິດໂລກທີ່ອ່ອນແອ ແລະ ຜົນກະທົບຈາກການເກັບພາສີນຳເຂົ້າສິນຄ້າທີ່ສູງຂຶ້ນເລີ່ມສະແດງຜົນເຕັມໃນປີໜ້າ.