ໃນວັນທີ 6 ຕຸລາ 2025 ທີ່ ສະຖານບັນ ຮັຕນະ ບໍລິຫານທຸລະກິດ ໄດ້ຈັດພິທີ ສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 31 ປີຂຶ້ນໂດຍການເປັນປະທານຂອງທ່ານ ປອ. ສົມເພັດ ຣັຕນະສິມ ປະທານສະພາບໍລິຫານ ສະຖານບັນ ຣັຕນະບໍລິຫານທຸລະກິດ, ເຂົ້າຮ່ວມມີ ຜູ້ອໍານວຍການ, ຄູ-ອາຈານ ແລະ ນ້ອງນັກສຶກສາ ຂອງສະຖາບັນ ຮັຕນະ ບໍລິຫານທຸລະກິດ ເຂົ້າຮ່ວມ.

ໃນພິທີ ທ່ານ ປອ. ສົມເພັດ ຣັຕນະສິມ ປະທານສະພາບໍລິຫານ ສະຖານບັນ ຣັຕນະບໍລິຫານທຸລະກິດ ກໍ່ໄດ້ຂຶ້ນກ່າວມີຄໍາເຫັນ ໂດຍສັງເຂບ ກ່ຽວກັບປະຫວັດຄວາມເປັນມາ ຕົ້ນກໍາເນີດ ຂອງວັນຄູແຫ່ງຊາດ ໂດຍໃຫ້ຮູ້ວ່າ: ພາຍຫຼັງ ພວກລ່າເມືອງຂຶ້ນຝຣັງໄດ້ມາຢິດຄອງລາວໃນປີ ຄສ 1893 ເປັນຕົ້ນມາ ເຂົາບໍ່ໄດ້ເອົາໃຈໃສ່ຂະຫຍາຍໂຮງຮຽນຢູ່ໃນລາວພໍເທົ່າໃດ ມາເຖິງປີ ຄສ 1905 ທົ່ວປະເທດລາວ ຈຶ່ງມີໂຮງຮຽນເກີດຂຶ້ນ 2 ແຫ່ງຢູ່ ຫຼວງພະບາງ ແລະ ວຽງຈັນ. ທັງສອງບ່ອນກໍ່ແມ່ນເອົາວັດເປັນໂຮງຮຽນ ຝຣັງກໍມີນະໂຍບາຍໃຫ້ຕັ້ງໂຮງຮຽນສ້າງຄູສົງຂຶ້ນໃນປີ 1907 ໃນນັ້ນມີ ທ້າວ ຄຳ ຮຽນຈົບຫ້ອງທີ 1 (ປ 6) 1907 ເຊິ່ງ ທ້າວ ຄຳ ກໍໄດ້ເຂົ້າຮ່ວມຮັບການຝຶກອົບຮົມຄູ ແລະ ໄດ້ສໍາເລັດໃນວັນທີ (7 ຕຸລາ 1907) ທ້າວ ຄຳ ເລີຍກາຍເປັນຄົນລາວຜູ້ທໍາອິດ, ທີ່ຝຣັງຍອມຮັບເປັນຄູສອນ ແລະ ມີການຂະຫຍາຍຕົວເປັນໂຮງຮຽນ ຢູ່ຕາມວັດວາອາຣາມຕ່າງໆຢ່າງກວ້າງຂວາງ. ໃນໂຮງຮຽນສ້າງຄູສົງ ວັດຈັນ ມີພຣະສົງ 50 ກວ່າອົງ, ໄດ້ເຂົ້າຮຽນໂດຍແມ່ນ ທ້າວ ຄຳ ເປັນຜູ້ສອນຫຼັງຈາກນັ້ນ 6 ປີຜ່ານມາໃນປີ ຄສ 1913 ຄູ ຄໍາ ໄດ້ເລື່ອນຂຶ້ນໄປສອນຢູ່ ໂຮງຮຽນ ຕັບໄຟແລງ (ປີແອ່ຕັບໄຟແລງ) ແລະ ມີຄົນລາວ ເພີ່ມເປັນຄູອີກ 3 ຄົນ. ເຊີງປີ ຄສ 1920 (ຍ້ອນນໍ້າໃຈຮັກຊາດ, ເຊື້ອຊາດເຜົ່າພັນຂອງລາວ ທີ່ຖືກຝຣັ່ງກົດຂີ່ຂົມເຫັງ ຄູ ຄໍາ ຈຶ່ງໄດ້ປຸກລະດົມນັກຮຽນ. ຄູບາ-ອາຈານ ຂຶ້ນຕໍ່ຕ້ານຝຣັງໂດຍບໍ່ຍອມເປັນຄູຮັບໃຊ້ຝຣັ່ງ. ຫຼັງຈາກນັ້ນກໍຖືກຝຣັ່ງຈັບຄູ ຄໍາ ເຂົ້າຄຸກຄຸມຂັງ ແລະ ເມື່ອມີ ຊ່ອງວ່າງໂອກາດ ນາຍ ຄູ ຄໍາ ໄດ້ໂຕນອອກຈາກຄຸກ ຂ້າມແມ່ນໍ້າຂອງໄປອາໄສທີ່ ບາງກອກ (ປະເທດໄທ) ມາຮອດປີ 1949 ນາຍຄູ ຄຳ ໄດ້ເຈັບປ່ວຍ ແລະ ເສຍຊີວິດ ຢູ່ທີ ວັດສີທາຣາມ ປະເທດໄທ.

ທ່ານ ປອ ສົມເພັດ ຣັຕນະສິມ ໄດ້ກ່າວຕື່ມອີກວ່າ: ພາຍຫຼັງປະຊາຊົນລາວ ໄດ້ລຸກຮືຂຶ້ນຢຶດອໍານາດໃນວັນທີ 12 ຕຸລາ 1945 ເປັນຕົ້ນມາການສຶກສາ ຈຶ່ງມີລັກສະນະຊາດ ມີການພັດທະນາ ຂະຫຍາຍຕົວ ເປັນຮູບເປັນຮ່າງຂຶ້ນມາຈົນເຖິງທຸກມື້ນີ້ (ຖ້າຈະຄິດຍ້ອນຫຼັງຕັ້ງແຕ່ຄູ ຄຳ ຮຽນຈົບວິຊາຄູ 7 ຕຸລາ 1907 ເປັນເວລາ 118 ປີພໍດີ. ໃນຊ່ວງໄລຍະການປະຕິວັດຢູ່ຖານທີ່ໝັ້ນແນວຫຼັງຊ່ວງໄລຍະແປວໄຟສົງຄາມ ການນໍາພັກລັດກໍບໍ່ໄດ້ປະປ່ອຍການສຶກສາ ເພີ່ນກໍໃຫ້ມີການຈັດຕັ້ງໂຮງຮຽນຂຶ້ນຢູ່ໃນຖໍ້າເຊັນ: ຢູ່ຖໍ້າຄວາຍ, ຖໍ້າເຈັຍນາຄາວ, ເມືອງວຽງໄຊ ຕະລອດມາ ເມື່ອປົດປ່ອຍປະເທດຊາດຈຶ່ງໄດ້ຍ້າຍມາຢູ່ໂຮງຮຽນ ສ້າງຄູຄັງໄຂ ແຂວງຊຽງຂວາງ ຈົນເຖິງປັດຈຸບັນ.

ທາງການນຳພັກລັດ ໄດ້ນຳພາມົນຊົນຂຶ້ນປະກາດເອກະລາດ ໃນການປົດປ່ອຍປະເທດຊາດທົ່ວປະເທດໄດ້ຮັບສະຖາປະນາຂຶ້ນໃນວັນທີ 2 ທັນວາ ໃນປີ 1975 ກໍໄດ້ກໍານົດ ວັນທີ 7 ຕຸລາ ປີ 1994 ເປັນວັນຄູແຫ່ງຊາດ ແລະ ກໍານົດເອົາວັນທີ 7 ຕຸລາຂອງທຸກໆປີ ທົ່ວປວງຊົນລາວທັງຊາດແມ່ນໄດ້ຈັດງານສະເຫຼີມສະຫຼອງວັນຄູແຫ່ງຊາດ.
ສໍາລັບສະຖາບັນ ຣັຕນະ ບໍລິຫານທຸລະກິດ ກໍໃຫ້ມີການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ ທຸກໆປີ ເພື່ອປູກຈິດສໍານຶກໃຫ້ແກ່ຄູ-ອາຈານ ແລະ ນັກສຶກສາແຕ່ລະສົກສຶກສາ. ເພື່ອກະຕຸ້ນໃຫ້ເຫັນຄວາມສໍາຄັນຕໍ່ວຽກງານການຄົ້ນຄວ້າສຶກສາຮໍ່າຮຽນ ເພື່ອຊ່ວຍກັນໃຫ້ຄວາມຮ່ວມມື ທາງດ້ານການພັດທະນາການຮຽນ-ການສອນ ໃຫ້ໄດ້ຕາມຈຸດປະສົງ 3 ລັກສະນະ ແລະ 5 ຫຼັກມູນການສຶກສາໃຫ້ຄົບຖ້ວນ ເພື່ອຜັນຂະຫຍາຍ 1 ໃນ 4 ບຸກທະລຸຄື: ການພັດທະນາຊັບພະຍາກອນມະນຸດໃຫ້ໄດ້ປະສິດທິພາບ ແລະ ປະສິດຕິຜົນ.